ການຄ້າຊາຍແດນລາວໄທ ເພີ້ມຂື້ນ

ຫົວໜ້າດ່ານ ພາສີ ໜອງຄາຍ ຂອງໄທ ເວົ້າວ່າ ມູນຄ່າການຄ້າ ຊາຍແດນ ໄທ-ລາວ ຜ່ານໜອງຄາຍ ຂຍາຍຕົວເພີ້ມຂຶ້ນ ເຖິງແມ່ນວ່າ ເສຖກິດ ຝືດເຄືອງ ແລະ ມີຜົນກະທົບ ຈາກຄ່າເງິນບາດ ແຂງຕົວຂຶ້ນ ກໍຕາມ.
ຈໍາປາທອງ
2010.11.02

ກົດຟັງສຽງ

ພ້ອມກັນນັ້ນ ທ່ານກໍແນະນຳໃຫ້ ຕັ້ງເຂດ ປອດພາສີ ເພື່ອຕອບສນອງ ຄວາມຕ້ອງການ ຂອງປະເທດ ເພື່ອນບ້ານ ແລະຈັດຣະບົບ ການປູກມັນຕົ້ນ ເພື່ອແກ້ໄຂບັນຫາ ສິນຄ້າ ຂອງຊາວ ກະສິກອນໄທ ພາຍຫລັງມີການ ປັບພາສີ ເປັນ 0 ໃນອີກ 5 ປີຂ້າງໜ້າ.

ຫົວໜ້າດ່ານພາສີ ໜອງຄາຍ ເປີດເຜີຍເຖິງ ການນຳເຂົ້າ ແລະສົ່ງອອກ ທີ່ຜ່ານມາ ໃນງົບປະມານ ປີ 2010 ວ່າມູນຄ່າ ການຄ້າ ຊາຍແດນຣະຫວ່າງ ສປປລາວ ແລະ ປະເທດໄທ ຜ່ານດ່ານພາສີ ໜອງຄາຍ ລວມທັງໝົດ 38,128 ລ້ານ 6 ແສນ 3 ໝື່ນບາດ ຄືເພີ້ມຂຶ້ນ 21.75% ຖ້າທຽບໃສ່ປີ 2009 ຊຶ່ງເປັນປີທີ່ ເສຖກິດ ຂອງໂລກ ຂຍາຍຕົວ ພຽງ 2.75%. ສຳລັບການ ນຳເຂົ້າຂອງໄທ ມີມູນຄ່າ 2,858 ລ້ານ 4 ແສນ 9 ໝື່ນບາດ ຄືຂຍາຍຕົວ 40.86%. ສິນຄ້າທີ່ ນຳເຂົ້າ ສ່ວນໃຫຍ່ເປັນ ສິນຄ້າທີ່ໄທ ສົ່ງໄປລາວ ແລ້ວລາວນຳ ກັບຄືນມາໄທ ອີກ ເຊັ່ນ ຖັງແກສຫູງຕົ້ມ ມີມູນຄ່າ ຫລາຍ ເຖິງ 361 ລ້ານບາດ. ສ່ວນການສົ່ງອອກ ມີມູນຄ່າ ເພີ້ມຂຶ້ນ 35,270 ລ້ານ 1 ແສນ 3 ໝືືນບາດ ຄືຂຍາຍຕົວ 20.45%.

ກ່ຽວກັບບັນຫາ ຄ່າເງິນບາດ ແຂງຕົວ ທ່ານກໍວ່າ ໃນຂນະນີ້ ມີສ່ວນກະທົບ ໃສ່ການຊື້ຂາຍ ເພາະມີການ ຊື້ຂາຍ ເປັນເງິນໂດລາ. ຫາກຄ່າເງິນບາດ ແຂງຕົວຫລາຍຂຶ້ນ ປະເທດໃກ້ຄຽງ ເຊັ່ນ ວຽດນາມ ຫລື ຈີນ ກໍຈະເຂົ້າ ມາແຂ່ງຂັນ ໄທກໍຈະເສັຍທ່າ ຫລາຍຂຶ້ນ ໂດຍສະເພາະ ສິນຄ້າ ອຸປໂພກ ບໍຣິໂພກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.