ການປູກ ຢາງພາຣາ ຢູ່ແຂວງຫລວງນ້ຳທາ

ການບຸກເບີກທີ່ດິນ ປູກຢາງພາຣາ ຢູ່ແຂວງຫລວງນ້ຳທາ ຂອງລາວ ເກີນຂອບເຂດຫລາຍກວ່າ 300ເຮັກຕາ.

ໃນອາທິດຜ່ານມາ ຄນະວິຊາການປ່າໄມ້ ກະຊວງກະສິກັມ ປ່າໄມ້ຂອງລາວ, ໄດ້ສຳເລັດການສຳຣວດ ແລະ ເກັບກຳຂໍ້ມູນ ເນື້ອທີ່ສັມປະທານ ປູກຢາງພາຣາ ຢູ່ເມືອງ
ນາແລ ແຂວງຫລວງນ້ຳທາ ຂອງບໍຣິສັດ ເຈັຽຊວງ ຂອງຈີນ, ໄດ້ເຫັນວ່າ ບໍຣິສັດດັ່ງກ່າວ ໄດ້ບຸກເບີກເນື້ອທີ່ ປູກຢາງພາຣາ ເກີນຂອບເຂດ ທີ່ໄດ້ຮັບອະນຸມັດ ຈາກອຳນາດ ການປົກຄອງທ້ອງຖິ່ນ ຫລາຍກວ່າ300ເຮັກຕາ.

ຕາມສັນຍາ ບໍຣິສັດຈີນ ໄດ້ຮັບສັມປະທານ ທີ່ດິນ ໃນເນື້ອທີ່2,000ເຮັກຕາ ແລະ ທາງບໍຣິສັດໄດ້ ຂໍສັມປະທານ ເພີ່ມຕື່ມອີກ 200ເຮັກຕາ, ຊຶ່ງອຳນາດການ ປົກຄອງ ທ້ອງຖິ່ນ ຍັງບໍ່ທັນໄດ້ ອະນຸມັດໃຫ້. ແຕ່ບໍຣິສັດ ເຈັຽຊວງ ໄດ້ບຸກລຸກ ທີ່ດິນຕອນໃໝ່ ເພື່ອປູກຢາງພາຣາ ຕື່ມອີກ, ຊຶ່ງກວມໄປເຖິງ ທີ່ດິນ ໃນເຂດເມືອງ ວຽງພູຄາ ປະມານ 100ກວ່າເຮັກຕາ.

ເຣື້ອງດັ່ງກ່າວ ເຮັດໃຫ້ເກີດມີ ຫາງສຽງໃນສັງຄົມ, ປະຊາຊົນໃນ ທ້ອງຖິ່ນ ມີຄວາມຂັດຂ້ອງ ໝອງໃຈ, ວ່າເປັນຫຍັງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫລວງນ້ຳທາ, ຈຶ່ງປະປ່ອຍໃຫ້ ບໍຣິສັດຂອງ ຕ່າງປະເທດ ຝ່າຝືນຣະບຽບ ກົດໝາຍບ້ານເມືອງ ໂດຍທີ່ບໍ່ສົນໃຈ ຕໍ່ການຈົ່ມວ່າ ຂອງມວນຊົນທົ່ວໄປ.

ແຕ່ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກະຊວງກະສິກັມ ປ່າໄມ້ ກໍວ່າຣັຖບານລາວ ແລະບໍຣິສັດ ທີ່ກ່ຽວຂ້ອງຕ້ອງ ໄດ້ຂ້ຽວຮ່ວມກັນ ແກ້ໄຂໂດຍໄວ. ອັນຕົ້ນຕໍກໍແມ່ນ ອຳນາດ ການປົກຄອງແຂວງ, ຄວນເປັນເຈົ້າການ ໃນການແກ້ໄຂ ບັນຫາທີ່ເກີດຂື້ນ. ຖ້າບໍ່ດັ່ງນັ້ນ ມັນຈະກໍ່ໃຫ້ ເກີດມີບັນຫາ ຂັດແຍ່ງກັນຂື້ນ ໃນສັງຄົມ ເໝືອນດັ່ງ ທີ່ເຄີຍໄດ້ເກີດຂື້ນ ມາກ່ອນແລ້ວ ໃນຫລາຍໆທ້ອງຖິ່ນ ໃນທົ່ວປະເທດ.

ທີ່ຜ່ານມາ ຢູ່ແຂວງຫລວງນ້ຳທາ ກໍເຄີຍມີນັກ ລົງທຶນຕ່າງປະເທດ ບຸກລຸກທີ່ດິນ ແບບເປັນປະຈຳ ແລະ ເມື່ອບໍ່ດົນມານີ້ ກໍມີການບຸກເບີກ ທີ່ດິນ ປູກຢາງພາຣາ ຢູ່ເຂດ ປ່າສະຫງວນ ໃນເນື້ອທີ່ຫລາຍເຮັກຕາ.

ຊາວບ້ານຜູ້ນຶ່ງ ຢູ່ເມືອງນາແລ ເຊື່ອວ່າການບຸກລຸກ ເນື້ອທີ່ດິນແບບນີ້, ອາຈມີຫລາຍຂື້ນ ຖ້າຫາກວ່າ ການຄຸ້ມຄອງທີ່ດິນ ຂອງທາງການລາວ ບໍ່ມີການປ່ຽນແປງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org