ນັກທຸຣະກິດ ວຽດນາມ ວ່າ ລາວ ຊັກຊ້າເຣື້ອງ ເຈັ້ຽສໍ ຂາດຄວາມສະດວກ ໃນການລົງທຶນ
ບັນດານັກ ທຸຣະກິດ ວຽດນາມ ຮຽກຮ້ອງໃຫ້ ທາງການລາວ ໃຫ້ຄວາມສດວກ ແກ່ຊາວຕ່າງປະເທດ ທີ່ເຂົ້າມາລົງທຶນ ຢູ່ລາວ. ຕາມຣາຍງານຂ່າວ Thanhnien News.
-
ມະນີຈັນ
2009-09-03 -
-
-
Your browser doesn’t support HTML5 audio
ທ່ານ Nguyen Van An ປະທານບໍຣິສັດ Thai Hoa Corporation ກ່າວຕໍ່ທີ່ປະຊຸມ ໃນນະຄອນ ໂຮຈິມິນ ເມື່ອວັນຈັນຜ່ານມາວ່າ, ລາວຈະຕ້ອງມີການ ປັບປຸງ ການບໍຣິຫານ ຢ່າງຮີບດ່ວນ, ເພື່ອດຶງດູດ ການລົງທຶນຈາກ ຕ່າງປະເທດໂດຍກົງ, ຮວມທັງວຽດນາມ.
ຕາມຂໍ້ມູນ ກະຊວງແຜນການ ແລະ ການລົງທຶນຂອງລາວ ນັກທຸຣະກິດ ວຽດນາມໄດ້ເຂົ້າມາ ລົງທຶນຢູ່ລາວ ປະມານ186ໂຄງການ, ມີມູນຄ່າ ຫລາຍກວ່າ2ພັນລ້ານ ໂດລ້າ ສະຫະຣັຖ. ໃນນັ້ນ161ໂຄງການ ມີການແຈກຈ່າຍ ງົບປະມານ ແລະດໍາເນີນ ໃນຕົວຈີງແລ້ວ ສ່ວນໃດສ່ວນນຶ່ງ.
ວຽດນາມ ເປັນນຶ່ງໃນຈໍານວນ ນັກລົງທຶນຕ່າງປະເທດ ຣາຍໃຫຍ່ທີ່ສຸດ 3ຣາຍໃນລາວ ຈາກທັງໝົດ32ຣາຍ. ທ່ານ Nguyen Van An ໄດ້ກ່າວອີກວ່າ, ນັກລົງທຶນຕ່າງປະເທດ ໃນລາວມັກຈະ ປະເຊີນບັນຫາ ໃນຂັ້ນຕອນ ຂອງການເຊົ່າທີ່ດິນ ຊື່ງເຮັດໃຫ້ໂຄງການ ປູກຢາງພາລາ ຂອງບໍຣິສັດທ່ານ ໃນແຂວງ ສວັນນະເຂດຊັກຊ້າ.
ທ່ານວ່າ ຄໍາຮ້ອງກໍໄປຄາ ຢູ່ກະຊວງກະສິກັມ ຍ້ອນນະໂຍບາຍ ທີ່ເຂັ້ມງວດຂອງ ທາງການແຂວງ ທີ່ອະນຸຍາດ ໃຫ້ຕ່າງປະເທດ ເຊົ່າທີ່ດິນໄດ້ ພຽງ100ເອັກຕາຣ ຂນະທີ່ບໍຣິສັດ ຂອງທ່ານຕ້ອງການ ຢ່າງໜ້ອຍ 300ເອັກຕາຣ, ສໍາລັບໂຄງການ ມູນຄ່າ 65ລ້ານໂດລາ ທີ່ໄດ້ຮັບ ອະນຸຍາດແລ້ວ.
ສ່ວນບໍຣິສັດ Tan Thinh Loi ກໍໄດ້ຖືກທວງ ໃຫ້ສົ່ງຄືນທີ່ດິນ ໃນເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອນໍາໄປໃຊ້ ສໍາລັບໂຄງການ ນຶ່ງອີກທີ່ ລົງທຶນໂດຍນັກ ທຸຣະກິດໄທ ພາຍຫລັງທີ່ຕົນ ໄດ້ລົງທຶນ ປູກຕົ້ນກາເຟ 100ເອັກຕາຣແລ້ວ, ແລະມີແຜນ ທີ່ຈະປູກອີກ 750ເອັກຕາຣ ໃນປີນີ້.
ສ່ວນບໍຣິສັດ ອຸດສາຫະກັມ Saigon Industry ກໍວ່າຄອງຖ້າ ອະນຸຍາດ ມາດົນແລ້ວ ເພື່ອເລີ່ມໂຄງການ ຜລິດຖັງຂີ້ເຫຍື້ອ ຫວັງຈະໃຫ້ທັນ ກັບການແຂ່ງຂັນ ກິລາ ຊີເກັມສຄັ້ງທີ25 ຊຶ່ງລາວ ຈະເປັນເຈົ້າພາບ.
ຊີເກັມສ ກໍໃກ້ເຂົ້າມາແລ້ວ ແຕ່ຄໍາຮ້ອງຂອງ ທາງບໍຣິສັດ ແມ່ນບໍ່ໄປບໍ່ມາ ຊຶ່ງທາງບໍຣິສັດ ກໍຈະເສັຽໂອກາດ ໃຫ້ນັກລົງທຶນຈາກ ຈີນ, ເກົາຫລີ, ຣັດເຊັຽ, ແລະໄທ ຍ້ອນຂັ້ນຕອນຮັບຜ່ານ ທີ່ຊັກຊ້າ ຂອງທາງການລາວ.