ລາວເຕືອນລາວ ໃຫ້ເວັ້ນ ການໄປປະເທດໄທ
ເຈົ້າໜ້າທີ່ ທາງການລາວ ເຕືອນປະຊາຊົນ ບໍ່ໃຫ້ເດີນທາງ ໄປປະເທດໄທ ໃນຍາມມີການ ປະທ້ວງ.
-
ໂພໄຊສວັດ
2010-03-14 -
-
-
Your browser doesn’t support HTML5 audio
ລາຍງານຂ່າວທ້ອງຖິ່ນ ຈາກແຂວງບໍ່ແກ້ວ ເປີດເຜີຍວ່າ ທາງການຮັບຜິດຊອບ ໄດ້ອອກ ປະກາດວ່າ ນັບແຕ່ວັນທີ 13 ມີນາ 2010 ເປັນຕົ້ນໄປ ທາງອຳນາດ ການປົກຄອງ ແຂວງບໍ່ແກ້ວ ສປປລາວ ໄດ້ມີຄຳສັ່ງຫ້າມ ບໍ່ໃຫ້ປະຊາຊົນ ລາວທຸກຖ້ວນໜ້າ ທີ່ອາໄສແລະ ຕັ້ງບ້ານເຣືອນຢູ່ ຕາມຊາຍແດນ ແຄມແມ່ນ້ຳຂອງ ລະຫວ່າງ ລາວ-ໄທ ເດີນທາງໄປ ປະເທດໄທ ໂດຍສະເພາະ ໃນເຂດນະຄອນ ຫລວງບາງກອກ ປະເທດໄທ ໃນຍາມທີ່ເກີດຄວາມ ວຸ້ນວາຍ ຈາກການປະທ້ວງ ໂດຍເດັດຂາດ, ຈົນກວ່າ ສະຖານະການ ຈະຄ່ອຍເບົາບາງລົງ ປອດພັຍ ແລະ ສງົບ.
ນອກຈາກນີ້ ໜັງສືພິມ ວຽງຈັນທາມ ຍັງໄດ້ ເປີດເຜີຍຄຳເຕືອນ ຈາກກະຊວງການ ຕ່າງປະເທດລາວ ທີ່ປະກາດ ໃນມື້ວັນທີ 12 ມີນາ 2010 ກ່ຽວກັບການ ຫ້າມບໍ່ໃຫ້ ປະຊາຊົນລາວ ເດີນທາງເຂົ້າ ປະເທດໄທ ໂດຍສະເພາະ ເຂດທີ່ມີການ ຊຸມນຸມປະທ້ວງ ນະຄອນຫລວງ ບາງກອກ ປະເທດໄທ ຫລັງຈາກທີ່ ຣັຖບານໄທ ໄດ້ປະກາດໃຊ້ ພຣະຣາຊບັນຍັດ ຄວາມໝັ້ນຄົງ ລະຫວ່າງວັນທີ 12 ຫາ 23 ມີນາ 2010.
ທາງກະຊວງການ ຕ່າງປະເທດລາວ ເຕືອນບໍ່ໃຫ້ ປະຊາຊົນ, ພະນັກງານ ຂອງຣັຖ, ນັກທຸຣະກິດ ແລະ ນັກສຶກສາ ເດີນທາງ ໄປປະເທດໄທ ໃນລະຫວ່າງທີ່ ມີການປະກາດໃຊ້ ພຣະຣາຊບັນຍັດ ຄວາມໝັ້ນຄົງ ດັ່ງກ່າວ. ໃນເວລາດຽວກັນ ຄຳປະກາດເຕືອນ ຍັງໄດ້ບອກຄົນງານລາວ ທີ່ເຮັດການໃນໄທ ບໍ່ໃຫ້ເຂົ້າໄປ ໃກ້ເຂດທີ່ມີການ ຊຸມນຸມປະທ້ວງ.