ບໍຣິສັທຈີນຖືກປັບໃໜ ຕັດໄມ້ເກີນກໍານົດ
ທາງກາຣ ແຂວງຜົ້ງສາລີ ໄດ້ລົງໂທດ ປັບໃໜ ບໍຣິສັທຈີນ ທີ່ຕັດໄມ້ເກີນ ຂອບເຂຕກໍາໜົດ ໃນສັມປະທານ ປູກຢາງພາຣາ.
-
ຫວາດ ສີມູນ
2010-07-08 -
-
-
Your browser doesn’t support HTML5 audio
ເຖິງແມ່ນວ່າ ທາງກາຣ ແຂວງຜົ້ງສາລີ ໄດ້ລົງໂທສ ບໍຣິສັທຂອງຈີນ ທີ່ໄດ້ຕັດໄມ້ ເກີນຂອບເຂຕ ທີ່ທາງຣັຖບາລ ໄດ້ກຳໜົດໃຫ້ ໃນໂຄງກາຣ ສັມປະທານ ປູກຕົ້ນຢາງພາຣາ ໄປແລ້ວ ນັ້ນກໍຕາມ ແຕ່ທາງບໍຣິສັທ ກໍຍັງສາມາດ ດຳເນີນກາຣ ຕໍ່ໄປຢູ່ຄືເກົ່າ ແທນທີ່ຈະສັ່ງ ໃຫ້ຍຸຕິໂຄງກາຣ ເພາະທາງກາຣແຂວງ ຍັງເຫັນຄວາມສຳຄັນ ຂອງບໍຣິສັທ ທີ່ວ່າຈະຊ່ວຍ ພັທນາໃຫ້ຄວາມຊ່ວຍເຫລືອ ປະຊາຊົນໃນເຂຕ ຫ່າງໄກຊອກຫລີກ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ປະຈຳ ແຂວງໄດ້ກ່າວວ່າ:
“ບໍຣິສັທສົ່ງເສີມ ປູກຢາງພາຣາ ໄດ້ຢູ່ໃນເຂຕສົ່ງເສີມ ປູກຢາງພາຣາ ມີໄມ້ເຂົາເຈົ້າ ກໍຕັດໄປເລີຽ ແລະເຫັນວ່າມັນ ບໍ່ໄດ້ຂໍອະນຸຍາຕ ແລະພວກເຮົາກໍໄດ້ ປະຕິບັຕ ຕາມກົດໝາຍປ່າໄມ້ ກໍມີແຕ່ ບໍຣິສັທດຽວ ບໍຣິສັທຈິງເຈີຍ”.
ພ້ອມດຽວກັນນີ້ ທ່ານກໍວ່າ ທາງບໍຣິສັທຈິງຈຽງ ໄດ້ລະເມີດກົດໝາຍ ຂອງກາຣ ສັມປະທານ ດ້ວຍກາຣຕັດໄມ້ ເກີນກຳໜົດກວ່າ 100 ແມ໊ຕກ້ອນ ຊຶ່ງກໍຖືເປັນ ກາຣກະທຳຜິດ ທີ່ບໍ່ຮ້າຍແຮງ ພໍເທົ່າໃດ ແຕ່ກໍໄດ້ຍຶດເອົາ ໄມ້ທັ້ງໝົດໄວ້ ພ້ອມກັບປັບໃໝ 2 ເທົ່າຕົວ ຂອງຣາຄາໄມ້ ຕາມກົດໝາຍວ່າດ້ວຍ ປ່າໄມ້ໃນລາວ ແລະຫລັງຈາກນັ້ນ ກໍມີກາຣ ອະນຸໂລມໃຫ້ທາງ ບໍຣິສັທ ດຳເນີນກິຈກັມ ຕໍ່ໄປ:
“ຕາມກົດໝາຍແທ້ໆ ກໍຖ້າລົງໂທສແລ້ວ ກໍຖືວ່າບໍ່ມີ ສິທແລ້ວແຕ່ວ່າ ດຽວນີ້ມັນມີ ຄວາມຈຳເປັນ ເພາະວ່າ ຢູ່ຂົງເຂຕນັ້ນ (ເປັນ) ເຂຕຊອກຫລີກ ແລະຄັນວ່າຖອນ ເຫລົ່າອອກມາ ແລະແມ່ນຢາງພາຣາ ທີ່ປະຊາຊົນປູກ ຈະບໍ່ມີຜູ້ຊື້ ສະນັ້ນທາງແຂວງ ເພິ່ນອະນຸໂລມ ໃຫ້ຊຸດນີ້ ຄັນຖ້າວ່າຜິດ ຕໍ່ໄປ ແລະກໍຖື ວ່າລົບລ້າງເລີຽ.”
ຢ່າງໃດກໍຕາມ ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ແຈ້ງເພີ່ມວ່າ ກາຣລັກລອບຕັດໄມ້ ເກີນຂອບເຂຕ ທີ່ເປັນບັນຫາ ເກີດຂຶ້ນຢູ່ໃນ ແຂວງຜົ້ງສາລີນັ້ນ ສ່ວນຫລາຍແລ້ວ ຈະເປັນກາຣກຳທຳ ຂອງນັກລົງທຶນຊາວ ຕ່າງຊາຕ ໂດຽທີ່ບໍ່ມີ ຄົນລາວຮ່ວມນຳ ແຕ່ຢ່າງໃດ ແລະບັນຫາດັ່ງກ່າວ ກໍກຳລັງທີ່ ຈະໄດ້ຮັບກາຣ ແກ້ໄຂໃໝ່ ພາຍຫລັງທີ່ປະຊາຊົນ ທ້ອງຖິ່ນໄດ້ຮ້ອງຮຽນ ໄປຍັງສະພາແຫ່ງຊາຕ ແລ້ວນັ້ນ.