ເຂດເນື້ອທີ່ດິນ ປູກກາເຟ ຖືກໝູນໃຊ້ ໄປໃນທາງອື່ນ

ປັດຈຸບັນນີ້ ຊາວສວນ ໝາກກາເຟ ຢູ່ແຂວງພາກໃຕ້ ຂອງລາວ ບໍ່ໝັ້ນໃຈ ກ່ຽວກັບ ໂຄງການ ປູກຕົ້ນຢາງພາຣາ ຂອງນັກລົງທືນ ຕ່າງປະເທດ ເພາະວ່າ ໂຄງການ ດັ່ງກ່າວ ເຮັດໃຫ້ເນື້ອທີ່ ປູກກາເຟ ຫລຸດລົງ.

0:00 / 0:00

ນອກ​ນັ້ນ ​ໂຄ​ງການ​ຂຸດ​ຄົ້ນ ​ບໍ່​ແຮ່ ​ທີ່​ແຜ່​ລາມ ​ເຂົ້າ​ມາ ​​ໃນ​ບໍຣິ​ເວນ ​ປູກ​ກາ​ເຟນັ້ນ ​ເຮັດ​ໃຫ້​ພື້ນ​ທີ່ ​ປູກກາ​ເຟ ຂະຫຍາຍ​ໂຕ ​ບໍ່​ໄດ້ ​ແລະ ​ເຂົາ​ກໍເປັນ​ຫ່ວງ ​ນໍາ​ໂຊກ​ຊາຕາ​ກໍາ ​ຂອງ​ເຂົາ​ເຈົ້າ ​ວ່າ ​ໃນ​ອະນາ​ຄົດ ​ຕໍ່​ໄປ​ ຈະ​ເປັນ​ແນວ​ໃດ.

ຊາວ​ກະສິກອນ ​ປູກ​ຕົ້ນ​ກາ​ເຟຕ້ອງການ ​ໃຫ້ຣັຖບານ ​ກໍານົດ ​ຂອບ​ເຂດ ​ຂອງ​ການ​ຜລິດ ​ໃຫ້​ຄັກ​ແນ່ ​ໂດຍ​ຜ່ານ ​ການ​ວິ​ໃຈ ​ແລະ​ ຕັ້ງ​ລະບຽບ ​ການ​ຄຸ້ມ​ຄອງ ​ໃຫ້​ດີ. ທ່ານຄໍາ​ຫລ້າ, ຊາວ​ສວນ​ ໝາກ​ກາ​ເຟ ​ໃນ​ເຂດ​ເມືອງ​ປາກ​ຊ່ອງ​ ໃຫ້​ທັດສະນະ​ ວ່າການ​ປູກ​ຕົ້ນ ​ຢາງພາຣາ​ ໄດ້​ແຜ່​ລາມ​ ເຂົ້າ​ມາ ​ໃນ​ເຂດ​ເມືອງປາກ​ຊ່ອງ ຊື່​ງ​ເປັນ​ເຂດ​ອຸດົມສົມບູນ​ ທີ່​ສຸດ ດ້ານ​ການ​ກະສິກໍາ​ ໃນປະ​ເທດລາວ ​ເຮັດ​ໃຫ້​ເນື້ອ​ທີ່ ​ປູກ​ກາ​ເຟ ຊື່ງ​ເປັນ​ອາ​ຊີບ​ຫລັກ ​ຂອງ​ຊາວ​ສວນ​ ບໍ່​ສາມາດ ​ຂະຫຍາຍຕົວ​ໄດ້.

​ໃນ​ຂະນະ​ດຽວ​ກັນທ່ານສີ​ໜຸກສີ​ສົມບັດປະທານ​ ສະມາຄົມ​ ໝາກ​ກາ​ເຟລາວ ​ໄດ້​ເປີດ​ເຜີຽ ວ່າ ​ໃນ​ລະຍະ 2-​3 ປີ ຜ່ານມາ​ນີ້ ​ຊາວ​ສວນ​ ໝາກ​ກາ​ເຟ ມີ​ຄວາມ​ພໍ​ໃຈ ​ກັບ​ອາຊີບ​ ຂອງ​ຕົນ ​ເມື່ອຣາຄາ​ໝາກ​ກາ​ເຟສູງ​ຂື້ນ ​ຈາກປະມານ​ເກືອບ 2,000 ​ໂດ​ລາ ​ສະຫະ​ຣັຖ ຕໍ່​ນື່ງ​ໂຕນ ​ໃນ​ປີ 2007 ຂື້ນ​ເປັນ ​ປະມານ​ເກືອບ 2,800 ​ໂດ​ລາ ​ສະຫະຣັຖ ຕໍ່ນື່ງ​ໂຕນ ​ໃນ​ປີ 2008 ນີ້.

