ອຸຕສາຫະກັມ ກາຣຄ້າໃນລາວ

ກາຣປະຕິບັຕ ວຽກງານດ້ານ ອຸຕສາຫະກັມ ແລະ ກາຣຄ້າຂອງ ສປປລາວ ຍັງຄ້າງຄາ ຫລາຍຢ່າງ.
ຫວາດ ສີມູນ
2010.05.17

ທາງກະຊວງ ອຸຕສາຫະກັມ ແລະ ກາຣຄ້າຂອງ ສປປລາວ ໄດ້ຣາຍງານດ້ານ ປະຕິບັຕ ວຽກງານໃນຣະຍະ 6 ເດືອນທຳອິດຂອງ ສົກປີ 2009-2010 ນີ້ ທີ່ວ່າກາຣ ດຳເນີນວຽກງານ ຍັງບໍ່ປະສົບ ຜົລສຳເຣັຈດີ ເທົ່າທີ່ຄວນ ໂດຽສະເພາະດ້ານ ກາຣສົ່ງອອກ ຍັງບໍ່ທັນມີ ລັກສນະກ້າວໜ້າ ດັ່ງຈະເຫັນໄດ້ ໃນດ້ານ ຊັພຍາກອນທັມຊາຕ ເຊັ່ນ: ແຮ່ທາຕ ຍັງກວມຫລາຍ ກວ່າເຄິ່ງຂອງ ກາຣສົ່ງອອກ.

ສ່ວນສິນຄ້າ ດ້ານກະສິກັມ-ປ່າໄມ້ນັ້ນ ສ່ວນຫລາຍຍັງເປັນ ແບບທີ່ສົ່ງວັຕ ຖຸດິບ ໂດຽບໍ່ໄດ້ຜ່ານ ກາຣປຸກ ແຕ່ງສຳເຣັຈຮູບ ເຮັດໃຫ້ມີມູລຄ່າຕໍ່າ ເປັນກາຣເສັຽປຽບ ໃນດ້ານແຂ່ງຂັນ ແລະ ທາງກາຣຕລາດ ກໍບໍ່ຮັບປະກັນ.

ພ້ອມດຽວກັນ ໃນຣາຍງານຍັງ ໄດ້ແຈ້ງເພີ່ມວ່າ ກາຣນຳສິນຄ້າ ຕ່າງໆເຂົ້າປະເທສ ເຊັ່ນ: ດ້ານຍານພາຫະນະ ນ້ຳມັນເຊື້ອເພີງ ຍັງຢູ່ໃນອັຕຣາ ສູງຄືເກົ່າ ພ້ອມຍັງມີ ກາຣລັກລອບຄ້າ ແບບນອກຣະບົບ ເປັນປະຈຳ ແລະກາຣດຳເນີ ທຸຣະກິຈແບບ ບໍ່ຖືກຕ້ອງຕາມ ກົດໝາຍ ຍັງມີກາຣ ປະຕິບັຕກັນ ຕລອດມາ ເຊັ່ນດຽວກັບກາຣ ລັກລອບຕັດໄມ້ ແລະກາຣນຳ ສິນຄ້າໜີພາສີ ກໍຍັງມີຢູ່ ຢ່າງກວ້າງຂວາງ ໂດຽທາງກາຣລາວ ກໍບໍ່ສາມາດ ທີ່ຈະ ປາບປາມໄດ້.

ນອກຈາກນັ້ນ ຍັງມີຣາຍງານວ່າ ກາຣຜລິຕສິນຄ້າ ຍັງມີຊ່ອງຫວ້າງ ເຮັດໃຫ້ຜູ້ລົງທຶນ ໃນໂຄງກາຣຜລິຕ ສິນຄ້າ ໂດຽສະເພາະດ້ານ ກະສິກັມ ກໍບໍ່ມີກາຣ ປະຕິບັຕຕາມ ຂໍ້ສັນຍາ ແລະດ້ານ ຣັຖວິສາຫະກິຈ ກໍມີກາຣປັບປຸງ ທີ່ຫລ້າຊ້າ.

ສຳຫລັບວຽກງານ ດ້ານສົ່ງເສີມກາຣ ຜລິຕສິນຄ້າ ຍັງບໍ່ເປັນຣະບົບ ແລະຍັງຂາດດ້ານ ກາຣຄຸ້ມຄອງ ຣາຄາສິນຄ້າ ໂດຽມີກາຣປະປ່ອຍ ໃຫ້ທາງຕລາດ ເປັນຜູ້ບົ່ງ ຣາຄາເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.