ລາວ-ໄທຽ ຮ່ວມມືຕຣຽມ ປະຕິບັຕ ຕາມເຂຕກາຣຄ້າ ເສຣີອາຊ໊ຽນ
2009.10.08
ທ່ານທີຣາ ວົງສະມຸຕ ຣັຖມົນຕຣີ ກະຊວງກະສິກັມ ແລະ ດ້ວຍກາຣ ຮ່ວມມືຂອງໄທຽ ໄດ້ແຈ້ງຕໍ່ທາງ ສື່ມວລຊົນຫລັງຈາກໄດ້ ຮ່ວມປະຊຸມກັບ ທາງກາຣກ່ຽວຂ້ອງ ຂອງທາງຝ່າຍລາວ ໃນມື້ວັນທີ່ 6 ຕຸລາ ນີ້ວ່າ:
ຈະມີກາຣຈັດຕັ້ງ ຄນະກັມມະກາຣ ສຳຫລັບ ພິຈາຣະນາ ແກ້ໄຂບັນຫາ ທາງດ້ານ ເກັບຄ່າພາສີ ສິນຄ້າ ແລະ ກຳໜົດ ກົດເກນ ຂອງກາຣລົງທຶນ ຂອງທັງສອງຝ່າຍ ເພື່ອໃຫ້ສາມາດ ນຳມາປະຕິບັຕ ໃຫ້ໄດ້ຕາມ ກຳໜົດ ແຕ່ມື້ວັນທີ່ 1 ມົກຣາ 2010 ທີ່ຈະມາເຖີງນີ້ ເປັນຕົ້ນໄປ.
ເຈົ້າໜ້າທີ່ທາງ ກາຣໄທຽ ໃຫ້ກາຣ ອະທິບາຍວ່າ: ຜົລຜລິຕກາຣ ກະເສຕຕ່າງໆ ທີ່ທາງກາຣ ທັງສອງຝ່າຍ ເຫັນພ້ອມໃຫ້ມີ ກາຣຍົກເວັນກາຣ ເກັບຄ່າພາສີ ນັ້ນ ມີທັງໝົດ 23 ປະເພສ ດ້ວຍກັນ ແລະ ທ່ານກໍໄດ້ ເນັ້ນວ່າ ບັນດາ ນັກທຸຣະກິຈ ຊາວໄທຽ ທີ່ລົງທຶນໃນລາວ ກໍໄດ້ຮັບຄວາມ ຮ່ວມມື ຈາກທາງກາຣລາວ ເປັນຢ່າງດີ ແລະ ວ່າມູລຄ່າ ກາຣລົງທຶນກໍ ມີເພີ່ມຂື້ນ.
ໃນປີຜ່ານມາ ມູລຄ່າກາຣຄ້າຂາຍ ຣະຫວ່າງ ທາງກາຣ ລາວແລະໄທຽ ມີທັງໝົດ 78.96 ຕື້ບາທ ໂດຽເສລັ່ຽແລ້ວ ເປັນມູລຄ່າທີ່ ມີຫລາຍກວ່າປີ 2007 ປະມານ 29%.
ສະເພາະມູລຄ່າ ທີ່ທາງຝ່າຍລາວ ໄດ້ຊື້ຈາກໄທຽ ຮວມເປັນທັງໝົດ 58.39 ຕື້ບາທ ແລະ ໃນຂນະດຽວກັນ ທາງກາຣຝ່າຍລາວ ໄດ້ສົ່ງສິນຄ້າ ອອກຂາຍແກ່ໄທຽ ພຽງໃນມູລຄ່າ 20.52 ຕື້ບາທ ເທົ່ານັ້ນ.









