ນັກລົງທືນ ຈີນ ຈະເປັນອັນດັບນຶ່ງ ໃນລາວ

ສປຈີນ ເປັນປະເທດ ອັນດັບ2 ໃນບັນດາປະເທດ ທີ່ເຂົ້າມາ ລົງທຶນຢູ່ລາວ ແລະກຳລັງຈະກາຍເປັນ ອັນດັບ1 ໃນບໍ່ຊ້ານີ້.

0:00 / 0:00

ເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນຂອງລາວ ທ່ານນຶ່ງເຜີຍວ່າ, ໃນຈໍານວນ37ປະເທດ ທີ່ເຂົ້າມາ ລົງທຶນຢູ່ລາວ ໃນຂນະນີ້ ຈີນຖືກຈັດ ຢູ່ອັນດັບ2 ຖັດຈາກໄທ. ມາຮອດເດືອນ6 ປີ2009ນີ້, ການລົງທຶນຂອງ ບໍຣິສັດ ຕ່າງໆຂອງຈີນ ໃນຂແນງການບໍ່ແຮ່, ພລັງງານໄຟຟ້າ, ອຸດສາຫະກັມ ຫັຖກັມ, ກະສິກັມແລະ ປ່າໄມ້ ແລະບໍຣິການອຶ່ນໆ ມີ303ໂຄງການ ມູນຄ່າ2ຕື້ 135ລ້ານໂດລາ ສະຫະຣັຖ.

ນັ້ນກໍເປັນ ການປະກອບສ່ວນ ເຂົ້າໃນການພັທນາ ເສຖກິດ-ສັງຄົມ ຢູ່ລາວ ໃຫ້ຂຍາຍຕົວເປັນ ລໍາດັບພ້ອມທັງ ສ້າງວຽກງານໃຫ້ ຊາວລາວ ທີ່ຢູ່ໄກ້ກັບ ໂຄງການນັ້ນ ດີສົມຄວນ. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ ຄຽງຄູ່ກັບ ດ້ານດີນັ້ນ ການລົງທຶນນັ້ນ ຍັງມີບາງບັນຫາ ທີ່ຈະຕ້ອງໄດ້ ແກ້ໄຂ. ໃນນັ້ນຈໍານວນ ນຶ່ງທີ່ໄດ້ຮັບ ອະນຸຍາດແລ້ວ ແຕ່ບໍ່ໄດ້ ປະຕິບັດຕາມ ສັນຍາທີ່ເຊັນ ກັບຣັຖບານລາວ.

ບາງໂຄງການເມື່ອ ໄດ້ຮັບ ອະນຸຍາດແລ້ວ ກໍບໍ່ລົງມືເຮັດ ແຕ່ຫາກໂອນ ໄປໃຫ້ຜູ້ອຶ່ນ ຫລືມືທີ3 ດໍາເນີນການ ຊຶ່ງຜິດຕໍ່ ຣະບຽບ-ກົດໝາຍ ວ່າດ້ວຍການສົ່ງເສີມ ການລົງທຶນພາຍໃນ ແລະຕ່າງປະເທດ ຂອງລາວ. ອີກຈໍານວນນຶ່ງ ພາຍຫລັງໄດ້ ເລີ້ມລົງມືໄປແລ້ວ ແຕ່ຍັງມີການ ແກ່ຍາວເວລາ ອັນສົ່ງຜົລກະທົບ ໃຫ້ແກ່ການ ພັທນາໂຄງການ ແລະ ຜູ້ທີ່ມາລົງທຶນ, ຝ່າຍລາວ ໃນຖານະເຈົ້າຂອງ ໂຄງການ ກໍສູນເສັຽຜົລ ປະໂຫຍດເຊັ່ນກັນ.

ດັ່ງນັ້ນ ພາກສ່ວນກ່ຽວຂ້ອງ ຂອງທາງການລາວ ຈຶ່ງຮຽກຮ້ອງໄປ ຍັງບໍຣິສັດ ແລະ ນັກລົງທຶນຂອງ ສປຈີນ ໃຫ້ຄົ້ນຄ້ວາ-ເຂົ້າໃຈ ຣະບຽບກົດໝາຍ ຂອງລາວແລະ ປັບປຸງການ ປະສານງານ ຣະຫວ່າງ ນັກລົງທຶນຈີນ ກັບເຈົ້າໜ້າທີ່ລາວ ໃຫ້ດີຂຶ້ນ.

ພ້ອມດຽວກັນ ບໍຣິສັດ ແລະນັກລົງທຶນ ສປຈີນ ຕ້ອງໄດ້ນໍາເອົາ ເຕັກໂນໂລຊີໃໝ່ ທີ່ທັນສມັຍ ເຂົ້າມາພັທນາ ດໍາເນີນໂຄງການ ຢູ່ລາວ ເພາະທີ່ຜ່ານມາ ຍັງມີບາງ ໂຄງການ ໄດ້ນໍາເອົາ ເຕັກນິກ ແບບປະຖົມປະຖານ ເຂົ້າມາໃຊ້ຢູ່ລາວ.