ທາງການລາວຂາດ ນະໂຍບາຍສົ່ງເສີມ ການຜລິດ

ນັກວິຊາການ ລາວ ວ່າ ຣັຖບານ ຄວນກໍານົດ ນະໂຍບາຍ ການສົ່ງເສີມ ການຜລິດ ຂອງ ປະຊາຊົນ ໃຫ້ຄັກແນ່.
ສົມເນ
2010.09.15

ນັກວິຊາການ ລາວ ວ່າ ປັດຈຸບັນນີ້ ພາກຣັຖ ຊຸກຍູ້ໃຫ້ ປະຊາຊົນ ຫັນມາ ເຮັດການຜລິດ ດ້ານກະສິກັມ ໃຫ້ຫລາຍຂື້ນ ເຊັ່ນຜລິດ ສະບຽງອາຫານ ແລະ ຜລິດເປັນ ສິນຄ້າ ແຕ່ນັກວິຊາການ ກໍຍັງຖົກຖຽງ ກັນຢູ່ວ່າ ໃນນະໂຍບາຍ ການສົ່ງເສີມ ການຜລິດນີ້ ເຮົາຈະສົ່ງເສີມ ການຜລິດ ດ້ານໃດກ່ອນ ອັນນີ້ກໍບໍ່ທັນ ແຈ້ງຂາວ ດັ່ງ ນັກວິຊາການ ຈາກຄນະ ກະເສດສາດ ມະຫາວິທຍາໄລ ແຫ່ງຊາດ ໄດ້ກ່າວ:

"ເຮົາກໍວ່າ ຕ້ອງຜລິດ ສະບຽງອາຫານ ກັບຜລິດສິນຄ້າ ຊື່ງວ່າສອງ ຄໍາສັບນີ້ ແຕກຕ່າງກັນ. ຄັນຜລີດເປັນ ສະບຽງອາຫານ ໝາຍຄວາມວ່າ ຜລິດເພື່ອລ້ຽງ ປະຊາຊົນ ຄັນຜລິດເປັນ ສິນຄ້າ ບໍ່ຈໍາເປັນຕ້ອງ ຜລິດເພື່ອມາລ້ຽງ ເພາະວ່າ ສິນຄ້າແມ່ນຂາຍ ມັນຕ້ອງຈໍາກັດ ຄວາມໂຕນີ້ ເຮົາສີ່ເຮັດ ໂຕໃດແທ້".

ການຜລິດ ກະສິກັມ ໃນລາວ ໃນລະຍະ ຜ່ານມາ ມາເຖິງ ປັດຈຸບັນ ເຫັນວ່າ ຂະຫຍາຍຕົວຢ່າງ ກ້ວາງຂວາງ ຫລັງຈາກ ຣັຖບານ ສົ່ງເສີມ ແລະ ຊຸກຍູ້ໃຫ້ ເອກກະຊົນ ຫັນມາປູກຝັງ ພືດ ອຸດສາຫະກັມ ເປັນສິນຄ້າ ເຊັ່ນປູກສາລີ ມັນຕົ້ນ ຢາງພາຣາ ໄມ້ວິກ ແລະອື່ນໆ. ນອກຈາກນັ້ນ ຍັງສົ່ງເສີມ ໃຫ້ປະຊາຊົນ ເຮັດການຜລິດ ກະສິກັມ ສະບຽງອາຫານ ເຊັ່ນວ່າປູກເຂົ້າ ໝາກໄມ້ ແລະ ຜັກຊະນິດຕ່າງໆ ພ້ອມທັງໃຫ້ ຂະຫຍາຍເນື້ອທີ່ ປູກຝັງ ໃຫ້ກວ້າງຂວາງ.

ໃນສະພາບ ໂຕຈິງນັ້ນ ນັກວິຊາການ ວ່າ ແຕ່ລະເຂດ ມີເງື່ອນໄຂ ການປູກຝັງ ບໍ່ຄືກັນ ບາງເຂດມີ ເງື່ອນໄຂ ປູກພືດໄດ້ ຫລາຍຊະນິດ. ໃນເຂດນີ້ ຣັຖບານ ຄວນກໍານົດ ວ່າ ຄວນປູກໂຕ ໃດກ່ອນໝູ່. ສໍາລັບການ ກະສິກັມ ເພື່ອຜລິດເປັນ ສະບຽງອາຫານ ນັ້ນ ທ່ານວ່າ ປະຊາຊົນ ບໍ່ໄດ້ຮັບ ການສນັບສນູນ ຫລາຍເທົ່າກັບ ບໍຣິສັດ ເອກກະຊົນ ທີ່ລົງທືນ ປູກຕົ້ນໄມ້ ອຸດສາຫະກັມ ການປູກເຂົ້າ ກໍຍັງອີງໃສ່ ສະພາບ ດິນຟ້າ ອາກາດຢູ່. ເມື່ອປະສົບ ໄພແຫ້ງແລ້ງ ຫລືນໍ້າຖ້ວມ ແລ້ວ ການຜລິດອາຫານ ກໍຫລຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.