ສິ້ນຄ້າ ເສື້ອຜ້າລາວ ສົ່ງອອກ ຈະໄດ້ຮັບຜົນກະທົບ

ວິກິດການ ການເງິນໃນອະເມຣິກາ ເຮັດໃຫ້ຕລາດ ສະຫະຣັດ ຫລຸດການສັ່ງຊື້ ຜລິດຕະພັນຕັດຫຍິບ ຂອງລາວ.

ທຸຣະກິດ ຕັດຫຍິບ​ລາວ ​ໃນ​ປີ 2009 ​ເລີ່​ມບໍ່​ສົດ​ໃສ ຫລັງ​ເກີດ ​ວິ​ກິດ​ການ ​ທາງ​ດ້ານ​ການ​ເງິນ ອັນ​ໄດ້​ສົ່ງ​ຜົນ​ກະທົບ ເຮັດ​ໃຫ້​ຕລາດ ສະຫະຣັດ ຫລຸດຈໍານວນ ​ການ​ສັ່ງ​ຊື້ ຜລິດ​ຕະພັນ ​ຕັດຫຍິບ ​ຈາກ​ລາວ ​​ໃນ​ປີ 2009 ​ເມື່ອ​ປຽບທຽບ​ໃສ່ ​ປີ 2008, ຕາມຣາຍງານ ກະ​ແສ​ຂ່າວ​ທ້ອງ​ຖີ່​ນ ວັນ​ທີ 5 ພຶ​ສຈິ​ກາ​ນີ້.

ປະທານ ສະມາ​ຄົມ ​ອຸດສາຫະກໍາ ​ຕັດຫຍິບ​ລາວ ​ໄດ້​ກ່າວ ​ຕໍ່​ຊື່​ມວນ​ຊົນ ​ທ້ອງ​ຖີ່​ນວ່າ ​ເນື່ອງ​ຈາກ​ ໂລກ​ປັຈຸ​ບັນ ມີ​ການ​ພົວພັນ​ກັນ ​ຫລາຍ​ຂຶ້ນ ​ເມື່ອ​ປະ​ເທດ​ນຶ່ງ ​ເກີດ​ມີ​ບັນຫາ​ ກໍ​ຈະ​ສົ່ງ​ ຜົນ​ກະທົບ​ໂດຍ​ລວມ ​ໄປ​ຍັງ​ປະ​ເທດ​ຕ່າງໆ. ຍີ່​ງປະ​ເທດ ​ມະຫາ​ອໍານາດ ຫລື ​ປະ​ເທດ ​ເສ​ຖກິດ ​ຍັກ​ໃຫຍ່ ກໍ​ຍີ່​ງຈະ​ສົ່ງ​ຜົນ​ກະທົບ​ຫລາຍ ​ແລະ​ ຂະຫຍາຍ​ວົງ​ກວ້າງ.

ສໍາລັບ ​ສປປລາວ​ເອງ ກໍ​ຫລີກ​ລ່ຽງ ບໍ່​ໄດ້ ຈາກ​ຜົນ​ກະທົບ ​ດັ່ງກ່າວ ​ເປັນ​ຕົ້ນ​ ໃນ​ຂົງ​ເຂດ​ການ​ຄ້າ​ ​ແຕ່​ຈະ​​ກະທົບຫລາຍ ​ຫລື ໜ້ອຍ ​ເທົ່າ​ນັ້ນ. ເວົ້າ​ສະ​ເພາະ ຂ​ະແໜງ ຕັດຫຍິບ​ລາວ ຊຶ່ງ​ເປັນ 1 ​ໃນ 3 ​ເສົາ​ຄໍ້າ​ເສ​ຖກິດ​ ທີ່​ສໍາຄັນ ຂອງ​ລາວ​ນັ້ນ ກໍສົ່ງ​ ສັນຍານ​ວ່າ ທຸຣະກິດ ​ໃນ​ປີ 2009 ຈະ​ບໍ່​ສົດ​ໃສ ​ເທົ່າ​ທີ່​ຄວນ. ຢ່າງ​ໃດ​ກໍ​ຕາມ ສປປລາວ​ ຍັງ​ຖືວ່າ​ ໂຊກ​ດີ​ຢູ່ ​ເພາະ​ມີ​ການ​ພົວພັນ​ ການ​ຄ້າ ກັບ​ສະຫະຣັດ​ ໃນ​ປະລິມານ ໜ້ອຍ.

ຍອດ​ຜລິ​ດຕະພັນ ຕັດຫຍິບ ທີ່​ລາວ​ສົ່ງ​ອອກ ​ທັງໝົດນັ້ນ ຕລາດ​ສະຫະຣັດ ກວມ​ເອົາ​ພຽງ 15 ​ເປີ​ເຊັນ ​ແຕ່​ກໍ​ເຮັດ​ໃຫ້ ​ຕັດຫຍິບ​ລາວ ຕ້ອງ​ໄດ້​ຊອກ​ຫາ ​ຕລາດ​ ແຫ່ງ​ໃໝ່ ຕື່ມ​ອີກ ​ແລະ ​ຖ້າ​ຫາກ​ມີ ​ຕລາດ​ໃໝ່​ເກີດ​ຂຶ້ນ ບັນຫາ​ດັ່ງກ່າວ ກໍ​ຈະ​ບໍ່​ເປັນ​ ຜົນ​ກະທົບ ​ຫຍັງ​ຫລາຍ.

ໃນ​ປີ 2007 ຍອດ​ມູນ​ຄ່າ ​ການ​ສົ່ງ​ອອກ​ ສີນ​ຄ້າ​ ຕັດຫຍິບ ສູງ​ເຖິງ 157 ລ້ານ​ໂດ​ລາ ​ສະຫະຣັດ ​ໂດຍ​ມີ​ຕລາດຫລັກ​ ທີ່ຢູ​ໂຣບ ກວມ​ເອົາ 80 ສ່ວນ​ຮ້ອຍ, ​ອະ​ເມຣິກາ 15 ສ່ວນ​ຮ້ອຍ ​ແລະ ​ຍີ່ປຸ່ນຈໍານວນ​ນຶ່ງ.

ສະ​ເພາະ ​ຕົວ​ເລກ 6 ​ເດືອນ​ຕົ້ນ​ປີ 2008 ລາວ​ ສາມາດ​ ສົ່ງ​ອອກ​ຜລິດ​ຕພັນ​ຕັດຫຍິບ ​ໄດ້​ຫລາຍ​ກວ່າ 80 ລ້ານ​ ໂດ​ລາ ​ສະຫະຣັດ ຂະນະ​ທີ່ ​ຕົວ​ເລກ ​ບໍ່​ເປັນ​ທາງ​ການ ​ໃນ 9​ ເດືອນ​ ປີ 2008 ມີ​ຫລາຍ​ກວ່າ 100 ລ້ານ ​ໂດ​ລາ​ສະຫະຣັດ.