ແຂວງຄໍາມ່ວນ ຢຸດສົ່ງ ໄມ້ອັດອອກຂາຍ
2010.02.05
ບໍຣິສັທ ໂຮງງານໄມ້ອັດ ລາວ-ຈີນ ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຍຸຕິກາຣສົ່ງ ສິນຄ້າໄປຍັງ ປະເທສວຽຕນາມ ພາຍຫລັງທີ່ ປະສົບກັບ ບັນຫາຄ່າ ວັຕຖຸດິບ ແລະ ຄ່າຂົນສົ່ງທີ່ແພງ ຂຶ້ນຫລາຍກວ່າເກົ່າ ພ້ອມກັບຍັງຕ້ອງ ໄດ້ຫລຸດຈຳນວນ ກາຣຜລິຕລົງ ຕື່ມອີກ ດັ່ງທ່ານ ເຂັມເພຊ ແກ້ວເພຈັນ ຜູ້ອຳນວຍກາຣ ບໍຣິສັທ ໄດ້ກ່າວ ກ່ຽວກັບເຣື່ອງນີ້ວ່າ:
“ປັຈຈຸບັນນີ້ ໂຮງງານພວກເຮົາ ໄດ້ຢຸດສົ່ງອອກ ຍ້ອນວ່າ ວັຕຖຸດິບ ພວກເຮົານຳເຂົ້າມາ ຈາກຕ່າງປະເທສ ເປັນຕົ້ນແມ່ນ ສາຣຢູເຣັຍດີໄຮ ໄດ້ຂຶ້ນຣາຄາ ຄ່າຂົນສົ່ງ ກໍຂຶ້ນຣາຄາ ຄ່ານ້ຳມັນ ກໍຂຶ້ນຣາຄາ ເລີຽເຮັດໃຫ້ກາຣສົ່ງ ອອກພວກເຮົານີ້ ໄປຂາຍບໍ່ໄດ້”.
ພ້ອມດຽວກັນນີ້ ທ່ານກໍວ່າ ທີ່ຜ່ານມາທາງ ບໍຣິສັທ ມີອັຕຣາ ກາຣຜລິຕໄມ້ອັດ ໃນຣະຫວ່າງ 800-1000 ແຜ່ນຕໍ່ມື້ ແລະ ມີຄົນງານ ທັງໝົດ80ຄົນ ແຕ່ຍ້ອນປະສົບ ກັບບັນຫາ ຈຶ່ງໄດ້ຜລິຕ ແຕ່ພຽງ400 ແຜ່ນເທົ່ານັ້ນ ໃນແຕ່ລະມື້ ແລະ ກໍຕ້ອງໄດ້ຫລຸດ ຈຳນວນຄົນງານ ລົງເຄິ່ງ ໜຶ່ງເຊັ່ນກັນ ແລະ ໃນປັຈຈຸບັນ ທາງບໍຣິສັທ ຈຶ່ງຕ້ອງ ຫັນມາຊອກຫາ ຕລາດຢູ່ພາຍ ໃນປະເທສເຊັ່ນ ນະຄອນຫລວງວຽງຈັນ ແລະສວັນນະເຂຕ.
ໂຮງງານ ອຸຕສາຫະກັມ ຜລິຕໄມ້ອັດ ແລະ ເຄື່ອງຕົກແຕ່ງບ້ານ ຫລືເຟີຣ໌ນີເຈີຣ໌ ເປັນສິນຄ້າທີ່ມີ ກາຣຜລິຕຫລາຍ ພາຍໃນແຂວງ ຄຳມ່ວນ ດັ່ງກ່າວນີ້ ແລະ ທາງບໍຣິສັທ ກໍສາມາດແຂ່ງກັບ ຕລາດຢູ່ຕ່າງ ປະເທສໄດ້ ດັ່ງທີ່ ທ່ານເຂັມພອນ ໄດ້ແຈ້ງເພີ່ມວ່າ:
”ຕອນພວກເຮົາ ສົ່ງໄປຂາຍ ປະເທສວຽຕນາມຫັ້ນ ພວກເຮົາກໍໄດ້ ສົ່ງໄປແຂ່ງຂັນ ກັບຫລາຍປະເທສ ຄຸນພາບ ຂອງພວກເຮົານີ້ ຖືວ່າເວົ້າຮວມ ເວົ້າສະເພາະ ຄຸນພາບໄມ້ ຂອງພວກເຮົານີ້ ເປັນໄມ້ສົດ ໄມ້ແທ້ ຖືວ່າໄມ້ຂອງ ເຮົານີ້ຮັບປະກັນ ຖືວ່າເປັນໄມ້ ທີ່ມີຄຸນພາບດີ”.
ໃນຂນະດຽວກັນ ທ່ານຍັງໄດ້ ຮຽກຮ້ອງໃຫ້ ປະຊາຊົນລາວ ຫັນມາອຸດໜຸນສິນຄ້າ ໃນປະເທສ ໃຫ້ຫລາຍຂຶ້ນ ເພື່ອຊ່ວຍຫລຸດຜ່ອນ ກາຣນຳເອົາສິນຄ້າ ຈາກຕ່າງ ປະເທສ ພ້ອມຍັງເປັນ ກາຣຊ່ວຍເຫລືອ ອຸຕສາຫະກັມ ພາຍໃນປະເທສ ອີກດ້ວຍ,