ທ່ານ​ວ່າ ​ເພື່ອ​ໃຫ້​ຊາວ​ສວນ​ກາ​ເຟ ​ມີ​ລາຍ​ໄດ້​ຕື່ມ​ຂື້ນມັນ​ຈໍ​າເປັນ​ຕ້ອງ ​ມີ​ການ​ຂະຫຍາຍ​ ເນື້ອ​ທີ່​ ປູກ​ກາ​ເຟ​ໃຫ້​ກ້ວາງ​ອອກ​ໄປ. ນັກວິຊາ​ການ​ໄທ ​ທ່ານ​ນື່ງ ທີ່​ເຂົ້າ​ມາ​ສັງ​ເກດ​ການ ​ດິນ​ປູກຝັງ​ ​ໃນ​ເຂດ​ເມືອງ​ປາກ​ຊ່ອງໃຫ້​ທັດສະນະ​ ວ່ານັກທຸຣະກິດ ​ໃນ​ເຂດ​ເອ​ເຊັຽ ​ໃຜໆ ກໍຮູ້ຈັກວ່າ​ ດິນ​ປູກຝັງ ​​ໃນ​ເຂດ​ເມືອງ​ປາກ​ຊ່ອງ ​ເປັນ​ດິນ ​ທີ່​ເໝາະ​ສົມ​ຫລາຍ ​ສໍາລັບ ປູກ​ພືດ ​ກະສິກໍາ​ ປະ​ເພດ​ຕ່າງໆ ທີ່​ເຮັດ​ໃຫ້​ ປະ​ເທດ​ລາວ​ສາມາດ ສ້າງ​ເປັນ​ ຄັງ​ສະບຽງ​ ອາຫານໃຫ່ຽ ຂອງໂລກ ຄື​ກັນ​ກັບປະ​ເທດ​ເພື່ອນ​ບ້ານ​​ໄດ້, ແຕ່ວ່າ​ ເນື້ອ​ທີ່​ປູກ​ ຊໍ້າພັດ​ ຖືກ​ຈໍາກັດ ​ເຂົ້າ​ນັບ​ມື້, ​ແລະ ​ຂາດ ວິທີ ການ​ນໍາ​ໃຊ້ ​ທີ່​ດິນ ​ໃຫ້ຖືກຕ້ອງ.

ທ່ານ​ວ່າ ດິນ​ປູກຝັງ ​ໃນ​ເຂດ​ເມືອງ​ປາກ​ຊ່ອງ ​ສາມາດ​ ໃຊ້​ເປັນ​ເນື້ອ​ທີ່ ​ປູກຝັງ ພືດ​ອາຫານ ​ຫລາຍ​ຊນິດ ​ທີ່​ລາວ ​ສາມາດ ​ສົ່ງ​ອອກ​ໄປ​ຂາຍ ​ຕ່າງປະ​ເທດ​ ແລະ ​ນໍາ​ລາຍ​ໄດ້ ​ມາ​ໃຫ້​ປະຊາຊົນ ​ແລະ ຣັຖບານ ຢ່າງ​ມະຫາສານ. ທ່ານ​ວ່າ ​ເມື່ອ​ມາ​ເຫັນ​ໂຕ​ຈິງ​ແລ້ວ ທ່ານ​ມີ​ຄວາມ​ເປັນ​ຫ່ວງ ​ທີ່​ເນື້ອ​ທີ່​ປູກຝັງ ​ຈໍານວນ​ຫລວງຫລາຍ ຖືກ​ນໍາ​​ໃຊ້ ປູກ​ຕົ້ນ​ຢາງພາຣາໝົດ ​ແລະ​ ອະນຸຍາດ​ ໃຫ້​ມີ​ການ​ຂຸດ​ຄົ້ນ ​ແຮ່​ທາດ ​ໃນ​ບໍຣິ​ເວນ​ທີ່​ອຸດົມສົມບູນ ​ນີ້.

ປະ​ເທດ​ໄທ ​ມີ​ປະສົປະການ​ ໃນ​ການ​ປູກ​ຕົ້ນ​ໄມ້ ​ອຸດ​ສະຫະ​ກໍາ ​ຫລາຍ​ຊະນິດ. ການ​ປູກ​ ຕົ້ນ​ຢາງພາຣາ​ແລະ​ ການ​ຂຸດ​ຄົ້ນ ​ແຮ່​ທາດບໍ່​ແມ່ນ​ ການ​ພັດທະນາ ​ທີ່​ຍືນຍົງ, ວັນນື່ງ​ ໃນ​ຂ້າງ​ໜ້າ​ ​ແຮ່​ທາ​ດ ກໍ​ຈະໝົດ​ຊິ້ນ​ໄປ, ພື້ນ​ທີ່ ​ທີ່​ໃຊ້​ປູກ​ຕົ້ນ​ຢາງພາຣາ ກໍ​ຈະ​ເສື່ອ​ມ​ເສັຽ ຄຸນະພາບ ​ເຮັດ​ໃຫ້​ແຫລ່ງນໍ້າ ​ບົກ​ແຫ້ງ.