ນໍ້າຖ້ວມສ້າງຄວາມເສັຽຫາຍ ແກ່ຊາວກະສິກອນໄທ
2010.09.15
ຝົນຕົກໜັກ ໃນ 9 ແຂວງຂອງໄທ ໄດ້ທຳລາຍ ພື້ນທີ່ເຄື່ອງປູກ ຂອງຝັງ ຢ່າງໜ້ອຍ 1 ລ້ານ 4 ແສນໄຮ່ ແລະ ອຸດສາຫະກັມ ການລ້ຽງປາ ອີກປະມານ 15,000 ແຫ່ງ. ນອກນັ້ນ ກໍຍັງມີ ສັດລ້ຽງທີຕາຍ ໃນເຫດການ ນ້ຳຖ້ວມ ອີກປະມານ 720,000 ໂຕ ໂດຍສະເພາະ ແມ່ນໄກ່, ກະຊວງກະສິກັມ ໄທ ເປີດເຜີຍ ໃນມື້ວັນທີ 15 ກັນຍາ 2010 ນີ້.
ລາຍງານດັ່ງກ່າວ ໄດ້ສເນີຕໍ່ ຄນະຣັຖມົນຕຣີ ໃນກອງປະຊຸມ ມື້ວັນທີ 14 ກັນຍາ 2010 ຜ່ານມາ ຊຶ່ງໄດ້ໃຫ້ ຂໍ້ມູນກ່ຽວກັບ ຄວາມຄືບໜ້າ ຂອງຄວາມເສັຍຫາຍ ຈາກ ເຫດ ອຸທະກະພັຍ ຮອດວັນຈັນ ທີ 13 ກັນຍາ 2010 ຜ່ານມາ. ເກົ້າແຂວງ ທີ່ໄດ້ຮັບ ຜົນກະທົບ ກໍມີ ຊຽງຮາຍ ສຸໂຂໄທ ພິສນຸໂລກ ນະຄອນສວັນ ອາຍຸທຍາ ລົບບຸຣີ ສະຣະບຸຣີ ໄຊຍະພູມ ແລະ ສາກົນນະຄອນ.
ໃນເວລາ ດຽວກັນ ກົມອຸຕຸນິຍົມ ວິທຍາ ຂອງໄທ ໄດ້ອອກປ່າວເຕືອນ ໃນມື້ວັນທີ 14 ກັນຍາ 2010 ວ່າອາດຈະມີ ຝົນຕົກໜັກ ນ້ຳຖ້ວມຢ່າງ ກະທັນຫັນ ໃນທາງພາກ ເໜືອ ຕອນລຸ່ມ ທາງພາກກາງ ແລະ ທາງພາກຕາເວັນ ອອກສ່ຽງເໜືອ ຊຶ່ງທາງຝັ່ງລາວ ກໍຈະແມ່ນ ເຂດທີ່ຕິດ ກັບແຄມ ແມ່ນ້ຳຂອງ.
ເຖິງຢ່າງໃດ ກໍຕາມ ເນື່ອງຈາກເຄີຍ ເກີດເຫດການ ນ້ຳຖ້ວມຄັ້ງໃຫຍ່ ໃນເຂດ ນະຄອນຫລວງ ບາງກອກ ເມື່ອປີ 2006 ທາງການຈຶ່ງ ໄດ້ກະຕຣຽມ ເຂດເກັບ ຮັກສານ້ຳ ທີ່ກ້ວາງໃຫຍ່ ຢູ່ ອະຍຸທຍາ ເພື່ອກັນບໍ່ໃຫ້ ນ້ຳຖ້ວມ ນະຄອນຫລວງ. ເຖິງປານນັ້ນ ກໍຕາມ ເຮືອນຂອງຊາວບ້ານ 10 ກວ່າ ຫລັງໃນເຂດ ອາຍຸທຍາ ກໍຖືກລົມ ພະຍຸແຮງພັດ ເພພັງເສັຍຫາຍ ໃນຄືນວັນຈັນ ຜ່ານມາ.









