ຜລິຕພັນຂາຍອອກ ຂອງລາວ ພົບກັບບັນຫາ
ທຸຣະກິຈສົ່ງຜລິຕພັນ ອອກຂາຍຕ່າງປະເທສ ປະສົບກັບບັນຫາ ດ້ານຣະບຽບກາຣ ຂອງປະເທສຄູ່ກາຣຄ້າ.
-
ຫວາດ ສີມູນ
2010-01-05 -
-
-
Your browser doesn’t support HTML5 audio
ວຽກງານອຸຕສາຫະກັມ ໃນດ້ານກາຣສົ່ງຜລິຕພັນ ອອກຂາຍຕ່າງປະເທສ ຂອງລາວ ພົບກັບຄວາມຫຍຸ້ງຍາກ ທາງດ້ານຣະບຽບ ກາຣຕ່າງໆ ທີ່ເຄັ່ງຄັດຫລາຍ ກວ່າເກົ່າ ຍ້ອນປະເທສຄູ່ກາຣຄ້າ ຕ້ອງກາຣໃຫ້ສິນຄ້າ ທີ່ສົ່ງອອກນັ້ນ ໃຫ້ມີກາຣໃຊ້ວັຕຖຸດິບ ພາຍໃນເຖິງ 50% ສະນັ້ນກາຣລົງທຶນ ໃນເມືອງລາວ ຈຶ່ງບໍ່ມີກາຣ ຂຍາຍຕົວຫລາຍເທົ່າທີ່ຄວນ.
ຍ້ອນບໍ່ມີວັຕຖຸດິບ ໃນເມືອງລາວຫລາຍພຽງພໍ ກັບຄວາມຕ້ອງກາຣເຖິງ 50% ຈຶ່ງຕ້ອງໄດ້ສັ່ງຈາກ ຕ່າງປະເທສ ແລະເກີດມີບັນຫາ ຕລອດມາ. ນອກຈາກນັ້ນຍັງມີ ບັນຫາ ຄົນງານບໍ່ພຽງພໍ ຈຶ່ງເຮັດໃຫ້ກາຣລົງທຶນ ໃນເມືອງລາວ ບໍ່ມີກາຣຂຍາຍຕົວ ດັ່ງເຈົ້າໜ້າທີ່ແຜນກ ອຸຕສາຫະກັມແລະກາຣຄ້າ ແຂວງວຽງຈັນທ່ານໜຶ່ງ ໄດ້ກ່າວເພີ່ມວ່າ:
“ດຽວນີ້ພວກເຮົາ ກໍມີບາງບັນຫາ ທີ່ພົບກັບຄວາມຫຍຸ້ງຍາກ ໂດຽສະເພາະປັຈຈັຍ ທາງດ້ານໂຄງຮ່າງ ໂດຽສະເພາະກ່ຽວກັບ ເຣື່ອງໂທຣະຄົມມະນາຄົມ ເຣື່ອງກາຣຂ່າວສາຮ ພວກເຮົາຍັງຂາດຕົວນີ້ ແລະຄ່າຂົນສົ່ງອີກ ພວກເຮົາກໍຍັງພົບຄວາມຫຍຸ້ງຍາກ”.
ໃນຂະນະດຽວກັນທ່ານກໍວ່າ ທາງແຜນກອຸຕສາຫະກັມ ແລະກາຣຄ້າລາວ ກໍພຍາຍາມທີ່ຈະແກ້ໄຂ ຊຶ່ງກໍກຳລັງມີ ກາຣປັບຕົວເພື່ອ ອຳນວຍຄວາມສະດວກ ແລະ ບາງຄັ້ງ ກໍມີບັນຫາ ທີ່ຄົນງານບໍ່ມີ ຫລາຍພຽງພໍ ເຮັດໃຫ້ທາງໜ່ວຍງານ ກ່ຽວຂ້ອງບໍ່ສາມາດ ຜລິຕສິນຄ້າໄດ້ ໃນຈຳນວນຫລວງຫລາຍ ເພື່ອໃຫ້ພຽງພໍ ກັບຄວາມຕ້ອງກາຣ ຂອງຕລາດໄດ້ ແຕ່ຢ່າງໃດນັ້ນ.