ໝາກສາລີເມືອງປາກລາຍ ບໍ່ມີຕລາດຮອງຮັບ

ການປູກສາລີ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ມີຫລາຍ ຈົນຜົນ ຜລິດອັ່ງອໍ ຍ້ອນບໍ່ມີ ຕລາດຮອງຮັບ.
ຈໍາປາທອງ
2010.05.14

ການປູກສາລີ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ມີຢ່າງກວ້າງຂວາງ ຍ້ອນມີການສົ່ງເສີມ ຂອງນັກທຸຣະກິດ ແລະໜ່ວຍງານທີ່ ກ່ຽວຂ້ອງ ຈົນມີຜົນຜລິດຫລາຍ ຂາຍໃຫ້ຕ່າງປະເທດ. ແຕ່ໃນ ປັດຈຸບັນນີ້ ຜົນຜລິດລົ້ນຕລາດ ຂາຍໄປຕ່າງປະເທດ ບໍ່ໄດ້ ຍ້ອນບໍ່ມີຕລາດ ຮອງຮັບ ຊຶ່ງເມື່ອປີຜ່ານມາ ປູກໄດ້ 100 ກວ່າພັນຕັນ ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ເມືອງປາກລາຍ ເວົ້າວ່າ:

"ການຜລິດກະສິກັມ ເປັນສິນຄ້າ ເລັ່ງໃສ່ການປູກພືດ ອຸດສາຫະກັມ ສົ່ງອອກ ບັນຫາຕົ້ນຕໍແລ້ວ ແມ່ນການປູກສາລີ ຖືວ່າຜົນຜລິດ ປີຜ່ານມານີ້ໄດ້ 129,229 ໂຕນ".

ທ່ານເວົ້າຕໍ່ໄປວ່າ ເມືອງປາກລາຍ ມີພື້ນທີ່ປູກສາລີ ປະມານ 21,500 ເຮັກຕາ ຖືວ່າເປັນເມືອງທີ່ ປູກສາລີຫລາຍ ເກືອບເທົ່າກັບ ເຄິ່ງນຶ່ງຂອງແຂວງ ຊຶ່ງມີການຄາດ ກັນວ່າຢູ່ທົ່ວ ແຂວງໄຊຍະບູຣີ ມີເນື້ອ ທີ່ປູກສາລີ ທັງໝົດ ປະມານ 45,700 ເຮັກຕາ.

ນັບຕັ້ງແຕ່ປີ 2000 ມາ ນັກທຸຣະກິດ ແລະໜ່ວຍງານທີ່ ກ່ຽວຂ້ອງ ລະດົມປະຊາຊົນ ປູກສາລີຫລາຍ ຂຶ້ນນຳທຸກປີ ແຕ່ມາໃນ ປັດຈຸບັນນີ້ ປະເຊີນກັບບັນຫາ ຂາດຕລາດຕ່າງ ປະເທດ ທີ່ຮອງຮັບຜົນຜລິດ ເຮັດໃຫ້ຣາຄາ ຜົນຜລິດຕົກຕ່ຳ ລົງຢ່າງຕໍ່ເນື່ອງ.

ເຖິງແມ່ນວ່າໜ່ວຍ ງານທີ່ກ່ຽວຂ້ອງ ຂອງທາງການລາວ ພຍາຍາມຫາທາງ ແກ້ໄຂ ໂດຍການຊຸກຍູ້ ໃຫ້ນັກທຸຣະກິດ ລົງທຶນສ້າງໂຮງງານ ປຸງແຕ່ງສາລີ ແຕ່ກໍບໍ່ມີ ນັກທຸຣະກິດ ລາຍໃດ ໃຫ້ຄວາມສົນໃຈ.

ໃນເມື່ອເປັນຄື ແນວນັ້ນ ຊາວສວນສາລີ ຈຶ່ງຕ້ອງໄດ້ຂາຍ ຜົນຜລິດຂອງຕົນ ໃຫ້ພໍ່ຄ້າຄົນກາງ ໃນຣາຄາຕ່ຳ ຫລືບໍ່ ກໍຕ້ອງລັກນຳ ຜົນຜລິດຂອງຕົນ ໄປຂາຍທີ່ຝັ່ງໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.