ຈໍາປາສັກສົ່ງສິນຄ້າ ການກະເສຕໄປໄທ

50 ເປີເຊັນ ຂອງຜົລຜລິດ ສິນຄ້າ ການກະເສຕ ແຂວງ ຈໍາປາສັກ ສົ່ງປ້ອນ ຕລາດ ປະເທດໄທ.
ມະນີຈັນ
2010.08.13

ຢ່າງໜ້ອຍ 50 ເປີເຊັນ ຂອງສິນຄ້າ ການກະເສຕ ທັງໝົດຂອງ ແຂວງຈໍາປາສັກ ສົ່ງອອກໄປ ຂາຍທີ່ຕລາດ ໃນປະເທດໄທ ຈົນເຖິງ ປັຈຈຸບັນນີ້. ສ່ວນການຄ້າ       ກັບປະເທດ ໃກ້ຄຽງ ຫລືຕລາດອື່ນໆ ຍັງບໍ່ຄ່ອຍມີ ພໍເທົ່າໃດ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ:

"ເຂົ້າໄທ 50% ແລະເຄິ່ງນຶ່ງ ພວກເຮົາ ຈໍາຫນ່າຍ ຢູ່ພາຍໃນ ຕລາດຫລັກຍັງ ເປັນໄທຢູ່ ຍັງຍັງຕລາດໃໝ່ ມັນຍັງມີບັນຫາ ເລື່ອງການຂົນສົ່ງ ກັບກັມປູເຈັຽ ຍັງບໍ່ທັນ  ສາມາດຕົກລົງ ກັນໄດ້ ໃນເລື່ອງນີ້". 

ແຂວງ ຈໍາປາສັກ ຖືເປັນແຫລ່ງ ກະສິກັມ ທີ່ສໍາຄັນ ໃນເຂດພາກໃຕ້ ຂອງລາວ ຣະຍະຜ່ານມາ ມີການພັທນາ ປູກຝັງພືດ ອຸດສາຫະກັມ ແລະພືດຜົລ ໄດ້ຈໍານວນຫຼວງຫຼາຍ ເປັນຕົ້ນ ປູກຢາງພາຣາ ຕົ້ນວິກ ຜັກ ແລະພືດຕະກູລ ໝາກຖົ່ວ ໂດຍມີຕລາດ ຮັບຊື້ ທີ່ສໍາຄັນ ຄືປະເທດໄທ ເພາະໄດ້ໃຫ້ສິດທິ ຍົກເວັ້ນພາສີ ສິນຄ້າ ກະສິກັມ ຫຼາຍຊນິດ ມາເປັນເວລາ ດົນນານ ແລະ ຄວາມສະດວກ ໃນການຂົນສົ່ງ ສິນຄ້າ ກໍມີຫລາຍກວ່າ ການສົ່ງໄປ ປະເທດອື່ນ.

ດຽວນີ້ ໄທ ກໍຍັງເປັນ ຕລາດຮັບຊື້ ສີນຄ້າຜລິດ ການກະເສຕ ທີ່ສໍາຄັນ ຈາກແຂວງ ຈໍາປາສັກ ຢູ່ຕໍ່ໄປ. ເຖິງແມ່ນວ່າ ຂໍ້ຕົກລົງເຂດ ການຄ້າເສຣີ ອາຊຽນ ຫລື AFTA ຈະໄດ້ມີຜົລ ບັງຄັບໃຊ້ ໃນບັນດາ ປະເທດອາຊຽນ ເດີມ ເປັນຕົ້ນ ມາເລເຊັຽ ຟີລິບປິນ ສິງກະໂປ ແລະ ອິນໂດເນເຊັຽ ຊຶ່ງຕ້ອງຫລຸດ ພາສີສິນຄ້າ ກະສິກັມ ລົງເຫລືອ 0 ເປີເຊັນ ແຕ່ວັນທີ 1 ມົກຣາປີ 2010 ມາ  ແຕ່ສະມາຊິກ ອາຊຽນ ທີ່ເຂົ້າຮ່ວມ ທີຫລັງ ເຊັ່ນ ວຽດນາມ ແລະກັມພູຊາ ທີ່ມີຄວາມ ສັມພັນກັນ ໃນເຂດສາມຫລ່ຽມ ເສຖກິດ ແຕ່ການທີ່ຍັງ ມີເງື່ອນໄຂ ຂັດຂ້ອງຫລາຍດ້ານ ເຮັດໃຫ້ແຂວງ ຈໍາປາສັກ ໃນຊ່ວງປີ 2010 ນີ້  ບໍ່ສາມາດ ຊອກຫາຕລາດໃໝ່ໆ ມາຮອງຮັບ ຜົລຜລິດ ຂອງແຂວງ ຈໍາປາສັກ ໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.