ແຂວງອຸດົມໄຊ ເພີ່ມເນື້ອທີ່ປູກພືດ

ແຂວງອຸດົມໄຊ ຊຸກຍູ້ການ ປູກພືດ ເປັນສິນຄ້າ ເພີ່ມເນື້ອທີ່ ການຜລິດ.
ມະນີຈັນ
2010.07.02

ແຂວງອຸດົມໄຊ ກໍາລັງຂຍາຍ ພື້ນທີ່ ຢ່າງກວ້າງຂວາງ ພາຍໃນແຂວງ ເພື່ອປູກພືດເປັນ ສິນຄ້າ ພາຍຫລັງທີ່ພາກສ່ວນ ກ່ຽວຂ້ອງທັງພາກຣັຖ ແລະພາກ ເອກກະຊົນ ໄດ້ຊຸກຍູ້-ສົ່ງເສີມ ໃຫ້ປະຊາຊົນ ຫັນມາປູກພືດ ເປັນອາຊີບເສີມ ໃນລະຍະຫລາຍປີ ຜ່ານມາ ນອກຈາກເຮັດນາ ປູກເຂົ້າພຽງຢ່າງດຽວ. ມາຮອດປັຈຈຸບັນ ພືດຕ່າງໆ ເລີ່ມອອກໝາກອອກຜົລ ຈໍານວນຫລວງຫລາຍ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜແນກ ກະສິກັມ ແຂວງອຸດົມໄຊ:

"ໃນປີ 2010 ມີເນື້ອທີ່ປູກພືດ ເປັນສິນຄ້າ ທັງໝົດ 57 327 ເອັກຕາຣ ຜົລເດັ່ນກວ່າໝູ່ ແມ່ນການປູກ ໝາກສາລີ ມີເນື້ອທີ່ທັງໝົດ 28 482 ເອັກຕາຣ ຖ້າທຽບໃສ່ປີ 2005 ຖືວ່າເພີ່ມຂຶ້ນ 18 ພັນເອັກຕາຣ".

ທ່ານ ກ່າວຕໍ່ໄປວ່າ ພື້ນທີ່ການປູກພືດ ເປັນສິນຄ້າຂອງແຂວງ ເພີ່ມຂຶ້ນຫລາຍ ໂດຍຈະເນັ້ນໃສ່ ການປູກພືດທີ່ມີ ເງື່ອນໄຂເໝາະສົມ ເປັນຕົ້ນ ເຂົ້າສາລີ ໝາກຖົ່ວເຫລືອງ ຖົ່ວດິນ ອ້ອຍ ໝາກງາ ໝາກເຜັດ ໝາກເດືອຍ ແລະຜັກຕ່າງໆ. ໃນນັ້ນ ການປູກໝາກເຂົ້າ ສາລີ ຖືວ່າ ເປັນພືດທີ່ມີການ ຂຍາຍພື້ນທີ່ອອກ ຫລາຍທີ່ສຸດ ເຮັດໃຫ້ທາງແຂວງ ອຸດົມໄຊ ມີຜົລຜລິດ ຫລາຍກວ່າ 130 ພັນຕັ້ນ ໃນປີທີ່ຜ່ານມານີ້.

ຢ່າງໃດກໍຕາມ ເຖິງແມ່ນວ່າ ແຂວງອຸດົມໄຊ ຈະສາມາດ ຂຍາຍພື້ນທີ່ ປູກຝັງ ແລະສ້າງຜົລຜລິດ ພືດໄດ້ ຢ່າງຫລວງຫລາຍ ຄືກັນກັບແຂວງ ອື່ນໆໃນລາວ ສ່ວນຫລາຍ ແຕ່ກໍຍັງບໍມີ ໂຮງງານ ປຸງແຕ່ງ ທີ່ຈະສາມາດ ຮັບເອົາຜົລຜລິດ ໄປປຸງແຕ່ງ ເປັນສິນຄ້າ ເພື່ອເພີ່ມມູນຄ່າ ຫລາຍພໍເທົ່າໃດ.

ດັ່ງນັ້ນ ຈຶ່ງເຮັດໃຫ້ ຜົລຜລິດພືດ ສ່ວນຫລາຍ ເປັນແຕ່ພຽງວັຖຸດິບ ຂັ້ນມູນຖານ ທີ່ພໍ່ຄ້າແລະ ບໍຣິສັດ ເອກກະຊົນ ຈາກຕ່າງປະເທດ ຈະຮັບຊື້ໄປ ໃນຣາຄາຖືກ ກ່ອນຈະສົ່ງອອກ ນອກປະເທດ ໄປປຸງແຕ່ງ ເປັນສິນຄ້າ ໃນປະເທດ ອ້ອມຂ້າງຕໍ່ໄປ. ກ່ຽວກັບເລື່ອງດັ່ງກ່າວ ພາກສ່ວນກ່ຽວຂ້ອງ ຕ້ອງຫາທາງແກ້ໄຂ ແລະຊຸກຍູ້ໃຫ້ມີການ ຕັ້ງໂຮງງານ ປຸງແຕ່ງ ກະສິກັມ ໃຫ້ຫລາຍຂຶ້ນ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.