ກາຣລົງທຶນ ໃນລາວເພີ້ມຂື້ນ
ທາງກາຣ ສປປລາວ ອະນຸຍາຕ ໃຫ້ມີກາຣລົງທຶນ ໃນປະເທສກວ່າ 200 ໂຄງກາຣ ມູລຄ່າຮວມ 4,300 ລ້ານດອລລາຣ໌ ໃນ 9 ເດືອນຂອງປີ 2009 ນີ້.
-
ຫວາດ ສີມູລ
2009-11-02 -
-
-
Your browser doesn’t support HTML5 audio
ເຖີງແມ່ນສະພາບເສຖກິຈໂລກ ຍັງຕົກຕໍ່າຢູ່ກໍຕາມ ແຕ່ໃນຣະຍະ 9 ເດືອນຂອງປີ 2009 ນີ້ນັ້ນ ທາງກາຣ ສປປລາວ ໄດ້ອະນຸຍາຕ ໃຫ້ມີກາຣລົງທຶນເຖິງ 208 ໂຄງກາຣ ທີ່ຕົກເປັນ ມູລຄ່າທັງໝົດ 4,300 ລ້ານດອລລາຣ໌ ສະຫະຣັຖ ທຽບໃສ່ 1,200 ລ້ານດອລລາຣ໌ ໃນປີທີ່ຜ່ານມາ - ອີງຕາມກາຣຣາຍງານ ຂອງໜັງສືພີມ ຜູ້ຈັດກາຣຣາຍວັນໄທຽ ສະບັບວັນທີ່ 30 ຕຸລາຜ່ານມານີ້.
ທາງໜັງສືພີມ ໄດ້ແຈ້ງເພີ່ມວ່າ ກາຣລົງທຶນຂອງ ຊາວຕ່າງປະເທສ ໃນລາວ ສ່ວນຫລາຍຈະແມ່ນ ດ້ານໂຄງກາຣ ຂຸດຄົ້ນບໍ່ແຮ່ທາຕ ໂຄງກາຣສ້າງເຂື່ອນ ຜລິຕກະແສໄຟຟ້າ ດ້ານກະສິກັມປູກພືຊ ກາຣປູກຕົ້ນໄມ້ ອຸຕສາຫະກັມເຊັ່ນ: ຢາງພາຣາ ແລະ ບໍຣິສັທຕັດຫຍິບ ຕລອດຮອດໂຮງງານ ປະກອບຊິ້ນສ່ວນ ເອເລັກໂທຣນິກຕ່າງໆ.
ທາງໜັງສືພີມ ຍັງໄດ້ແຈ້ງເພີ່ມວ່າ: ຜູ້ລົງທຶນຫລາຍທີ່ສຸດ ຢູ່ລາວ ໃນປັຈຈຸບັນກໍແມ່ນ ສສວຽຕນາມ ທີ່ມີມູລຄ່າກາຣລົງທຶນ ທັງໝົດ 1,400 ລ້ານດອລລາຣ໌ ແລະ ຮອງລົງມາກໍແມ່ນ ສປຈີນ ທີ່ມີມູລຄ່າທັງໝົດ 932 ລ້ານດອລລາຣ໌, ສ່ວນໄທຽເປັນອັນດັບ 3 ທີ່ມີກາຣ ລົງທຶນທັງໝົດ 908 ລ້ານດອລລາຣ໌ ແລະ ເກົາຫລີໃຕ້ ມີກາຣລົງທຶນ 774 ລ້ານດອລລາຣ໌.
ທາງໜັງສືພີມໄດ້ ເນັ້ນວ່າ ສາເຫຕສຳຄັນ ທີ່ເຮັດໃຫ້ມີກາຣລົງທຶນ ໃນລາວເພີ່ມຂຶ້ນ ຊຶ່ງນອກຈາກຄວາມ ຫລາກຫລາຍທາງ ຊັພຍາກອນທັມຊາຕ ແລ້ວນັ້ນ ທາງກາຣລາວຍັງໃຫ້ ຄວາມສະດວກ ແກ່ຊາວຕ່າງຊາຕ ຜູ້ທີ່ລົງທຶນໃນລາວ ຫລາຍກວ່າ 3 ແສນດອລລາຣ໌ ຂື້ນໄປໃຫ້ມີສິທ ເປັນເຈົ້າຂອງທີ່ດິນ ນຳພ້ອມນັ້ນ ເຊັ່ນກັນ.