ຊາວລ້ຽງປາ ກະຊັງ ພົບບັນຫາ

ຊາວລ້ຽງ ປາກະຊັງ ຕາມລຳແມ່ນ້ຳຂອງ ເຂດບ້ານບໍ່ໂອ ນະຄອນຫລວງວຽງຈັນ ປະເຊີນກັບ ບັນຫາປາຕາຍ ຢ່າງຫລວງຫລາຍ ທີ່ບໍ່ຮູ້ ສາເຫດ.

ຊາວບ້ານ​ບໍ່​ໂອ​ເຂດ​ນະຄອນຫລວງ​ວຽງຈັນປະ​ເທດ​ລາວທ່ານນຶ່ງ​ໄດ້​ເປີດ​ເຜີຍ​ຕໍ່ຜູ້​ສື່​ຂ່າວ ວິທຍຸ ​ເອ​ເຊັຍ​ເສລີ ​ວ່າ​ໃນ​ສາມ​ປີ ​ມານີ້ຕົກ​ມາ​ເຖິງ ​ເດືອນກໍລະ​ກະດາຊາວ​ລ້ຽງປາ ​ໃສ່​ກະຊັງ ຕາມລຳ​ແມ່ນ້ຳຂອງ​ໂດຍ​ສະ​ເພາະ​ໃນ​ເຂດ​ບໍ່​ໂອປະສົບ​ກັບ ​ຄວາມ​ເສັຍ​ຫາຍ ​ຢ່າງ​ຫລວງຫລາຍ​ເພາະ​ປາ​ລ້ຽງ ​ໃນ​ກະຊັງ​ນັ້ນຕາຍ​ ຢ່າງ​ບໍ່ຮູ້​ສາ​ເຫດ​ແລະ​ໃນ​ຊ້ວງ​ ເດືອນ ມິຖຸນາຂອງ​ປີນີ້ກໍ​ພົບ​ບັນຫາ ​ເໝືອນປີ ຜ່ານໆມາ.

ສຳລັບ​ຜູ້​ລ້ຽງປາຕ່າງ​ກໍ​ມີ​ແຕ່ ພາກັນ​ເດົາ ​ຫາ​ສາ​ເຫດທີ່​ພາ​ໃຫ້​ປາ​ຕາຍ​ແລະ ​ສ່ວນ​ໃຫຍ່ກໍ​ເດົາ​ວ່າຍ້ອນ​ລະດູຝົນ​ປີນີ້ມາ​ໄວ​ ຜິດ​ປົກກະຕິ ​ກວ່າ​ທຸກ​ປີນ້ຳຝົນ ​ເຮັດ​ໃຫ້ນ້ຳຂອງ ຂື້ນໄວ-ລົງ​ໄວ​ເຮັດ​ໃຫ້​ນ້ຳຂອງ​ຂຸ່ນ​ແລະ ​ນ້ຳ​​ໄຫລ​ແຮງບາງ​ບ່ອນ ​ກໍ​ມີນ້ຳຜັນ​ລົງຈຶ່ງ​ເຮັດ​ໃຫ້ ​ປາ​ຕາຍ ​ຢ່າງ​ຫລວງຫລາຍ.

ຄວາມ​ເສັຍ​ຫາຍ ​ດັ່ງກ່າວ​ເຮັດ​ໃຫ້ ​ຜູ້​ລ້ຽງປາ​ ບາງ​ຄົນມີໜີ້ສິນ ​ຢ່າງ​ຫລວງຫລາຍບາງ​ຄົນລົ້ມ ລະລາຍໄປ ​ກໍ​ມີ. ​ແລະ ​ບໍ່ຮູ້​ວ່າ ​ຈະ​ໄປ​ເພິ່ງ​ຜູ້​ໃດຫລື ​ພາກສ່ວນ​ໃດມີ​ພຽງ​ແຕ່ ​ພາກັນ ​ວິພາກ​ວິຈານ ​ໃຫ້​ນັກວິຊາການຫລື​ພາກສ່ວນທີ່​ກ່ຽວຂ້ອງ​ເຊັ່ນຫ້ອງການ​ປະມົງຂອງ​ກະຊວງ​ກະສິກຳຫລືຫ້ອງການ ​ກະສິກຳ​ເມືອງຫລືທະນາຄານທີ່​ໃຫ້​ທຶນ​ກູ້​ຢືມຊຶ່ງ​ເທົ່າ​ທີ່​ຜ່ານ​ມາບໍ່​ເຄີຍ​ລົງ​ມາ ​ໃຫ້ການຊີ້ນຳຫລື​ແນະນຳ​ເພື່ອ​ຊອກ​ຫາ ​ວິທີ​ແກ້​ໄຂ​ຊ່ວຍ​ຜູ້​ລ້ຽງປາ ​ແຕ່​ຢ່າງ​ໃດ, ມີ​ແຕ່​ປະປ່ອຍ​ໃຫ້​ ພວກ​ເຂົາ​ເຈົ້າ ​ແກ້​ໄຂ​ບັນຫາ ​ດ້ວຍ​ຕົນ​ເອງ​ແບບ​ຕາມ​ມີ​ຕາມ​ເກີດ.

ແຕ່​ກົງກັນຂ້າມພາກສ່ວນ​ກ່ຽວຂ້ອງ ​ທີ່​ວ່າ​ນັ້ນຈະ​ລົງ​ມາ​ເບິ່ງກໍ​ຕໍ່​ເມື່ອ​ເວລາ ​ທີ່​ຊາວ​ລ້ຽງປາໄດ້​ຮັບ​ຜົນ​ດີປາ​ໃຫຍ່​ແລະ ​ອ້ວນ​ພີ​ດີງາມ. ​ແລະ ​ການ​ລົງ​ມານັ້ນກໍ​ແມ່ນ ​ມາສິ້ນ​ເປືອງ​ ຊາວ​ລ້ຽງປາ. ນອກຈາກ ​ຈະ​ໄດ້​ກິນ​ປາ ​ຢູ່​ກັບ​ທີ່​ນັ້ນ​ແລ້ວ​ ​ແຕ່ລະຄົນ ກໍ​ຍັງ​ໄດ້​ຫິ້ວປາ 2-3 ​ໂຕ ​ເມືອ​ກິນ ​ຢູ່ບ້ານພ້ອມທັງ​ ເກັບ​ເງິນ​ ໃນ​ແຕ່​ລະ​ບ່ອນກະຊັງ​ປາ ​ນຶ່ງ1 ​ແສນກີບ. ​ແລະ ​ບໍ່ຮູ້​ວ່າ​ເງິນ​ນັ້ນ​ເປັນ​ເງິນ​ເສັຍ ​ສຳລັບ​ ຄ່າ​ຫຍັງ. ດັ່ງນັ້ນຈຶ່ງ​ບໍ່ຮູ້​ວ່າກິດຈະການ ​ລ້ຽງປາ​ກະຊັງນັ້ນຈະ​ຢູ່​ລອດ​ໄປ​ໄດ້​ ອີກ​ດົນ​ນານ​ປານ​ໃດ, ທ່ານ​ກ່າວ​ໃນ​ທີ່​ສຸດ.