ສະຫະປະຊາຊາດ ຊ່ວຍເຫລືອ ການລ້ຽງສັດ

ແຂວງຈໍາປາສັກ ໄດ້ຮັບການຝຶກອົບຮົບ ແລະ ຊ່ອຍເຫລືອ ການລ້ຽງງົວ ເພື່ອສົ່ງອອກ ໄປຍັງຕລາດ ປະເທດເພື່ອນບ້ານ.

ອົງການ ​ອາຫານ ​ແລະ ​ກະສິກໍາ ​ຂອງ​ສະຫະ ​ປະຊາ​ຊາດ, ຫ້ອງການ ​ປະສຸ​ສັດ ​ຂອງ​ໄທພ້ອມ​ດ້ວຍ ຫ້ອງການ​ ກະສິກໍາ​ ຂອງ​​ລາວ ​ໄດ້​ຈັດ​ຕັ້ງ ​ໂຄງການ​ລ້ຽງສັດ​ຂື້ນ​ ໃນ​ແຂວງ​ຈໍາປາ​ສັກ ​ເພື່ອ​ຊ່ວຍ​ເຫລືອ ຊາວ​ບ້ານ ​ທີ່​ທຸກ​ຍາກ​ ​ເພື່ອ​ໃຫ້​ ເຂົາ​ເຈົ້າ ປັບປຸງ​ ການ​ລ້ຽງສັດ ​ໂດຍຊ່ວຍ ​ຝືກ​ແອບ ວິທີ​ລ້ຽງ ​ແລະ ປະກອບ ​​ວິຊາ​ການ ​ເທັກ​ໂນ​ໂລ​ຈີ ການ​ລ້ຽງ​ໃຫ້.

ຈຸດປະສົງ ​ສ່ວນ​ໃຫ່ຽ​ ແມ່ນ​ເພື່ອ​ໃຫ້​ປະຊາຊົນ​ ສາມາດ ​ລ້ຽງ​ງົວ​ໄດ້ ​ຫລາຍຂື້ນ ​ແລະ ​ສາມາດ​ ສົ່ງ​ອອກ​ໄປ​ຂາຍ ​​ໃນ​ຕລາດ ​ປະ​ເທດ ​ເພື່ອນ​ບ້ານ​ ເພື່ອ​ເປັນ​ລາຍ​ໄດ້ ​ຂອງ​ປະຊາຊົນ​ເອງ. ໂຄ​ງການ ​ດັ່ງກ່າວ ​​ເປັນ​ສ່ວນ​ນຶ່ງ ຂອງ​​ແຜນການ ຂອງອານຸ ພູມີພາກ​ ແມ່​ນໍ້າຂອງຫລື GMS, ຕາມ ການ ເປີດ ເຜີ ຽ ຂອງ ອົງການຂ່າວ IRIN.

ລາຍ​ງານ​ວ່າ ​ໂຄງການ​ນັ້ນ ແມ່ນ​ອີງ​ເອົາ ​ຕາມ​ຄວາມ​ຄິດສ້າງທະນາຄານ ​ສັດລ້ຽງ, ໝາຍ​ຄວາມ​ວ່າ ຈະ​ມອບ​ງົວ​ ປະສົມ​ພັນ​ ໃຫ້​​ແກ່ປະຊາຊົນ ​ໃນ​ຊຸມ​ຊົນ ​ໂດຍ​ກໍານົດ​ວ່າ ​ແມ່ນ​ຜູ້​ໃດ ຄວນ​ອະນຸຍາດ​ ໃຫ້​ຢືມ​ງົວ​ປະສົມ​ພັນ ​ເພື່ອ​ນໍາ​ໄປ​ລ້ຽງ ​​ໃຫ້ມັນ​ປະສົມ​ພັນ​ ແລະ ​ອອກ​ແມ່​ແຜ່​ລູກ​. ຫລັງ​ຈາກ ງົວ​ອອກລູກ​ແລ້ວຜູ້​ລ້ຽງ​ງົວ ​ຈະ​ຮັກສາ​ ງົວ​ນ້ອຍ​ໄວ້ ​ແຕ່​ຕ້ອງ​ ເອົາ​ຝູງ​ງົວ​ ປະສົມ​ພັນ ສົ່ງ​ຄືນ ​ທະນາຄານ ​ສັດລ້ຽງ ​ເພື່ອ​ຈະ​​​ໃຫ້​ຊາວບ້ານ ​ຄົນ​ອື່ນ​ສາມ​າດ ຢືມ​ໄປ​ລ້ຽງ​ຕໍ່, ຕາມ ການ ເປີດ ເຜີຽ ຂອງ ທ່ານ ອໍຣະວັນ​ ອະນັນວໍຣະນິດ, ​ ເຈົ້າ ໜ້າ ທີ່ ຂອງ ອົງ ການ ອາຫານ ແລະ ກະສິກໍາ ປະ ຈໍາ ເອ ເຊັຽຕະ ເວັນ ອອກ ສ່ຽງ ​ໃຕ້ .

