ແຂວງອັຕຕະປື ເຣັ່ງຜລິຕເຂົ້າ ໃນຣະດູແລ້ງ

ເມືອງສນາມໄຊ ແຂວງອັຕຕະປື ເຣັ່ງຜລິຕເຂົ້າ ໃນຣະດູແລ້ງ ເພື່ອຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກລົມພາຍຸ ເກສນາ ໃນປີຜ່ານມາ.

0:00 / 0:00

ທາງກາຣເມືອງສນາມໄຊ ແຂວງອັຕຕະປື ຕັ້ງເປົ້າໝາຍ ທີ່ຈະໃຫ້ສາມາດ ຜລິຕພືຊກະສິກັມ ໃນຣະດູແລ້ງໃຫ້ໄດ້ 150 ເຮັກຕ໊າຣ໌ ຫລັງຈາກຣະບົບ ຊົລປະທານ ໄດ້ຮັບກາຣສ້ອມແປງ ຄືນໃໝ່ ເພື່ອນຳໄປຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົລສະທ້ອນ ຢ່າງຫລວງຫລາຍ ຈາກລົມ ພະຍຸເກສນາ ໃນປີກາຍນີ້ນັ້ນ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກ່າວໃນຕອນໜຶ່ງວ່າ:

“ຈຳນວນເປົ້າໝາຍທີ່ ຈະທຳກາຣຜລິຕ ໃນຣະດູແລ້ງໃນ ຈຳນວນ 150 ເຮັກຕ໊າຣ໌ ເປັນຄວາມສູ້ຊົນ ເພາະວ່າກາຣສ້ອມແປງ ຊົລປະທານໃນ 3-4ແຫ່ງ ທີ່ສຳເຣັຈແລ້ວ 80% ຈະນຳເອົາແນວປູກ ແລະ ວິຊາກາຣລົງສົມທົບ ກັບອຳນາຈກາຣປົກຄອງ ບ້ານໃນເຂຕເປົ້າໝາຍ ທີ່ມີຊົລປະທານ”.

ໃນຂະນະດຽວກັນນີ້ ທ່ານກໍໃຫ້ກາຣ ອະທິບາຍເພີ່ມວ່າ ລົມພະຍຸເກສນາ ໄດ້ເຮັດໃຫ້ພືຊ ຜົລກະສິກັມ ຂອງປະຊາຊົນ ເສັຽຫາຍຢ່າງຫລວງຫລາຍ ໃນທົ່ວເຂຕເມືອງ ສນາມໄຊ ທີ່ປະຊາຊົນ ບໍ່ສາມາດຜລິຕ ກະສິກັມເພື່ອໃຫ້ ກຸ້ມກິນ ຢູ່ພາຍໃນໄດ້ເທື່ອ.

ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ດັ່ງກ່າວໝັ້ນໃຈວ່າ ຫລັງຈາກມີກາຣ ສ້ອມແປງ ຣະບົບຊົລປະທານ ເປັນທີ່ຮຽບຮ້ອຍແລ້ວນັ້ນ ຄົງຈະສາມາດ ດຳເນີນກາຣປູກ ພືຊກະສິກັມໄດ້ ຫລາຍເພີ່ມຂຶ້ນ ພ້ອມກັບມີກາຣຕຣຽມ ແຈກຢາຍແນວພັນເຂົ້າດໍ ໃຫ້ແກ່ຊາວກະສິກອນ ໄດ້ນຳໄປປູກ.

ນອກຈາກນັ້ນ ຍັງຈະມີກາຣສົ່ງເສີມ ໃຫ້ປະຊາຊົນ ປູກພືຊອື່ນໆເຊັ່ນ ຈຳພວກໝາກຖົ່ວ ແລະ ພືຊຜັກຕ່າງໆນຳດ້ວຍ.