ນະໂຍບາຍ ຫ້າມ ຖາກຖາງປ່າ ຈູດ-ເຜົາ ໃນກາຣ ເຮັດໄຮ່

ທາງກາຣ ສປປລາວ ມີນະໂຍບາຍ ຫ້າມບໍ່ໃຫ້ ປະຊາຊົນຖາກຖາງ ປ່າເພື່ອກາຣ ເຮັດໄຮ່ແຕ່ໃຫ້ ຫັນປ່ຽນມາປູກ ພືຊພັນໝູນ ວຽນແທນ

ນີ້ຄືດິນດອນ ຕ່ອນຫຍ້າສ່ວນນຶ່ງ ໃນທາງພາກເໜືອ ຂອງລາວ ທີ່ທາງການ ພະຍາຍາມ ໃຫ້ມີການປູກຝັງ ແບບຖືກຕ້ອງ ເພື່ອບັນເທົາ ບັນຫາໂລກຮ້ອນ RFA

ກາຣຖາກຖາງປ່າ ເພື່ອເຮັດໄຮ່ຂອງ ຊາວກະເສຕກອນລາວ ຍັງເປັນບັນຫາ ທີ່ທາງໜ່ວຍງານ ກ່ຽວຂ້ອງພຍາຍາມ ຫາວິທີທາງ ແກ້ໄຂ ເພື່ອບໍ່ໃຫ້ມີ ກາຣທຳລາຍປ່າ ຕື່ມຕໍ່ໄປທີ່ ຈະສ້າງຜົລກະທົບ ຕໍ່ສະພາບແວດລ້ອມ ຢ່າງຫລວງຫລາຍ ໃນແຕ່ລະປີ.

ກ່ຽວກັບເຣື່ອງນີ້ ທາງກາຣ ແຂວງບໍຣິຄຳໄຊ ກໍໄດ້ຮ່ວມມືກັບ ຝ່າຍຣັຖບາລໃນ ກາຣປະຕິບັຕ ຕາມນະໂຍບາຍ ຂອງພັກ-ຣັຖ ດັ່ງເຈົ້າໜ້າທີ່ ຫ້ອງກາຣສີ່ງແວດລ້ອມ ປະຈຳແຂວງ ໄດ້ກ່າວວ່າ: 

“ໂດຽ ສະເພາະຢູ່ ໃນຊົນນະບົທ ຂອງລາວແລະ ມີນະໂຍບາຍ ຂອງຣັຖບາລ ບໍ່ໃຫ້ຕັດໄມ້ ທຳລາຍປ່າ ເຈົ້າໜ້າທີ່ໄປ ກວດຕາມ ພື້ນທີ່ໆ ປະຊາຊົນ ຢູ່ເຂຕນອກເຂົາ ເຈົ້າອາສັຍທຳ (ເຮັດ) ໄຮ່ແຕ່ໃຫ້ທຳໄຮ່ ແບບໝູນວຽນ ບໍ່ໃຫ້ຖາງປ່າ ຕໍ່ເນື່ອງຄືສມັຍກ່ອນ” 

ເຈົ້າໜ້າທີ່ລາວ ຜູ້ນີ້ໃຫ້ກາຣ ຊີ້ແຈງເພີ່ມວ່າ: ເທົ່າປັຈຈຸບັນນີ້ ທາງປະຊາຊົນ ຊາວບ້ານຕ່າງໆ ກໍມີກາຣຮັບຮູ້ ເຖີງບັນຫາທີ່ ເກີດຈາກກາຣ ຖາກຖາງປ່າ ເປັນຢ່າງດີທີ່ວ່າ ເປັນກາຣສ້າງຜົລກະທົບ ໃຫ້ເກີດ ມີບັນຫາໂລກຮ້ອນ ບັນຫາທີ່ສັຕປ່າ ຂາດບ່ອນ ເພີ່ງພາອາສັຍແລະ ອື່ນໆຫລາຍຢ່າງ ຊື່ງທາງກາຣກ່ຽວ ຂ້ອງກໍຍັງຈະ ຕ້ອງດຳເນີນ ກາຣໃຫ້ຄວາມຮູ້ ແກ່ປະຊາຊົນ ຕາມເຂຕຊົນບົທ ຢູ່ຕໍ່ໆໄປ ແລະໂດຽສະເພາະ ກໍເພື່ອ ໃຫ້ປະຊາຊົນ ມີສ່ວນໃນກາຣ ປົກປັກຮັກສາ ສີ່ງແວດລ້ອມໃຫ້ ສົມບຸນຕໍ່ໆໄປ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ:

“ເຂົາເຈົ້າຈະປູກ ໄມ້ທົດແທນ ບາງຈຸດເຂົາເຈົ້າ ກໍຈະກ້າເບັ້ຽໄມ້ ເປັນຂອງຕົນເອງ ເພື່ອປູກເປັນພືຊ ອຸຕສາຫະກັມ ປູກຕົ້ນໄມ້ ໃຫ້ມາກ (ຫລາຍ) ດຽວນີ້ເຂົາເຈົ້າກໍ ກຳລັງຣະດົມ ປະຊາຊົນ ກ້າເບັ້ຽໄມ້ ເພື່ອປູກທົດແທນ ອັນນີ້ກໍເປັນ ຫົນທາງໜື່ງທີ່ ແກ້ໄຂຢູ່ໃນ ເຂຕຊົນບົທ”

ພ້ອມດຽວກັນນີ້ ທ່ານກໍໄດ້ກ່າວ ຢ້ຳວ່າ ກາຣແກ້ໄຂບັນຫາ ທີ່ເກີດຂື້ນກັບ ປະຊາຊົນໃນເຂຕ ຊົນບົທນັ້ນ ເທົ່າປັຈຈຸບັນ ເຂົາເຈົ້າກໍໃຫ້ ຄວາມຮ່ວມມືແລະ ຮັບປະຕິບັຕ ຕາມກາຣແນະນຳ ຂອງທາງເຈົ້າໜ້າ ທີ່ເປັນຢ່າງດີ ຕລອດມາ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org