ຜັກໃນຕລາດບາງສ່ວນ ມັກຈະມີສາຣພິສ
2010.07.02
ທາງກົມອາຫາຣ ແລະຢາ ໄດ້ປະກາສໃຫ້ ປະຊາຊົນ ຫລີກລຽງກາຣ ນຳໃຊ້ພືຊຜັກຕ່າງໆ ທີ່ປູກຢູ່ຕາມ ບໍຣິເວນ ເຂຕບ້ານນາພອກ ເມືອງໄຊທານີ ມາປຸງແຕ່ງເປັນ ອາຫາຣແຕ່ຢ່າງໃດ ເພາະພົບເຫັນມີ ສາຣພິສຕົກຄ້າງ ຢູ່ຈຳນວນ ຫລວງຫລາຍ ທີ່ອາຈບໍ່ປອດພັຍ ຕໍ່ສຸຂພາບ ກໍເປັນໄດ້.
ແຕ່ເຣື່ອງກາຣ ປະກາສດັ່ງກ່າວ ໄດ້ສ້າງຜົລກະທົບ ຕໍ່ຊາວກະສິກອນ ຫລາຍພໍສົມຄວນ ຈຶ່ງມີກາຣລັກລອບ ຂາຍຜັກໃຫ້ແກ່ ພວກແມ່ຄ້າ ບາງສ່ວນ ໃນຣາຄາຖືກໆ ເພື່ອນຳໄປຂາຍ ຕໍ່ຢູ່ຕາມຕລາດ ຕ່າງໆໃນຕົວເມືອງ ພ້ອມຍັງເປັນກາຣ ສ້າງບັນຫາໃຫ້ ແກ່ເຈົ້າໜ້າທີ່ໆ ບໍ່ສາມາດປາບປາມໄດ້ ເນື່ອງຈາກວ່າ ທາງກາຣລາວ ຍັງບໍ່ທັນມີ ກົດໝາຍຄວບຄຸມ ດ້ານກາຣນຳເອົາ ສາຣເຄມີເຂົ້າ ປະເທສ ຢ່າງຄັກ ແນ່ແຕ່ຢ່າງໃດ:
“ກົມອາຫາຣແລະຢາ (ຫລື) ອ.ຍ. ຂອງລາວ ເຂົາປະກາສເລີຽ ທີ່ບ້ານນາພອກ ໃນນະຄອນຫລວງ ເຂົາບອກເລີຽວ່າ ຫ້າມບໍຣິໂພຄ ຜັກຈາກບ້ານນີ້ເລີຽ ມັນເລີຽທຳລາຍ ເສຖກິຈ ຂອງໝູ່ບ້ານເຂົາ ແລະ ດຽວນີ້ ແມ່ຄ້າບາງຣາຍ ກໍໄປຊື້ຜັກຈາກ ນັ້ນມາຂາຍຢູ່ ໃນຕົວເມືອງວຽງຈັນ ຜົລກະທົບ ກໍມາສູ່ ຜູ້ບໍຣິໂພຄ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກ່ຽວກັບເຣື່ອງນີ້ ທາງປະຊາຊົນ ກໍບໍ່ຮູ້ທີ່ມາ ຂອງຈຳພວກພືຊຜັກ ຕ່າງໆນັ້ນ ແຕ່ຢ່າງໃດ ແລະໃນເມື່ອໄດ້ ຮັບຜົລກະທົບ ຕໍ່ສຸຂພາບແລ້ວນັ້ນ ຈຶ່ງມີກາຣຮ້ອງຮຽນ ມາຍັງທາງ ເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ກໍບໍ່ສາມາດ ທີ່ຈະເອົາຄວາມຜິດ ນຳຜູ້ໃດກັນແທ້ ດັ່ງທີ່ທ່ານໄດ້ ກ່າວຢ້ຳເພີ່ມອີກວ່າ:
"ແຕ່ວ່າບໍ່ມີ ເຈົ້າໜ້າທີ່ຕຳຣວຈ ເຂົ້າໄປທຳລາຍຜັກ ທີ່ວ່າເປັນ ສາຣຕົກຄ້າງນັ້ນໄດ້ ເພາະວ່າເຮົາ ບໍ່ມີກົດໝາຍແຮງ ພໍທີ່ຈະໄປ ປາບປາມເຂົາໄດ້ ເຂົາປະກາສແລ້ວ ແຕ່ວ່າບໍ່ມີຜູ້ ໄປທຳລາຍເລີຽ ບໍ່ມີໃຜກ້າ ຈິງຈັງເລີຽ”.
ເຖິງຢ່າງໃດກໍຕາມ ດັ່ງກ່າວເປັນບັນຫາ ທີ່ຮ້າຍແຮງຕໍ່ ສຸຂພາບ ຂອງປະຊາຊົນ ຍ້ອນຂາດກາຣ ຄວບຄຸມດ້ານກາຣ ນຳເອົາສາຣເຄມີ ເຂົ້າປະເທສ ສະນັ້ນທາງໜ່ວຍ ງານທີ່ກ່ຽວຂ້ອງ ກໍຄວນທີ່ຈະຫາ ວິທີທາງແກ້ໄຂ ຢ່າງຮີບດ່ວນ.









