ໂຮງແຮມທີ່ພັກບໍ່ພຽງພໍ ໃນນະຄອນຫລວງວຽງຈັນ

ໂຮງແຮມທີ່ພັກ ໃນນະຄອນຫລວງວຽງຈັນ ເຕັມໝົດໃນຊ່ວງ ການແຂ່ງຂັນຊີເກັມສ໌ ກອງເຊັຽຊາວໄທ ສ່ວນນຶ່ງ ຕ້ອງກັບໄປພັກທີ່ ໜອງຄາຍ.
ມະນີຈັນ
2009.12.11

ບັນຍາກາດ ການແຂ່ງຂັນກິລາຊີເກັມສ໌ ຄັ້ງທີ 25 ຫລືວຽງຈັນເກັມສ໌ ໃນປີນີ້ ເລີ້ມຂຶ້ນຢ່າງຄຶກຄັກ. ມີຜູ້ຄົນຈໍານວນຫລວງຫລາຍ ຕ້ອງການເດີນທາງ ເຂົ້າມາລາວເພື່ອ ຮ່ວມຊົມການແຂ່ງຂັນ ຊຶ່ງອົງການທ່ອງທ່ຽວ ນະຄອນຫລວງວຽງຈັນ ກໍໄດ້ຈັດຕຣຽມໂຮງແຮມ ໄວ້ແລ້ວ100ກວ່າແຫ່ງ. ແຕ່ເຖິງຢ່າງໃດ ເຈົ້າໜ້າທີ່ ບໍຣິສັດທົວຣໃນ ນະຄອນຫລວງວຽງຈັນ ທ່ານນຶ່ງ ກໍກ່າວສະແດງ ຄວາມກັງວົນ:

"ເຮົາກໍຍັງ ບໍ່ມີຕົວເລກ ທີ່ແນ່ນອນວ່າ ມັນປະມານເທົ່າໃດ ເຂົາເຈົ້າເຂົ້າມາ ແຕ່ກໍຮູ້ສຶກວ່າ ທີ່ພັກມັນກໍບໍ່ມີ ແລ້ວຫັ້ນນະ ບາງຄົນກໍຄື ຄົນໄທກໍຕ້ອງຂ້າມກັບຄືນ ໄປນອນຢູ່ໜອງຄາຍ."

ທ່ານ ຄໍາປະດິດ ເຂັມນະມິດ ຫົວໜ້າຫ້ອງການທ່ອງທ່ຽວ ນະຄອນຫລວງວຽງຈັນ ກ່າວວ່າການຕຣຽມທີ່ພັກ ສໍາລັບຜູ້ທີ່ເດີນທາງ ເຂົ້າມາໃນຊ່ວງ ການແຂ່ງຂັນກິລາ ຊີເກັມສ໌ນັ້ນ ໄດ້ແບ່ງເປັນທີ່ພັກ ສໍາລັບແຂກຜູ້ໃຫຍ່ ທີ່ໄດ້ຮັບເຊີນມາຮ່ວມ ການແຂ່ງຂັນ ແລະທີ່ພັກສໍາລັບແຂກ ຂອງເຈົ້າໜ້າທີ່ຈັດງານ ທີ່ໄດ້ຕຣຽມພ້ອມ ຮຽບຮ້ອຍແລ້ວ. ທີ່ພັກຂອງພວກ ນັກທ່ອງທ່ຽວ ທີ່ຕ້ອງການເຂົ້າມາຮ່ວມ ຊົມການແຂ່ງຂັນນັ້ນ ກໍໄດ້ຕຣຽມຄວາມພ້ອມ ຄືກັນ:

"ພວກເຮົາຕຣຽມໄວ້ 100ກ່ວາໂຮງແຮມເນາະ ຍັງມີ guess house ອີກເນາະສໍາລັບ ຕຣຽມຮອງຮັບສໍາລັບບັນຫາ ດັ່ງກ່າວນີ້ ຖ້າແມ່ນມາກັບ ບໍຣິສັດທົວຣ ລະແມ່ນທາງເບື້ອງ ບໍຣິສັດທົວຣ ເພິ່ນຈະໄດ້ມີການປະສານ ກັບທຸຣະກິຈ ທີ່ຈະໄດ້ຕຽມຮອງຮັບ ຖ້າແມ່ນມາຈອງ ດ້ວຍຕົນເອງນັ້ນ ກໍຕ້ອງໄດ້ສອບຖາມລະອຽດ."

ແລະວ່າ ນັກທ່ອງທ່ຽວ ຫລືບັນດາກອງເຊັຽ ທີ່ເດິນທາງເຂົ້າມາ ຊົມການແຂ່ງຂັນກິລານັ້ນ ມີຈໍານວນເພີ່ມຂຶ້ນຢູ່ຕໍ່ໄປ ໃນແຕ່ລະວັນ ໂດຍສະເພາະຊາວໄທ ແລະ ຊາວວຽດນາມ. ກອງເຊັຽຊາວລາວ ຈາກເຂດແຂວງອຶ່ນໆ ກໍເດິນທາງເຂົ້າມາ ນະຄອນຫລວງວຽງຈັນ ນໍາທຸກມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.