ຄວບຄຸມ ຣາຄາສິນຄ້າ ບໍ່ໃຫ້ຂຶ້ນຣາຄາ ໃນໂອກາດ ຕຣຸດສົງການ

ກະຊວງ ອຸດສະຫະກັມ ແລະ ການຄ້າ ຂອງລາວ ໄດ້ອອກລະບຽບ ການຄວບຄຸມ ຣາຄາສິນຄ້າ ເພື່ອປ້ອງກັນ ບໍ່ໃຫ້ກຸ່ມພໍ່ຄ້າ ແມ່ຄ້າ ຂື້ນຣາຄາ ສິນຄ້າໃນ ລະຍະ ເທດສະການປີໃໝ່.

ເນື່ອງ​ຈາກ​ວ່າ ໃນລະຍະຜ່ານມາ ມີກຸ່ມພໍ່ຄ້າ-ແມ່ຄ້າ ໃນລາວ ໄດ້ຂື້ນຣາຄາສິນຄ້າ ໃນໂອກາດ ເທດສະການປີໃໝ່ ເກີນປົກະຕິ ເພາະສວຍໂອກາດ ໃນຕອນທີ່ມີ ນັກທ່ອງທ່ຽວ ເຂົ້າມາທ່ຽວ ໃນລາວຫລາຍ ດັ່ງ​ນັ້ນ ​​ເຈົ້າ​ໜ້າ​ທີ່​ລາວ ຈຶ່ງ​ໄດ້​ອອກ​ປະຕິບັດ​ງານ ​ຄວບ​ຄຸ​ມຣາຄາສິນຄ້າ.

ທ່ານພູວຽງ ສີປະເສີດ, ຫົວໜ້າຜແນກ ອຸດສະຫະກັມ ແລະ ການຄ້າ ແຂວງວຽງຈັນ, ກ່າວວ່າ ຣາຄາສິນຄ້າ ຕ່າງໆ ໃນລະຍະບຸນສົງການປີໃໝ່ ປີນີ້ ຄົງຈະບໍ່ມີການຂື້ນ ຣາຄາ.

“ຣະຍະປີໃໝ່ ພວກເຮົາຄຸ້ມຄອງ ອັນນີ້ ມັນຕ້ອງມີການເຊັນສັນຍາ ຊື້-ຂາຍ ແຕ່ລະຮ້ານ ຖ້າຫາກວ່າ ຜູ້ໃດ ບໍ່ປະຕິບັດນັ້ນ ພວກເຮົາມີ ເຈົ້າໜ້າທີ່ ໄປກວດຮ້ານຄ້າ ໄປຕິດຕາມ ຖ້າຂາຍເກີນຣາຄາ ທີ່ພວກເຮົາ ກຳນົດພວກເຮົາ ຈະປັບໃໝ”

ທ່ານວ່າ ຣາຄາສິນຄ້າ ຈຳພວກເຫລົ້າເບັຽ ຫລື ອາຫານຕ່າງໆ ຈະຍັງຢູ່ ໃນຣາຄາ ປົກະຕິ ທຸກຢ່າງ. ຖ້າບໍ່ມີ ຄຳແຈ້ງການ ຈາກກະຊວງການຄ້າແລ້ວ ກໍຈະບໍ່ສາມາດຂື້ນ ຣາຄາສິນຄ້າໄດ້. ແມ່ຄ້າ-ພໍ່ຄ້າ ທີ່ລະເມີດກົດໝາຍ ກໍຈະຖືກລົງໂທດ.

“ແບບລັກສະນະ ກົດໝາຍທຸຣະກິດ ຂອງພວກເຮົານໍ ຖ້າຫາກວ່າ ເຈົ້າສວຍໂອກາດ ຂື້ນຣາຄາ ສິນຄ້າ ຈະປັບໃໝ ຄັ້ງທີນຶ່ງ 2 ລ້ານກີບ ຄັ້ງທີສອງ ພວກເຮົາ ຈະອົບຣົມສຶກສາ ແລະ ປັບໃໝ 5 ລ້ານກີບ ຄັ້ງທີສາມຈະເປັນ 10 ລ້ານກີບ ແລ້ວພວກເຮົາ ຈະໃຫ້ເລີກ ກິດຈະການເລີຽ.”

ທ່ານໄດ້ ຮຽກຮ້ອງ ໃຫ້ຜູ້ບໍຣິໂພກສິນຄ້າ ທີ່ໄດ້ຮັບຄວາມບໍ່ເປັນທັມ ຈາກພໍ່ຄ້າ-ແມ່ຄ້າ ສວຍໂອກາດ ຈົ່ງຮ້ອງຮຽນ ໄປຍັງກະຊວງການຄ້າ ຫລື ຮ້ອງຮຽນ ຜ່ານພະນັກງານ ກວດສອບສິນຄ້າ ປະຈຳແຂວງ ເພື່ອໃຫ້ເຈົ້າໜ້າທີ່ ທຳການກວດກາ. ໃນທາງປະຕິບັດແລ້ວ ການຄວບຄຸມຣາຄາ ສິນຄ້ານີ້ ມັນກໍບໍ່ແມ່ນ ເຣື້ອງ່າຍດາຍ, ພໍ່ຄ້າ-ແມ່ຄ້າ ກໍມີວິທີຫລີກລຽງ ເຈົ້າໜ້າທີ່ ໃນຫລາຍຮູບຫລາຍແບບ ເຊັ່ນວ່າ ການຊຸກເຊື່ອງ ສິນຄ້າ ຫລື ຮ້າຍໄປກ່ວານັ້ນ ກໍໃຫ້ສິນບົນ ແກ່ເຈົ້າໜ້າທີ່ ກວດສອບສິນຄ້າ ເພື່ອບໍ່ໃຫ້ ມາກວດ ຫລື ກວດເຫັນແລ້ວ ກໍບໍ່ມີການເອົາມາຕະການ ປັບໃໝແຕ່ຢ່າງໃດ.