ບ່ອນລ້ຽງສັຕໜ້ອຍລົງ ຍ້ອນປູກຕົ້ນຢາງພາຣາ

ໂຄງກາຣປູກ ຕົ້ນຢາງພາຣາ ຢູ່ແຂວງເຊກອງ ສົ່ງຜົລກະທົບ ຕໍ່ກາຣລ້ຽງສັຕ ຂອງປະຊາຊົນ ທ້ອງຖີ່ນ.

ກາຣທີ່​ທາງ​ກາຣ ສປປລາວ ​ໄດ້​ໃຫ້​ສັມປະທານ ​ແກ່​​ເອກ​ຊົນ​ຊາວ ​ຕ່າງປະ​ເທສ ລົງທຶນ​ໃນ​ໂຄງກາຣປູກ​ຕົ້ນ ຢາງ​ພາຣາ ​ໃນ​ບໍຣິ​ເວນ ​ເມືອງ​ທ່າ​ແຕງ ​ແຂວງ​ເຊ​ກອງ ​ໄດ້​ສົ່ງ​ຜົລກະທົບ​ຕໍ່​ປະຊາຊົນ ​ທີ່​ປະກອບ​ອາຊີ​ພ ລ້ຽງສັຕ​ ຕາມ​ບໍຣິ​ເວນ ​ໃກ້​ຄຽງ ຍ້ອນ​ເຂ​ຕພື້ນ​ທີ່ ​ສຳ​ຫລັບ​ລ້ຽງສັຕ ຕາມ​ທັມ​ຊາຕ ຫລຸດໜ້ອຍ​ລົງ. ພ້ອມ​ຍັງ​ເຄີຽ​ເກີດ ​ມີ​ບັນຫາ​ທີ່ມີ ​ກາຣລ່ວງ​ລ້ຳ​ເຂົ້າ ບຸກຣຸກ​ເຂ​ຕ ທີ່​ດິນ​ຂອງ ​ປະຊາຊົນນຳ​ດ້ວຍ ດັ່ງ​ເຈົ້າໜ້າ​ທີ່ ​ກ່ຽວຂ້ອງ​ປະຈຳ ​ແຂວງ​ເຊ​ກອງ​ ໄດ້​ກ່າວ​ວ່າ:

“​ໂຄງກາຣປູກ​ນີ້ ​ມັນ​ມີ​ບັນຫາ ​ແຕ່​ກ່ອນ​ບ່ອນ ​ລ້ຽງ​ງົວ ລ້ຽງ​ຄວາຍ ​ເຂົາ​ປ່ອຍ​ທັມ​ຊາຕ ດຽວ​ນີ້​ພື້ນ​ທີ່ ​ເຂົາ​ລ້ຽງ​ເມື່ອ​ກ່ອນ ​ກໍ​ຈັດ​ເປັນ​ບ່ອນ​ປູກ ​ຢາງພາຣາ ​ໄປ​ແລ້ວ ​ເຮັດ​ໃຫ້​ບ່ອນ​ປູກ ​ນີ້​ຈຳກັດ​ເຂົ້າ ບ່ອນ​ລ້ຽງ​ງົວ​ນີ້ ​ຈຳກັດ​ເຂົ້າ.”

