ກາຣໃຊ້ສາຣເຄມີ ແບບບໍ່ຣະວັງ

ກາຣໃຊ້ສາຣເຄມີ ເພື່ອກຳຈັດ ສັຕຣູພືຊ ໄດ້ສ້າງຜົລກະທົບ ຕໍ່ສຸຂພາບ ຂອງຊາວ ກະເສຕກອນ ເຖີງຂັ້ນເສັຽຊີວີຕ

ກາຣໃຊ້ສາຣເຄມີ ເພື່ອກຳຈັດ ສັຕຣູພືຊ ຂອງ ຊາວກະເສຕກອນ ໃນ ແຂວງຜົ້ງສາລີ ໄດ້ສົ່ງຜົລກະທົບ ຕໍ່ສຸຂພາບຮ່າງກາຍ ຂອງຊາວ ກະເສຕກອນຢ່າງ ຮ້າຍແຮງ ໂດຽສະເພາະຜູ້ທີ່ສີດຢາ ເພາະສາຣເຄມີ ເຫລົ່ານັ້ນຈະເຂົ້າ ໄປສະສົມໃນ ຮ່າງກາຍຈົນເກີດ ມີຄວາມອ່ອນເພັຽ ແລະ ບາງກໍຣະນີ ເຖີງຂັ້ນເສັຽຊີວີຕ ໄປຍ້ອນ ດັ່ງເຈົ້າໜ້າທີ່ ແຜນກສາທາຣະ ນະສຸຂ ປະຈຳແຂວງ ຜົ້ງສາລີ ໄດ້ກ່າວວ່າ:

“ສີດຢາຂ້າບົ້ງ ຢາຂ້າຫຍ້າ ມີຜົລກະທົບ ຕໍ່ປະຊາຊົນ ສ່ວນໃຫຍ່ ຂະເຈົ້າດົມ ເຂົາບໍ່ຮູ້ວີທີ ປ້ອງກັນແລະ ຂະເຈົ້າເອົາຢາໄປສີດ ແລ້ວມື້ແລງມາ ເຂົ້າມາພັກຜ່ອນ ແລ້ວເມື່ອຽໆແລະ ເພີຽໄປເລີຽ ແລະມີຄົນຕາຍ ໄປແລ້ວຜ່ານມາ”

ພ້ອມດຽວກັນນີ້ ທ່ານກໍວ່າ ສາຣເຄມີ ດັ່ງກ່າວຖືກນຳ ເຂົ້າມາໃຊ້ໃນ ເມືອງລາວຈາກ ສປຈີນ ຊື່ງຊາວກະເສຕກອນ ຈະນຳມາປະສົມ ກັບນ້ຳ ກ່ອນທີ່ຈະເອົາ ໄປສີດໃສ່ຜົລຜລີຕໂດຽທີ່ບໍ່ຮູ້ຈັກ ວີທີປ້ອງກັນ ຈື່ງເຮັດໃຫ້ ສາຣເຄມີ ເຂົ້າໄປສະສົມ ຢູ່ໃນຮ່າງກາຍ ຈົນເກີດຜົລກະທົບຢ່າງ ຮ້າຍແຮງ ຕໍ່ສຸຂພາບ.
ເຫຕກາຣດັ່ງກ່າວ ສາມາດເກີດຂື້ນ ໄດ້ໃນຫລາຍແຂວງ ທົ່ວປະເທສລາວ ນຳດ້ວຍ ເຊັ່ນຢູ່ແຂວງ ໄຊຍະບຸຣີ ກໍມີປະຊາຊົນ ສ່ວນໜື່ງທີ່ເປັນ ຄົນຮັບຈ້າງຕາມ ໂຮງງານຕ່າງໆ ນຳເອົານ້ຳຢາ ຈາກກາຣປະສົມສາຣເຄມີ ດັ່ງກ່າວໄປສີດ ເພື່ອຂ້າສັຕຣູພືຊ ແລະຫຍ້າ ດັ່ງເຈົ້າໜ້າດ້ານ ສາທາຣະນະສຸຂ ປະຈຳແຂວງໄຊຍະບຸຣີ ໄດ້ໃຫ້ກາຣ ອະທິບາຍວ່າ:

“ມີຢູ່ກໍບໍ່ຫລາຍ ສ່ວນຫລາຍເປັນພວກ ເຮັດບໍຣິກາຣ ຮັບຊື້ຮັບຫຍັງ ຂະເຈົ້າຮັບຈ້າງ ເຮັດບໍຣິກາຣ ຫຍັງນີ້ມັນຈື່ງເກີດ ສ່ວນຫລາຍຂະເຈົ້າ ເອົາເຂົ້າມາ ຂະເຈົ້າກໍເຮັດ ໄປທາງເຂຕນອກ ຊາຍແດນ ທາງບໍ່ແຕນ ທາງໄຊຊະນະພູ້ນ”

ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ຊີ້ແຈງເພີ່ມວ່າ: ສຳຫລັບສາຣເຄມີ ທີ່ໃຊ້ໃນກາຣ ກຳຈັດຫຍ້ານັ້ນ ຈະພົບເຫັນ ມີກາຣໃຊ້ຫລາຍ ຕາມເຂຕແຂວງ ທີ່ມີຊາຍແດນ ຕິດກັບ ປະເທສຈີນແລະວຽຕນາມ ແລະກໍເປັນເຂຕ ທີ່ມີປະຊາຊົນ ໄດ້ຮັບຜົລກະທົບ ຫລາຍກວ່າ ຕາມເຂຕ ອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org