ການລົງທືນ ຢູ່ແຂວງອັດຕະປື ຍັງມີໜ້ອຍ

ນັກທຸຣະກິດ ສົນໃຈເຣື້ອງການຄ້າ ຢູ່ແຂວງອັດຕະປື ສ່ວນວ່າການ ລົງທຶນ ໃນໂຄງການຕ່າງໆ ຍັງມີໜ້ອຍ.
ຈໍາປາທອງ
2010.03.26

ມາຮອດ ປັດຈຸບັນນີ້ ນັກທຸຣະກິດ ສົນໃຈເຣື້ອງການຄ້າ ຂາອອກ-ຂາເຂົ້າ ຢູ່ແຂວງອັດຕະປື ສ່ວນວ່າການລົງທຶນ ໃນໂຄງການພັທນາ ຕ່າງໆ ຍັງມີໜ້ອຍຢູ່ ດັ່ງເຈົ້າໜ້າທີ່
ຜແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ເວົ້າວ່າ:

"ປັດຈຸບັນກໍມີ ພາກທຸຣະກິດ ຈຳນວນນຶ່ງ ຍື່ນຄຳຮ້ອງມາ ຜ່ານທາງແຂວງ ເພື່ອໃຫ້ ພິຈາຣະນາ ແຕ່ຈະເປັນເຣື້ອງການ ຊື້ຂາຍ ຄ້າຂາຍ ທາງດ້ານວັສດຸ ກໍ່ສ້າງ ໃນເຊີງການຄ້າ ຫລາຍກວ່າ ແຕ່ວ່າການລົງທຶນ ຍັງມີໜ້ອຍຢູ່".

ທ່ານວ່າ ຫລາຍປີຜ່ານມານີ້ ແຂວງອັດຕະປື ມີການພັທນາ ຣະບົບ ຄົມມະນາຄົມ ຈົນສາມາດເດີນທາງ ໄດ້ສະດວກ ໃນທຸກຣະດູການ ກັບແຂວງໃກ້ຄຽງ ແລະໄປສູ່ ປະເທດອ້ອມຂ້າງ ເຊັ່ນ ວຽດນາມ ເຫັນວ່າ ທຸຣະກິດພາຍໃນ ແຂວງຫລາຍຂຶ້ນ ແຕ່ກໍ່ປາກົດວ່າ ນັກທຸຣະກິດ ສ່ວນຫລາຍ ໃຊ້ແຂວງອັດຕະປື ເປັນທາງຜ່ານ ໃນການ ປະກອບກິຈການ ທາງດ້ານການຄ້າ ຂອງພວກເຂົາເຈົ້າ ໃນລັກສນະ ສົ່ງສິນຄ້າ ຈາກປະເທດໄທ ໄປວຽດນາມ ຫລືນຳສິນຄ້າຈາກ ວຽດນາມ ເຂົ້າມາຂາຍໃນແຂວງ.

ທ່ານເວົ້າຕື່ມອີກວ່າ ເຖິງແມ່ນໜ່ວຍງານ ທີ່ກ່ຽວຂ້ອງ ຈະເຊີນຊວນ ດ້ວຍການໃຫ້ເງື່ອນໄຂ ອັນເໝາະສົມ ແລະ ກະຕຣຽມສະຖານທີ່ ໄວ້ຮອງຮັບຫລາຍແຫ່ງ ເຊັ່ນ ໃນເຂດດ່ານສາກົນ ພູເກືອ-ໂອ້ອີ້ ເພື່ອໃຫ້ເອກກະຊົນ ເຂົ້າມາລົງທຶນ ໃນໂຄງການຕ່າງໆ ເປັນຕົ້ນ ໂຮງງານແປຮູບ ສິນຄ້າ ການກະເສດຫລື ສ້າງສາງສິນຄ້າ ຕລາດ ການຄ້າຕ່າງໆ ແຕ່ກໍ່ຍັງບໍ່ທັນ ມີນັກລົງທຶນ ລາຍໃດສົນໃຈ.

ທຸກມື້ນີ້ ກໍ່ມີແຕ່ ໂຄງການປູກ ຢາງພາລາ ແລະ ສ້າງໂຮງງານ ແປຮູບຢາງພາລາ ຂອງເອກກະຊົນ ວຽດນາມ ພຽງລາຍດຽວ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.