ຊາວອັດຕະປື ຝຶກອົບຮົມໃຊ້ວັດຖຸດິບ

ປະຊາຊົນ ໃນແຂວງ ອັດຕະປື ໄດ້ຣັບການ ອົບຮົມ ການໝຸນໃຊ້ ວັດຖຸດິບ ໃນທ້ອງຖິ່ນ ມາຜລິດເປັນ ເຄື່ອງໃຊ້ສອຍ ຫລືກາຍເປັນ ສິນຄ້າຂາຍໄດ້.

ສູນອົບຮົມ ແລະສົ່ງເສີມ ຜລິຕພັນ ປອດສານພິດ ບ້ານວຽງຈະເຣີນ ນະຄອນຫລວງ ວຽງຈັນ ຮ່ວມກັບອົງການ ສຸຂພາບ ບໍ່ມີພົມແດນ ຈັດການອົບຮົມ ປະຊາຊົນ ມາຈາກ ແຂວງອັດຕະປື ໃຫ້ຮູ້ຈັກໃຊ້ ວັດຖຸດິບ ໃນທ້ອງຖິ່ນ ຂອງຕົນເພື່ອຜລິດ ເປັນສິນຄ້າ ໃຊ້ສອຍ ຫລືສາມາດ ສົ່ງຂາຍໄດ້.

ການຝືກ ອົບຮົມນີ້ ແມ່ນເພື່ອສ້າງ ຄວາມຄິດໃໝ່ ແລະວິທີການ ຜລິດໃຫ້ແກ່ ປະຊາຊົນ ເພື່ອໃຫ້ເຂົາເຈົ້າ ຄົ້ນຄິດການຜລິດ ໂດຍຕົນເອງໄດ້. ການອົບຮົມ ຄັ້ງທໍາອິດ ຈະແນໃສ່ ວິທີປຸງແຕ່ງ ຢາພື້ນເມືອງ ແລະປາແດກຜົງ ສໍາເຣັດຮູບ ດັ່ງເຈົ້າໜ້າທີ່ ສູນອົບຮົມ ແລະສົ່ງເສີມ ຜລິຕພັນ ໄດ້ກ່າວ:

"ໃນການຝືກ ອົບຮົມຄັ້ງນີ້ ມີ 2 ຜລິຕພັນ ອັນທີ່ນື່ງ ແມ່ນສມຸນໄພ ອັນທີ່ 2 ແມ່ນຜລິດ ປາແດກຜົງ ສໍາເຣັດຮູບ ຄືການຖນອມ ອາຫານ ການຝືກນີ້ ຈະໃຊ້ເວລາ 2 ອາທິດ ຕັ້ງແຕ່ວັນທີ 23 ສິງຫາ ເຖິງວັນທີ 7 ກັນຍາ".

ປະຊາຊົນ ທີ່ເຂົ້າຮ່ວມ ການອົບຮົມ ໃນສູນສົ່ງເສີມ ຜລິຕພັນ ປອດສານພິດ ບ້ານ ວຽງຈະເຣີນ ຄັ້ງນີ້ ແມ່ນມາຈາກ ເມືອງຊານໄຊ ເມືອງໄຊເສດຖາ ແລະ ເມືອງພູວົງ ແຂວງອັດຕະປື. ຫລັງຈາກສໍາເຣັດ ການຝືກອົບຮົມ ແລ້ວຄາດວ່າ ພວກເພິ່ນ ຈະນໍາເອົາ ຄວາມຮູ້ທີ່ຮຽນ ຈາກສູນໄປໃຊ້ ເພື່ອປໂຍດຂອງ ຊາວບ້ານເອງ.

ປະຊາຊົນ ໃນທ້ອງຖິ່ນ ຊົນນະບົດ ສ່ວນມາກແລ້ວ ຍັງຂາດຄວາມຮູ້ ຈັກການໃຊ້ ວັດຖຸດິບ ທີ່ຕົນມີຢູ່ ຢ່າງລົ້ນເຫລືອ ເພື່ອຜລິດເປັນ ອາຫານ ຫລືເຄື່ອງໃຊ້ ຂອງສອຍ ຊນິດຕ່າງໆ ທີ່ສາມາດ ສົ່ງອອກໄປຂາຍ ໃນຕລາດໄດ້ ຢ່າງເຕັມສ່ວນ. ດັ່ງນັ້ນ ທາງສູນເຫັນວ່າ ການຝືກອົບຮົມ ແບບນີ້ຈະສ້າງ ຜົນປໂຍດໃຫ້ ຊາວບ້ານ ຫລາຍທີ່ສຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org