ບໍຣິສັດໃນລາວ ໜີພາສີ
2010.02.03
ບໍຣິສັດໃຫຍ່ນ້ອຍ ສ່ວນຫລາຍມັກ ຣາຍງານ ຣາຍໄດ້ຣາຍຈ່າຍ ໄປຫາຣັຖບານ ບໍ່ກົງກັບສະພາບ ຄວາມເປັນຈິງ. ດັ່ງເຈົ້າໜ້າທີ່ ອົງການໄອຍະການ ປະຊາຊົນສູງສຸດ ກ່າວວ່າ:
“ລະເມີດອາກອນ ພວກບໍຣິສັດ ມັນໄປລົງທະບຽນ ບໍ່ຖືກກັບຕົວຈິງ ເພິ່ນລົງອາກອນ ເພິ່ນມັກໃຊ້ຕົວເລກ ເພາະວ່າຢູ່ລາວ ມັນຍັງໃຊ້ອາກອນ ຕົວເລກຢູ່ ແລ້ວແທນທີ່ເພິ່ນ ໄດ້ເງິນຫລາຍ ເພິ່ນວ່າເພິ່ນໄດ້ ເງິນໜ້ອຍ ເພື່ອຈະໄດ້ເສັຍ ອາກອນໜ້ອຍ."
ເຈົ້າໜ້າທີ່ທ່ານນີ້ ເວົ້າອີກວ່າ ບໍຣິສັດ ທີ່ມັກລະເມີດ ກົດໝາຍອາກອນ ຫລືທີ່ມັກຫລີກລ້ຽງ ການເສັຍພາສີ ໃຫ້ແກ່ຣັຖນັ້ນ ສ່ວນຫລາຍແມ່ນ ບໍຣິສັດຂາເຂົ້າ-ຂາອອກ ບໍຣິສັດຂົນສົ່ງ ແລະບໍຣິສັດກໍ່ສ້າງ. ສ່ວນການກວດສອບນັ້ນ ຍາກຫລາຍທີ່ເຈົ້າໜ້າທີ່ ຂອງຣັຖ ຈະສາມາດກວດສອບ ພົບການ ສໍ້ຣາສບັງຫລວງ ປະເພດນີ້. ດັ່ງເຈົ້າໜ້າທີ່ ທ່ານດຽວກັນນັ້ນ ເວົ້າອີກວ່າ:
“ສິນບົນມັນເວົ້າຍາກ ພວກພະນັກງານອາກອນ ມັນຈັບຕີນປາຍມືບໍ່ໄດ້ ບໍ່ມີຫລັກຖານ ອີຫຍັງຜູກມັດ ເຂົ້າກັນໄດ້ ໃຫ້ເງິນອາກອນ ມັນມີບໍ່ຫລັກຖານ ຜູກມັດ ເຮົາກຳບໍ່ໄດ້ ເຮົາກໍຈັບຍາກ ຈັບຫລັກຖານຂອງພວກ ໃຫ້ສິນບົນມັນ ບໍ່ມີຫລັກຖານ ດຳເນີນຄະດີ ເຂົ້າບໍ່ໄດ້.”
ຊ້ຳບໍ່ໜຳ ເຈົ້າໜ້າທີ່ກວດກາ ການເງິນຫລາຍຄົນ ຊ້ຳມັກສົມຮູ້ຮ່ວມຄິດ ກັບເຈົ້າຂອງບໍຣິສັດ ເຊັ່ນຮັບເງິນສິນບົນ ຈາກບໍຣິສັດ ກໍແລ້ວໄປ. ຍ້ອນດັ່ງນັ້ນ ການກວດສອບ ແລະການແກ້ໄຂບັນຫາ ດັ່ງກ່າວ ຈຶ່ງຍາກຫລາຍ ເພາະຕ້ອງອາໃສ ຄວາມຊື່ສັດຈາກ ເຈົ້າໜ້າທີ່ກ່ຽວຂ້ອງ ແລະຈາກ ບໍຣິສັດເອງ.









