ຜົນຜລິດໃນເມືອງດັກຈື້ງ ຕ້ອງການຕລາດ

ເມືອງດັກຈຶ໊ງ ແຂວງເຊກອງ ຕ້ອງກາຣຕລາດ ກາຣຄ້າ ເພື່ອຮອງຮັບ ກາຣຈັດສັນ ອາຊີພ ຂອງປະຊາຊົນ.
ຫວາດ ສີມູນ
2010.07.06

ທາງກາຣປົກຄອງ ເມືອງດັກຈຶ໊ງ ແຂວງເຊກອງ ຕ້ອງກາຣ ຢາກໃຫ້ມີກາຣຈັດຫາ ຕລາດກາຣຄ້າ ເພື່ອຮອງຮັບ ຣະບົບເສຖກິຈ ຕາມແຕ່ລະເຂຕ ພື້ນທີ່ ຍ້ອນທາງກາຣລາວ ໃຫ້ກາຣ ສນັບສນູນ ໂຄງກາຣຈັດສັນ ໃຫ້ປະຊາຊົນ ມີອາຊີພແບບ ຄົງທີ່ ແລະໃຫ້ຖາວອນ ພ້ອມກັບໃຫ້ມີ ກາຣພັທນາຣະບົບ ໂຄງຮ່າງພື້ນຖານ ໂດຽໃຫ້ຫລຸດຜ່ອນ ບັນຫາກາຣ ຖາກຖາງປ່າ ເພື່ອເຮັດໄຮ່ ແລະແກ້ໄຂບັນຫາ ຄວາມທຸກຂ໌ຍາກ ຂອງປະຊາຊົນ ທີ່ໄດ້ຮັບຜົລ ກະທົບຈາກ ພາຍຸເກສນາ ໃນປີຜ່ານມາ ດັ່ງເຈົ້າໜ້າທີ່ ໂຮງກາຣເມືອງດັກຈຶ໊ງ ໄດ້ກ່າວວ່າ:

“ພວກເຮົາກະອີງໃສ່ ສຳຣວຈເບິ່ງພື້ນທີ່ ມີຄວາມເປັນໄປ ໄດ້ໃນກາຣ ເຕົ້າໂຮມບ້ານນ້ອຍ ເປັນບ້ານໃຫຍ່ ສອງມາອີງໃສ່ ພື້ນຖານໂຄງຮ່າງ ໂດຽສະເພາະເສັ້ນ ທາງເຂົ້າເຖິງ ເພື່ອຈັດສັນທີ່ຢູ່ ແລະ ຕ້ອງຈັດສັນອາຊີພ ແຕ່ກາຣຈັດສັນ ອາຊີພ ມັນຕ້ອງຕິດພັນ ກັບກາຣເຂົ້າເຖິງ ກາຣຕລາດ”.

ຍານາງໄດ້ກ່າວ ເພີ່ມວ່າ ແຕ່ໃດໆມາ ທາງກາຣລາວ ກໍໄດ້ພຍາຍາມ ຊຸກຍູ້ ໃຫ້ປະຊາຊົນ ໄດ້ຫັ່ນປ່ຽນກາຣ ເຮັດໄຮ່ແບບເລື່ອນລອຍ ມາປະກອບອາຊີພ ທີ່ທາງກາຣຣັຖບາລ ໃຫ້ກາຣສນັບສນູນເຊັ່ນ: ກາຣປູກຝັງ ພືຊອຸຕສາຫະກັມ ແລະກະສິກັມພືຊ ຜັກຕ່າງໆ ເພື່ອຈະມີຣາຍ ໄດ້ທີ່ໝັ້ນຄົງ. ແຕ່ໃນຂນະດຽວກັນ ປະຊາຊົນກໍ ປະສົບກັບບັນຫາ ພັຍທັມຊາຕ ພາຍຸເກສນາ ໃນຣະຍະທ້າຍປີ 2009 ທີ່ເຮັດໃຫ້ບ່ອນ ທຳມາຫາກິນ ຂອງປະຊາຊົນ ໄດ້ຮັບຄວາມເສັຽຫາຍ ຢ່າງຫລວງຫລາຍ.

ຢ່າງໃດກໍຕາມ ຍານາງໄດ້ກ່າວ ຢ້ຳອີກວ່າ ໃນປັຈຈຸບັນນີ້ ເຖິງຈະມີ ປະຊາຊົນ ປະກອບອາຊີພ ກະສິກັມ ຫລາຍຂຶ້ນກໍຕາມ ແຕ່ກໍຍັງມີບັນຫາ ກາຣຂາດຕລາດ ເພື່ອຮອງຮັບເອົາ ຜົລຜລິຕ ຂອງປະຊາຊົນ ພ້ອມກັບຍັງມີ ບັນຫາດ້ານຜົລຜລິຕ ທີ່ອາຈຈະລົ້ນ ຕລາດກໍເປັນໄດ້ ຖ້າຫາກວ່າປະຊາຊົນ ຍັງບໍ່ສາມາດ ທີ່ຈະສົ່ງສິນຄ້າ ກະເສຕກັມ ຂອງພວກຕົນ ອອກໄປໃຫ້ທົ່ວເຖິງ ຕາມເຂຕຕົວເມືອງ ຕ່າງໆໄດ້ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.