ປູກເຂົ້າ ເພື່ອສົ່ງອອກ

ຜູ້ສົ່ງອອກ ສົ່ງເສີມໃຫ້ ລາວ-ກໍາພູຊາ-ພະມ່າ ປູກເຂົ້າ ເພື່ອໄຊ້ສິດທິ ຍົກເວັ້ນພາສີ ສີນຄ້າເຂົ້າ ສະຫະພາບຢູໂຣບ

ທົ່ງນາປູກເຂົ້າໃນເມືອງລາວ Photo: RFA

ມີນັກລົງທຶນ ຊາວໄທ ຫລາຍກຸ່ມ ເດີນທາງເຂົ້າ ໄປກ້ວານຊື້ ທີ່ດິນ ໃນປະເທດລາວ ໃນກໍາພູຊາ ແລະພະມ້າ ເພື່ອລົງທຶນ ໂດຍໃຫ້ ກະເສຕກອນ ໃນພື້ນທີ່ ເຮັດນາ ປູກເຂົ້າ ເພື່ອທີ່ຈະນໍາ ເຂົ້າທີ່ຜລິດໄດ້ ນັ້ນສົ່ງໄປຂາຍ ໃນກຸ່ມປະເທດ ສະຫະພາບ ຢູໂຣບຫລື EU. ການໃຫ້ ສິດທິພິເສດ ທາງດ້ານພາສີ ຫລື GSP ຂອງບັນດາ ປະເທດ EU ແກ່ລາວ ກໍາພູຊາ ແລະພະມ້າ ນັ້ນຈະເຮັດໃຫ້ ເຂົ້າຈາກ 3 ປະເທດນີ້ ສົ່ງໄປຂາຍໃນ ຕລາດອີຢູ ໂດຍບໍ່ໄດ້ເສັຽ ພາສີເລີຍ ຫລືຖ້າໄດ້ເສັຽ ກໍເສັຽໜ້ອຍ ກວ່າເຂົ້າຈາກໄທ ນັ້ນຫລາຍ. ເຊັ່ນເຂົ້າຈາກໄທ ຈະໄດ້ເສັຽ ພາສີ ຕັນລະ 120 ໂດລາ ສະຫະຣັດ  ຂະນະທີ່ເຂົ້າ ຈາກລາວ ກໍາພູຊາ ພະມ້າ ອາດຈະໄດ້ເສັຽ ພຽງຕັນລະ 30 ໂດລາ ເປັນຕົ້ນ.

ຂ່າວທ້ອງຖິ່ນ ຣາຍງານວ່າ ຂໍ້ຕົກລົງ ໃນກອງປະຊຸມ ສຸດຍອດອາຊຽນ ASEAN Summit ເມື່ອເດືອນ ກຸມພາ ຜ່ານມາ ຣະບຸວ່າ ທຸກປະເທດ ໃນກຸ່ມອາຊຽນ ຈະ ຕ້ອງລຸດຜ່ອນ ພາສີນໍາເຂົ້າ ຜົນຜລິດເຂົ້າ ເຫລືອ 0 ເປີເຊັນນັ້ນ ຈະເປັນໂອກາດ ໃຫ້ຜູ້ສົ່ງອອກ ຊາວໄທ ສົ່ງເຂົ້າໄປຂາຍ ຕ່າງປະເທດ ໂດຍຜ່ານ ປະເທດເພື່ອນບ້ານ ເພື່ອສວມຊື່ເຂົ້າ ຜະລິດຢູ່ລາວ ຢູ່ກໍາພູຊາ ຢູ່ພະມ່າ ຫລື made in Laos in Cambodia in Burma ແລ້ວສົ່ງຕໍ່ ໄປລົງເຮືອ ທີ່ທ່າເຮືອ ດານັງໃນ ວຽດນາມ  ກ່ອນສົ່ງໄປຂາຍ ໃນບັນດາ ປະເທດ ສະຫະພາບ ຢູໂຣບ.

ແລະຖ້ານັກ ລົງທຶນ ທີ່ໄປລົງທຶນ ເຮັດນາໃນ ປະເທດລາວ ຫລືກໍາພູຊາ ນັ້ນຕ້ອງການ ນໍາຜົນຜະລິດ ທີ່ ຜະລິດໄດ້ ສົ່ງເຂົ້າໄປໄທ ເພື່ອລົງເຮືອໄປ ຂາຍທີ່ປະເທດ ອີຢູ ກໍອາດໄຊ້ ຊ່ອງທາງນໍາ ເຂົ້າໄທ ປະສົມກັບເຂົ້າ ທີ່ມາຈາກ ປະເທດເພື່ອນບ້ານ ແລ້ວສົ່ງອອກ ໄປຂາຍ ໃນອີຢູ  ໂດຍບໍ່ຕ້ອງເສັຽ ພາສີນໍາເຂົ້າ ຫລືເສັຽໜ້ອຍ ກວ່າທີ່ຄວນ ຈະໄດ້ເສັຽ ຊຶ່ງການກະທໍາ ດັ່ງກ່າວ ບໍ່ເປັນເລື່ອງ ເສັຽຫາຍຫລື ສົ່ງຜົນກະທົບ ຕໍ່ອຸສຫະກັມ ເຂົ້າ ຂອງໄທ ແຕ່ຢ່າງໃດ ແຕ່ຫາກຊ່ອງທາງ ທີ່ຈະຊ່ວຍ ໃຫ້ຜູ້ສົ່ງອອກ ຊາວໄທລະບາຍ ສີນຄ້າ ໄດ້ງ່າຍຂຶ້ນ.



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org