ການປູກຢາງພາລາ ໃນພາກເໜືອຂອງລາວ

ຈີນ ຂຍາຍພື້ນທີ່ ປູກຢາງພາລາ ໃນເຂດແຂວງ ພາກເໜືອ ຂອງລາວ ຢ່າງກວ້າງຂວາງ.
ມະນີຈັນ
2010.06.03

ນັກລົງທຶນຈີນ ຂໍສັມປະທານເພີ້ມ ຈາກຣັຖບານລາວ ເພື່ອຂຍາຍພື້ນທີ່ ປູກຢາງພາລາ ໃນແຂວງພາກເໜືອ ໂດຍຈະເລີ້ມຈາກ ເມືອງທຸກຍາກ 40 ກວ່າເມືອງ.  ທັງນີ້ກໍເປັນ ເພາະຈີນ ມີຄວາມຕ້ອງການ ຢາງພາລາ ນໍາໃຊ້ໃນປະເທດ ແລະແປຮູບເປັນ ຜລິຕພັນ ສູງຂຶ້ນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງກະສິກັມ ແລະ    ປ່າໄມ້ ໃນນະຄອນ ຫລວງວຽງຈັນ:

"ແນ່ນອນ ກໍຈີນ ຄືຊິໄດ້ໄປກ່ອນ ແຫລະມັນໃກ້ ຄ່າຂົນສົ່ງກໍຖືກ ໄດ້ສໍາຣວດ ຫລິງເຫັນວ່າ ມີ 47 ຕົວເມືອງ ທີ່ເປັນເມືອງ ທຸກຍາກທີ່ສຸດ ສະນັ້ນຈຶ່ງ ປຶກສາຫາຣືກັນ ຊອກທຶນ ແລະ ກໍເອົາເທັກນິກ ວິຊາການ ລົງໄປຫາ 47 ຕົວເມືອງ".

ດັ່ງທີ່ເຫັນຢ່າງ ຈະແຈ້ງໃນແຂວງ ຫລວງນໍ້າທາ ໃນປັຈຈຸບັນ ທາງການລາວຫາກໍ ອະນຸມັດທີ່ດິນ ໃຫ້ກຸ່ມນັກລົງທຶນ ຊາວຈີນ ສັມປະທານອີກ 8 ພັນເອັກຕາຣ ແລະ ກໍາລັງຈະຂໍ ເພີ້ມຕື່ມ ເພື່ອປູກ ຢາງພາລາ ໃນອີກຫລາຍແຂວງ ໃນບໍ່ດົນນີ້. ປັຈຈຸບັນໃນ 6 ແຂວງພາກເໜືອ ປາກົດວ່າມີ ຢ່າງໜ້ອຍ 7-8 ບໍຣິສັດຂອງຈີນ ເພາະປູກ ຢາງພາລາ ຮວມທັງໝົດຫລາຍ ກວ່າ 108 ພັນເອັກຕາຣ.

ການຂຍາຍການ ລົງທຶນ ຂອງກຸ່ມບໍຣິສັດຈີນ ໃນ 6 ແຂວງພາກເໜືອ ຂອງລາວ ໄດ້ເພີ່ມຂຶ້ນ ໂດຍສະເພາະ ໃນແຂວງ ຫລວງນໍ້າທາ ອຸດົມໄຊ ໄຊຍະບູລີ ຜົ້ງສາລີ ແລະ ບໍ່ແກ້ວ  ຊຶ່ງຈະສັງເກດໄດ້ ຈາກການຂຍາຍ ອິດທິພົລຂອງຈີນ ເຂົ້າມາລາວຢ່າງ ເຕັມທີ່ ມີທັງການເຄື່ອນຍ້າຍ ຂອງປະຊາຊົນ ຊາວຈີນ ຕັ້ງຮ້ານຂາຍເຄື່ອງຂອງ ຈໍາເປັນຕ່າງໆ ຮ້ານອາຫານ ບ່ອນພັກແລະອື່ນໆ ຢ່າງຫຼວງຫຼາຍ.

ໃນສ່ວນຂອງ ຣັຖບານລາວເອງ ກໍສນັບສນູນ ໃຫ້ ຈີນ ເຂົ້າມາລົງທຶນ ໃນລາວ ໄດ້ຢ່າງເຕັມທີ່ ໂດຍມີການ ອໍານວຍຄວາມສດວກ ໃຫ້ແກ່ກັນ ເພື່ອເປັນການຕອບ ແທນຈີນ ທີ່ໄດ້ຊ່ວຍເຫລືອລາວ ຫລາຍດ້ານ ເຊັ່ນ ໃຫ້ເງິນກູ້ຢືມ ແບບດອກເບັ້ຽຕໍ່າ ໃຫ້ລ້າ ໃນການປັບປຸງຖນົນ ໂຄງຮ່າງພື້ນຖານ ການກິລາ ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.