ທາງກາຣສົ່ງເສີມ ຊາວຫລວງພຣະບາງ ໃຫ້ປູກພືຊ ເສຖກິຈ

ທາງກາຣ ແຂວງຫລວງພຣະບາງ ສົ່ງເສີມໃຫ້ ປະຊາຊົນ ປູກພືຊທີ່ກັ່ນ ເປັນນ້ຳມັນ ຫລືພືຊເສຖກິຈ.

  ທາງແຜນກກະສິກັມ ແລະ ປ່າໄມ້ແຂວງ ຫລວງພຣະບາງ ຊຸກຍູ້ ໃຫ້ປະຊາຊົນ ປູກຕົ້ນໝາກໄມ້ຊນິດ ໃຫ້ນ້ຳມັນ ເປັນພືຊເສຖກິຈ, ເພື່ອສົ່ງຂາຍໃຫ້ ມີຣາຍໄດ້ເປັນ ກາຣຫລຸດຜ່ອນ ຄວາມຍາກຈົນ ຂອງປະຊາຊົນ ໂດຽມີໂຄງກາຣ ທີ່ວ່າຈະສາມາດ ສ້າງໂຮງງານກັ່ນ ນ້ຳມັນໃຫ້ໄດ້ ໃນອະນາຄົຕ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງໄດ້ກ່າວ ກ່ຽວກັບເຣື່ອງນີ້ວ່າ:

“ເພາະວ່າເພີ່ນຢາກ ທົດລອງເບີ່ງຄວາມ ຕ້ອງກາຣຂອງຕລາດ ສ່ວນຫລາຍແລ້ວ ແມ່ນແຮງງານເປັນ ຂອງປະຊາຊົນເນາະ, ພາຄຣັຖ ຈະສ້ວຍເອົາ ຫລືວ່າມີຫຍັງ ຈະຕອບສນອງ ໃຫ້ເປັນແນວພັນ, ມີຫຍັງພາຄຣັຖ ຊິສົ່ງເສີມໃຫ້ເລີຽ”

ພ້ອມດຽວກັນນີ້ ທ່ານກໍວ່າ, ໂຄງກາຣສົ່ງເສີມ ປະຊາຊົນນັ້ນ ທາງແຜນກ ອຸຕສາຫະກັມ ແລະ ກາຣຄ້າໄດ້ ຊ່ວຍເຫລືອດ້ານ ແນວພັນພ້ອມກັບ ມີກາຣຄົ້ນຄວ້າ ເກັບຕົວຢ່າງ ແນວພັນຕ່າງໆ ຈາກທັ້ງພາຍໃນ ແລະຕ່າງປະເທສ ທີ່ໄດ້ເຣີ່ມແຕ່ປີ 2008ເປັນຕົ້ນມາ. ເທົ່າປັຈຈຸບັນ ກໍມີປະຊາຊົນ ໃຫ້ຄວາມສົນໃຈ ຫລາຍພໍສົມຄວນ ໂດຽສະເພາະ ໃນເຂຕ ເມືອງຊຽງເງີນ ເມືອງປາກອູ ເມືອງຈອມເພັດ ທີ່ຮວມເປັນພື້ນທີ່ ປູກກວ່າ 2,000ເຮັກຕ໊າຣ໌ແລ້ວ ແລະຍັງຈະມີ ກາຣຂຍາຍອອກ ໄປເລື້ອຍໆ ຊື່ງທ່ານກໍໝັ້ນໃຈ ວ່າເປັນໂຄງກາຣ ທີ່ຈະຊ່ວຍໃຫ້ ປະຊາຊົນມີ ຣາຍໄດ້ເປັນຢ່າງດີ ດັ່ງທີ່ທ່ານໄດ້ ແຈ້ງເພີ່ມອີກວ່າ:

“ອາຈຈະໄດ້ຜົລດີ ແລ້ວເພີ່ນຈະສືບຕໍ່ ເຮັດໂຮງງານຂນາດ ນ້ອຍໄປຫາໃຫຍ່ ຫັ້ນແຫລະ ເພີ່ນວ່າສືບຕໍ່ໄປເລີຽ ຈະສ້າງຕັ້ງໂຮງງານ ສກັດນ້ຳມັນໃສ່ ຣົຖຫລືບໍ ເຂົາເຈົ້າວ່າໃສ່ ພາຫະນະ. ເຈົ້າຂອງຜູ້ລົງທຶນ ຍັງຊອກພື້ນທີ່ຢູ່.”

ໃນຂນະດຽວກັນນີ້ ທ່ານກໍວ່າ ທາງກາຣແຜນກ ກະສິກັມແລະປ່າໄມ້ ແຂວງຫລວງພຣະບາງ ກໍໄດ້ຈັດພີມ ປື້ມຄູ່ມືສຳຫລັບ ກາຣປູກໝາກໄມ້ ຊນິດໃຫ້ນ້ຳມັນ, ພ້ອມກັບວິທີ ກາຣປູກເພື່ອໃຫ້ ໄດ້ຜົລດີ ແລະ ຍັງມີກາຣສົ່ງ ນັກວິຊາກາຣ ໄປໃຫ້ກາຣແນະນຳ ແກ່ປະຊາຊົນ ທີ່ສົນໃຈຕາມເຂຕ ພື້ນທີ່ຕ່າງໆນຳດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org