ເຫລັກເສັ້ນ ຜິດກົດໝາຍ ຢູ່ລາວ
ບໍຣີສັດ ຜລີດ ແລະ ຈຳຫນ່າຍເຫັລກເສັ້ນ ໃນລາວ ໄດ້ຮັບຜົລ ກະທົບຈາກ ການນຳເຂົ້າ ເຫລັກເສັ້ນ ທີ່ຜິດກົດຫມາຍ ຂໍຮອ້ງໃຫ້ ຮັຖບານ ຊ່ອຍປາບປາມ ການກະທຳ ດັ່ງກ່າວ.
-
ສິດນີ
2009-06-01 -
-
-
Your browser doesn’t support HTML5 audio
ນາງ ຄຳຮັກ ຊາໂຍມແສງ ຜູ້ອຳນວຍການ ໂຮງງານຜລີດ ເຫລັກເສັ້ນ ໄຊຫລົງ ທີ່ບ້ານນາໄຊ ເມືອງທ່າພະ ນະຄອນ ຫລວງວຽງຈັນ ໃຫ້ການວ່າ ຈາກບັນຫາການ ລັກລອບນຳເຂົ້າ ເຫລັກເສັ້ນ ຢ່າງແຜ່ຫລາຍ ເຮັດໃຫ້ການ ດຳເນີນ ທຸຣະກິດ ຂອງບໍຣີສັດ ປະສົບກັບ ຄວາມຍຸ້ງຍາກ ໃນການຄ້າຂາຍ ໃນແຕ່ລະມື້.
ນາງວ່າ ປາຣິມານ ການຜລີດຈາກ ໂຮງງານ ນີ້ໄດ້ຫລຸດລົງ ຫລາຍເທົ່າຖ້າ ທຽບໃສ່ລະຍະ ທີ່ຜ່ານມາ ດັ່ງໃນປີ 2004ຊື່ງເປັນ ລະຍະເລີ້ມ ກີຈການ ບໍຣິສັດ ສາມາດ ຜລິດເຫລັກເສັ້ນ ອອກຂາຍໄດ້ 400ກວ່າໂຕນ ຕໍ່ເດືອນ ມີຕລາດຈຳຫນ່າຍ ຫລາຍແຫ່ງ ໃນທົ່ວປະເທດ ມາບັດນີ້ທາງ ບໍຣີສັດ ສາມາດຜລີດ ອອກຂາຍໄດ້ ພຽງແຕ່ 40-50 ໂຕນຕໍ່ເດືອນ ຍ້ອນຕລາດ ຖືກຍາດໄປຈາກ ກຸ່ມທີ່ນຳ ເຫັລກເສັ້ນ ເຂົ້າແບບ ຜີດກົດຫມາຍ ຮ່ວມດ້ວຍຣາຄາ ເຫັລກເສັ້ນ ກໍ່ຕົກຕ່ຳ ນຳອີກ.
ຜົລກະທົບ ດັ່ງກ່າວ ບໍ່ແມ່ນສະເພາະ ແຕ່ບໍຣີສັດ ຂອງນາງ ບໍຣີສັດອື່ນ ກໍ່ເຫມືອນກັນ ທີ່ຂາດທືນ ເປັນຈຳນວນ ຫລວງຫລາຍ ໃນລະຍະ ຫລັງໆມານີ້ ບໍຣີສັດ ນາງ ຂາດທືນເຖີງ 2ຕື້ກີບ ແລະກໍ່ໄດ້ ຫລຸດປາຣີມານ ການຜລີດລົງ ໃຫ້ຄົນງານ ອອກການ ຈື່ງຢາກຮຽກຮ້ອງ ໃຫ້ຣັຖບານ ຊ່ອຍເຫລືອ ໃນການປາບປາມ ກຸ່ມທີ່ນຳ ເຫລັກເຂົ້າ ປະເທດ ແບບຜິດກົດຫມາຍ ເພື່ອການຢູ່ລອດ ຂອງທຸຣະກິດ ດ້ານນີ້.