ປູກຢາງພາຣາ ແຜນການ ຍັງບໍ່ຈະແຈ້ງ
2009.06.09
ທາງການລາວ ໃຫ້ຄວາມສໍາຄັນ ຫລາຍໃນການ ສົ່ງເສີມ ການລົງທຶນ ປູກຢາງພາຣາ ໃນທຸກພື້ນທີ່ ທົ່ວປະເທດລາວ ໃນປັດຈຸບັນ ໂດຍບໍ່ທັນມີ ການກໍານົດ ຕົວເລກ ທີ່ຈະແຈ້ງ ກ່ຽວກັບການ ຂຍາຍພື້ນທີ່ ເພາະປູກພືດ ອຸສຫະກັມ ດັ່ງກ່າວ ພຽງແຕ່ຄາດຫວັງ ອອກນະໂຍບາຍ ຄຸ້ມຄອງ ການລົງທຶນ ທີ່ມີຢູ່ແລ້ວ ໃຫ້ໄດ້ຜົນດີ ທີ່ສຸດ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຂັ້ນສູງກະຊວງ ກະສິກັມ ແລະ ປ່າໄມ້ຂອງລາວ:
"ໂຕນີ້ນິ ບອກບໍ່ທັນໄດ້ ໂຕລະອຽດ ເທື່ອເນາະແຕ່ວ່າ ຣັຖບານລາວ ກໍມີ ນະໂຍບາຍວ່າ ເຮັດແນວໃດ ຈະຄຸ້ມຄອງໂຕ ທີ່ວ່າໄດ້ ລົງທຶນມາແລ້ວ ໄດ້ເພາະປູກ ມາແລ້ວ ໃຫ້ມີຜົນທາງ ດ້ານສັງຄົມ ທາງດ້ານ ເສຖກິດ ແລະກໍທາງດ້ານ ສີ່ງແວດລ້ອມ."
ການສົ່ງເສີມ ປູກຢ່າງພາຣາ ທີ່ເລີ້ມແຕ່ປີ 1994ມາ ຮອດປັດຈຸບັນ ພື້ນທີ່ການປູກ ເພີ້ມຂຶ້ນຫລາຍໝື່ນ ເອັກຕາຣ ໂດຍສ່ວນໃຫຍ່ ເປັນການລົງທຶນ ຂອງເອກກະຊົນ ຕ່າງຊາດເຊັ່ນ ຈີນ ທີ່ເຂົ້າມາ ລົງທຶນໃນແຂວງ ພາກເໜືອ ຫລວງນໍ້າທາ ບໍ່ແກ້ວແລະ ຜົ້ງສາລີ.
ທາງແຂວງພາກໄຕ້ ຄືແຂວງ ອັຕປື ເຊກອງ ແລະ ຈໍາປາສັກ ກໍແມ່ນ ວຽດນາມ ເຂົ້າມາລົງທຶນ ຊຶ່ງທາງ ຣັຖບານລາວ ກໍປະສົງທີ່ ຈະອອກ ນະໂຍບາຍ ຄຸ້ມຄອງທີ່ດີ ກ່ອນທີ່ ຈະຂຍາຍພື້ນ ທີ່ປູກ ອອກໄປ. ແລະຕາມຣາຍງານ ໜັງສືພິມ ທາງການລາວ ສະບັບ ວັນທີ9 ມິຖຸນາ 2009 ຜູ້ຊ່ຽວຊານຈາກ ພາກສ່ວນກ່ຽວຂ້ອງ ເຫັນວ່າການ ລົງທຶນປູກຝັງ ຂນາດໃຫຍ່ ເລົ່ານີ້ຊຶ່ງທາງ ບໍຣິສັດ ດຶງປະຊາຊົນ ເຂົ້າມາຮ່ວມຕາມ ນະໂຍບາຍ 2ບວກ3 ມີຜົນໃຫ້ ຊາວບ້ານ ເປັນຝ່າຍເສັຽປຽບ ເພາະຊາວບ້ານ ທີ່ເຂົ້າຮ່ວມ ຈະຕົກ ເປັນພຽງຄົນງານ ສວນຢາງພາຣາ ໄປນັ້ນທາງ ຣັຖບານລາວ ກໍເຫັນວ່າ ຄວນຈະໄດ້ຮັບ ການແກ້ໃຂ. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ:
"ຣັຖບານ ຢາກໃຫ້ ປະຊາຊົນ ມີສ່ວນຮ່ວມຫລາຍ ຢາກໃຫ້ມັນ ເປັນລັກສະນະ small holder ແຕ່ປະຊາຊົນ ປູກເອງກໍມີ ຈໍານວນນຶ່ງ ແຕ່ວ່າຖ້າມາ ສົມທຽບໃສ່ກັບ ເປີເຊັນ ການລົງທຶນ ຈາກພາຍນອກ ກະແມ່ນຖືວ່າ ຍັງໜ້ອຍ ໜ້ອຍກວ່າການ ລົງທຶນຈາກ ພາຍນອກ."
ແລະໃນຣະຫວ່າງ ວັນທີ 18ຫາ20 ມິຖຸນາ ນີ້ຊຶ່ງ ຣັຖບານລາວ ຈະເປັນເຈົ້າພາບ ກອງປະຊຸມ ເລື່ອງຢາງພາຣາ ອາຊຽນ 2009ນັ້ນ ທາງພາກສ່ວນ ກ່ຽວຂ້ອງຂອງລາວ ຕັ້ງຄວາມຫວັງວ່າ ຈະໄດ້ຖອດຖອນ ບົດຮຽນ ຂອງພາກສ່ວນ ກ່ຽວຂ້ອງຈາກ ປະເທດ ອາຊຽນ ຮວມໄປເຖິງ ຈາກປະເທດຈີນ ດ້ວຍ ຊຶ່ງຈະຊ່ວຍໃຫ້ ລາວ ກໍານົດ ນະໂຍບາຍ ພັທນາ ອຸສຫະກັມ ຢາງພາຣາ ຂອງຕົນຕໍ່ໄປ.