​ເພື່ອ​ໃຫ້​ໂຄງນີ້ ​ເກີດ​ຂື້ນຫ້ອງການ ​ປະສຸ​ສັດ ​ແຂວງ​ສະກົນ​ນະຄອນ​ ຂອງ​ໄທ​ ໄດ້​ຊ່ວຍ​ເຫລືອ ​ປະກອບ ​ຝູງງົວ​ ພັນ​ປະສົມທີ່​ເອີ້ນ​ວ່າ Brahmin-Thai ​ໃຫ້ ​ແລະ ​ໃນ​ເດືອນ ​ພືດ​ສະ​ຈີ​ກາ ​ນີ້ ​ເຈົ້າ​ໜ້າ​ທີ່ ​ອົງການ​ອາຫານ ​​ແລະ ​ກະສິກໍາ ​ເຈົ້າ​ໜ້າ​ທີ່ ​ປະສຸ​ສັດ​ໄທ ​ຈາກ​​ແຂວງ​ ສະກົນ​ນະຄອນ ​ພ້ອມ​ດ້ວຍ​ ເຈົ້າ​ໜ້າ​ທີ່​ກະສິກໍາ ​ຂອງ​ລາວ ​ໄດ້​ເດີນທາງ​ ໄປ​ບ້ານນາລາ​ນ ​ແຂວງ​ຈໍາປາ​ສັກ ​ເພື່ອ​ມອບ​ຝູງ​ງົວ ​ແລະ​ ງົວ​​ເຖິກ​ ນື່ງ​ໂຕ ​ໃຫ້ຊາວບ້ານ ​ເພື່ອ​ລ້ຽງ​ດູ.

​ເຈົ້າ​ໜ້າ​ທີ່ ​ຕ້ອງ​ໄດ້​ສິດສອນ ​ວິທີ​ລ້ຽງ​ດູ​ສັດ ​ໃຫ້​ຖືກຕ້ອງ ​ເພື່ອ​ໃຫ້​ສັດ​ອອກ​ແມ່​ແຜ່​ລູກ ​ແລະ ​ມີ​ຂ​ນາດ​ມາ​ຕະຖານ​ ເພື່ອ​ຈະ​ສາມາດ​ ສົ່ງ​ອອກ ​ໄປ​ຂາຍ ​ໃນ​ຕະລາດ ​ປະ​ເທດ​ເພື່ອນ​ບ້ານ​ໄດ້. ​ເຈົ້າໜ້າ​ທີ່ ​ອົງການ​ ອາຫານ ​ແລະ ​ກະສິກໍາ ​ ສະຫະ ​ປະຊາ​ຊາດ ​ວ່າ ​ເຖິງ​ແມ່ນ​ວ່າ​ໂຄງການ​ນີ້ ​ເປັນ​ການ​ເລີ້​ມຕົ້ນ ​ແຕ່​ນ້ອຍໆ ​ແຕ່​ຖ້າ​ຫາກ​ວ່າ ​ປະຊາຊົນ​ ສາມາດ​ລ້ຽງ ​ໃຫ້​ຖືກຕ້ອງ​ນັ້ນຝູງ​ສັດ​ ຂອງ​ປະຊາຊົນ ​ກໍ​ຈະ​ເຕີບ​ໃຫ່ຽ ຂື້ນ​ໄດ້.