​ເຈົ້າໜ້າ​ທີ່​ລາວ ​ດັ່ງກ່າວ​ໄດ້​ແຈ້ງ ​ເພີ່ມ​ວ່າ ກາຣລ້ຽງສັຕ​ ເປັນ​ອາຊີ​ພສຳຄັນ ​ສຳ​ຫລັບ​ປະຊາຊົນ​ ສ່ວນ​​ໃຫຍ່​ພາຍໃນ​ແຂວງ. ​ແລະ​ໃນ​ເມື່ອ​ມີກາຣ ປູກຢາງພາຣາ​ແລ້ວ ຊາວບ້ານ​ບາງ​ສ່ວນ​ ກໍ​ຕ້ອງ​ໄດ້​ຍ້າຍ​ ໄປ​ລ້ຽງສັຕ ຢູ່​ບ່ອນ​ໃໝ່ ​ແລ​ະ ທາງ​ເຈົ້າໜ້າ​ທີ່ ​ກໍ​ວ່າ​ຈະລິ​ເລີ້ມ​ ໂຄງກາຣປູກ​ຫຍ້າ ​ເພື່ອ​ກາຣລ້ຽງ​ສັຕ ຊື່​ງກໍ​ຕ້ອງ​ໄດ້​ມີ​ກາຣປ່ຽນ​ວີ​ທີ ​ກາຣລ້ຽງສັຕ ຈາກ​ແບບ​ທັມ​ຊາຕ ມາ​ເປັນ​ແບບ​ລ້ຽງ ​ຢູ່​ໃນ​ຟາຣ໌ມ ​ແຕ່​ກໍ​ຕ້ອງ​ໄດ້ ​ຖ້າງົບປະ ມານ ​ຈາກ​ທາງຣັຖບາ​ລ ​ເສັຽກ່ອນ. ​ແຕ່​ສະ​ເພາະ​ບັນຫາ ​ທາງ​ດ້ານ​ກາຣ​ເຂົ້າ ບຸກຣຸກ​ເຂ​ຕພື້ນ​ທີ່ ​ນັ້ນທາງ​​ເຈົ້າໜ້າ​ທີ່ ​ກໍ​ກຳລັງ​ລົງ​ໄປ ​ສຳຣວຈ​ ເພື່ອ​ຊ່ວຍ​ແກ້​ໄຂ​ ດັ່ງ​ທີ່​ທ່ານ​ໄດ້ ​ໃຫ້ກາຣ ອະທິບາຍ ​ຕື່ມ​ວ່າ:

“ດຽວ​ນີ້​ກະຊວງ ​ກະສິກັມ ​ແລະ​ ປ່າ​ໄມ້​ເພີ່ນ​ໄດ້ ​ມາ​ລົງ​ສຳຣວຈ ທີ່​ດີ​ນ​ໃໝ່​ຄືນ ​ໝົດດ ຽວ​ນີ້ 70-80% ​ໃກ້​ຈະ​ສຳ​ເຣັຈ​ແລ້ວ ສຳ​ຫລັບ​ແຂວງ ​ເຊ​ກອງ​ ເພາະວ່າ​ເພື່ອ​ທີ່ ​ຈັດ​ສັນ​ທີ່​ດີ​ນ ດີ​ນຕົວ​ໃດ​ທີ່​ ສັມປະທານ ດີ​ນຕົວ​ໃດ ​ຂອງ​ປະຊາຊົນ ດີ​ນປະ​ເພດ ທຸກ​ປະ​ເພດ​ດີ​ນ”

ຢ່າງ​ໃດ​ກໍ​ຕາມ ​ໂຄງກາຣປູກ​ ຢາງພາຣາ ​ໃນ​ແຂວງ​ເຊ​ກອງ ສ່ວນ​ໃຫຍ່​ເປັນ​ກາຣ ລົງທຶນ​ຈາກ ​ປະ​ເທ​ສວຽຕນາມ ຊື່​ງປັຈຈຸ​ບັນ ​ກໍ​ມີ3ບໍຣິສັທ ດ້ວຍ​ກັນ​ທີ່​ມີ ​ກາຣລົງທຶນ​ ຢູ່​ເຂ​ຕ​ເມືອງ​ທ່າ​ແຕງ ​ແລະ ​ເມືອງ​ລາມາ​ນ ​ແຕ່​ປີ2006 ​ເປັນ​ຕົ້ນ​ມາ​ຮວມ ​ເປັນ​ພື້ນ​ທີ່​ ທັງ​ໝົດ​ປະມານ 5,000​ເຮັກຕ໊າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org