ແຜນການປູກພືຊ ທີ່ແຂວງສາຣະວັນ

ແຂວງ ສາຣະວັນ ຕ້ອງການປ່ຽນ ຈາກການ ປູກພືຊ ອຸດສາຫະກັມ ໃນແຂວງ ຂອງຕົນ ມາປູກ ພືຊທີ່ໃຫ້ ຜົນຜລິດ ໃນລະຍະສັ້ນ

ຫລັງຈາກທີ່ ເຫັນວ່າ ການປູກ ຕົ້ນໄມ້ ອຸດສາຫະກັມ ຂນາດໃຫ່ຽ ໃຫ້ຜົນຜລິດຊ້າ ກິນພື້ນທີ່ ຫລາຍ ຈົນວ່າທ້ອງຖິ່ນ ບໍ່ສາມາດ ຕອບສນອງດິນ ໃຫ້ເອກກະຊົນ ທີ່ມາ ລົງທືນໄດ້ ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແຂວງ ສາຣະວັນ ໄດ້ກ່າວ:

"ມາຮອດ ປັດຈຸບັນນີ້ ຄິດວ່າ ພວກເຮົາ ສົນໃຈຢາກ ໃຫ້ຕ່າງປະເທດ ມາລົງທືນ ກ່ຽວກັບ ການປູກເຂົ້າບໍ່ ປູກພືຊ ທີ່ວ່າມັນ ໃຫ້ຜົນໄວ. ເຣື້ອງ ຢາງພາຣາ ໄມ້ວິກ ອະຫຍັງນີ້ ກະຫຼຸດ ລົງແລ້ວ ເພາະພວກເຮົາ ຕອບສນອງ ເນື້ອທີ່ບໍ່ທັນ".

ການປູກພືຊ ອຸດສາຫະກັມ ໃນແຂວງ ສາຣະວັນ ໃນລະຍະ ຜ່ານມາ ສ່ວນຫລາຍ ຈະແນໃສ່ ການປູກຕົ້ນ ຢາງພາຣາ ແລະໄມ້ວິກ ຊື່ງແມ່ນ ເອກກະຊົນ ຕ່າງຊາດ ມາລົງທືນ. ເຈົ້າໜ້າທີ່ ແຂວງ ສາຣະວັນ ວ່າການ ປູກຕົ້ນໄມ້ ເຫລົ່ານີ້ ໃຊ້ເວລາ ດົນນານ ສະເລັ່ຽແລ້ວ ລະຫວ່າງ 7 ປີ ກ່ອນຈະ ເກັບກ່ຽວ ຜົນຜລິດໄດ້ ເຮັດໃຫ້ ປະຊາຊົນ ທີ່ລົງທືນ ປູກຮ່ວມ ກັບບໍຣິສັດ ຕ່າງຊາດ ບໍ່ມີລາຍໄດ້ ເຂົ້າຄອບຄົວ. 

ອີກປະການ ນື່ງ ທາງແຂວງ ບໍ່ສາມາດ ຫາພື້ນທີ່ ອັນກວ້າງຂວາງ ມາຕອບສນອງ ຄວາມຕ້ອງການ ຂອງນັກ ລົງທືນທີ່ ປູກຕົ້ນໄມ້ ອຸດສາຫະກັມ ລະຍະຍາວ ໄດ້. ໃນຂັ້ນຕໍ່ໄປ ທາງແຂວງ ສາຣະວັນ ເຫັນວ່າ ຕ້ອງການ ຢາກໃຫ້ ເອກກະຊົນ ຕ່າງຊາດ ຫັນມາລົງທືນ ປູກພືຊ ຫລືຕົ້ນໄມ້ ທີ່ໃຫ້ ຜົນຜລິດໄວ ເປັນຕົ້ນ ປະເພດຕົ້ນໄມ້ ກິນໝາກ ເຂົ້າພືຊ ຊນິດຕ່າງໆ ທີ່ໃຊ້ພື້ນທີ່ ປູກນ້ອຍລົງ.

ປັດຈຸບັນນີ້ ແຂວງ ສາຣະວັນ ບໍ່ທັນມີ ການພັທນາ ການປູກພືຊ ຊນິດໃຫ້ ຜົນຜລິດໄວ ແລະ ບໍ່ທັນມີ ໂຮງງານ ອຸດສາຫະກັມ ປຸງແຕ່ງ ເພື່ອຮອງຮັບ ເອົາຜົນຜລິດ ຈາກການ ປູກພືຊ ດັ່ງກ່າວ. ຖ້າຫາກຂາດ ໂຮງງານ ປຸງແຕ່ງແລ້ວ ມັນກໍເປັນ ການຍາກທີ່ ນັກລົງທືນ ຈະມາລົງທືນ ປູກພືຊ ປະເພດນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org