ຊາວລ້ຽງປາ ຕ້ອງການ ການຊ່ອຍເຫລືອ ພາຍຫລັງນໍ້າຖ້ວມ
2008.09.04
ເຈົ້າໜ້າທີ່ ແຂນງລ້ຽງສັຕ ແລະ ກາຣປະມົງ ແຜນກ ກະສິກັມ ປ່າໄມ້ ປະຈຳແຂວງສວັນນະເຂຕ ໄດ້ກ່າວເຖີງ ຄວາມເສັຽຫາຍ ຂອງປະຊາຊົນ ຈາກພັຍນ້ຳຖ້ວມ ໂດຽສະເພາະ ຊາວບ້ານ ທີ່ມີອາຊີພ ລ້ຽງປາຂາຍນັ້ນ ຈື່ງໄດ້ ສເນີຂື້ນໄປ ຍັງພາຄສ່ວນກາງ ຂອງພັກ-ຣັຖ ເປັນງົບປະມານ ໄປຊ່ວຍເຫລືອ ເຂົາເຈົ້າ ດັ່ງທີ່ທ່ານໄດ້ໃຫ້ ກາຣຊີ້ແຈງ ວ່າ:
“ກ່ຽວກັບຜົລເສັຽຫາຍຈາກປາອອກຂອງຊາວ ບ້ານອອກຈາກໜອງ ເຮົາຢາກໄດ້ເງີນທົດແທນຜລິຕລູກປາຊ່ວຍເຂົາຕື່ມ ດຽວນີ້ກຳລັງສເນີແຜນກາເພີ່ນ ເພີ່ນຍັງບໍ່ ໃຫ້ຄຳຕອບ (ເທື່ອ)”
ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງຕື່ມ ວ່າ ປາ ຂອງຊາວບ້ານ ທີ່ເຄີຽລ້ຽງມາ ທີ່ຍັງເຫລືອຢູ່ ໃນໜອງ ມີພຽງສ່ວນນ້ອຍເທົ່ານັ້ນ ແລະ ກໍບໍ່ສາມາດ ນຳໄປຂາຍ ເປັນຣາຍໄດ້ ເພື່ອລ້ຽງຄອບຄົວ ແຕ່ຢ່າງໃດ ພ້ອມຍັງມີ ກາຣສູນເສັຽພັນປາ ຢ່າງຫລວງຫລາຍ ນຳດ້ວຍ.
ໃນຂະນະດຽວກັນນັ້ນ ກໍມີເຈົ້າໜ້າທີ່ ຈາກແຂວງບໍຣິຄຳໄຊ ທີ່ໄດ້ກ່າວເຖີງ ຊາວກະເສຕລ້ຽງປາ ພາຍໃນແຂວງຂອງຕົນ ທີ່ສູນເສັຽພັນປາ ຈາກພັຍນ້ຳຖ້ວມ ເຊັ່ນກັນວ່າ:
“ມັນ ກໍເສັຽ ພັນປາ ທີ່ຂະເຈົ້າ ປ່ອຍລົງໄປ ນ້ຳຖ້ວມ ໄປໝົດ ມັນກໍເສັຽ ເສັຽຫລາຍເຕີບຢູ່ ແຕ່ວ່າ ບໍ່ຈື່ຕົວເລຂປານໃດ ໄດ້ຂື້ນແຜນ ສົ່ງໃຫ້ກົມ ເພື່ອຂໍພັນປາ ແຕ່ບໍ່ຮູ້ ຊິໄດ້ເທົ່າໃດ?”
ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ທັງສອງ ຍັງໄດ້ໃຫ້ ກາຣອະທິບາຍ ຕໍ່ໄປວ່າ: ຫລັງຈາກ ໄດ້ສົ່ງ ຣາຍງານ ໃຫ້ກັບທາງກົມ ກາຣປະມົງ ທີ່ນະຄອນຫລວງວຽງຈັນແລ້ວນັ້ນ ແລະ ຫລັງຈາກ ຣະດັບນ້ຳແຫ້ງລົງ ທາງແຂນງ ປະມົງ ກໍໄດ້ສົ່ງ ເຈົ້າໜ້າທີ່ ລົງມາເກັບກຳ ຂໍ້ມູລ ພ້ອມກັບ ດຳເນີນກາຣ ສຳຣວຈ ຕາມພື້ນທີ່ ທີ່ໄດ້ຮັບຄວາມເສັຽຫາຍ ຢ່າງລະອຽດ ແລະ ຄາດວ່າ ພາຍໃນ ທ້າຍສັປດານີ້ ທາງກົມ ປະມົງກໍຄົງຈະມີ ກາຣຮັບພິຈາຣະນາ ດ້ານງົບປະມານ ເພື່ອນຳໄປຊ່ວຍເຫລືອ ປະຊາຊົນ ໃນແຕ່ລະເຂຕ ທີ່ໄດ້ຮັບຄວາມເດືອດຮ້ອນ ຈາກພັຍນ້ຳຖ້ວມ ໃນຄັ້ງນີ້.