ສິນຄ້າໜີພາສີ ຢູ່ລາວພາກເໜືອ

ບັນຫາຂອງກາຣ ລັກລອບ ໜີພາສີ ຂອງຜູ້ປະກອບ ກາຣຕ່າງໆ ທັ້ງຊາວລາວ ແລະຊາວຈີນ ສ່ວນຫລາຍແມ່ນ ເກີດຂຶ້ນຢູ່ທາງ ແຂວງພາຄເໜືອ ຂອງລາວ.
ຫວາດ ສີມູນ
2010.06.03

ບັນຫາຂອງກາຣ ລັກລອບໜີພາສີ ທີ່ຜູ້ປະກອບ ກາຣເປັນຄົນລາວ ຫລືຊາວຈີນນັ້ນ ສ່ວນຫລາຍແລ້ວ ຈະເກີດຂຶ້ນ ໃນເຂຕທາງພາຄ ເໜືອຂອງ ປະເທສລາວ ທີ່ມີ ຊາຍແດນຕິດກັບ ສປຈີນ ຊຶ່ງກາຣລັກລອບ ພາສີນີ້ຈະມີ ຫລາຍປະເພທ ເຊັ່ນວ່າ ກາຣນຳເອົາສິນຄ້າ ຫລາຍຢ່າງໄປໂຮມໄວ້ ໃນຫີບຫໍ່ໃຫຍ່ໆ ຊື່ງເປັນກາຣຍາກ ໃນກາຣກວດກາ ດັ່ງເຈົ້າໜ້າທີ່ ກົມພາສີ ກະຊວງກາຣຄັງ ນະຄອນຫລວງ ວຽງຈັນ ທ່ານໜຶ່ງໄດ້ກ່າວວ່າ:

“ມັນກໍທັງຄົນຈີນ ແລະຄົນລາວ ຂະເຈົ້າເຮັດ ບໍຣິສັທນຳເຂົ້າ ຄັນສິເວົ້າແລ້ວ ມັນກໍມີຫລາຍ ປະເພທສິນຄ້າຢູ່ ສ່ວນຫລາຍມັນ ຈະເປັນສິນຄ້າ ທີ່ວ່າມາຈາກ ພາຄເໜືອ ມາຈາກທາງ ເມືອງຈີນພຸ້ນ ມັນຈະເຂົ້າມາ ຈາກຊາຍແດນ ລາວ-ຈີນ ແຂວງຫລວງນ້ຳທາ”.

ພ້ອມດຽວກັນນີ້ ທ່ານກໍໃຫ້ກາຣ ອະທິບາຍຢ່າງ ລະອຽດຂອງກາຣ ລັກລອບພາສີວ່າ ເວລາ ນັກທຸຣະກິຈລາວ ຕ້ອງກາຣສິນຄ້າ ຈາກປະເທສຈີນ ໂດຽທັງສອງຝ່າຍ ກໍມີກາຣພົວພັນ ກາຣຊື້ຂາຍຣະຫວ່າງ ກັນຢູ່ແລ້ວນັ້ນ ແລ້ວຈະມີພນັກງານ ຕື່ມອີກທີ່ດຳເນີນ ກາຣດ້ານແຈ້ງ ເສັຽຄ່າພາສີ ຢູ່ຕາມດ່ານຊາຍແດນ ແຕ່ລະແຫ່ງ ແລະ ຈະແມ່ນພນັກງານ ຈຳພວກນີ້ທີ່ໂກງ ຈຳນວນສິນຄ້າ ເພື່ອບໍ່ຕ້ອງໄດ້ ເສັຽຄ່າພາສີ ຕາມຈຳນວນ ສິນຄ້າຕົວຈິງ. ນອກຈາກນັ້ນ ທ່ານກໍວ່າ ສິນຄ້າຕ່າງໆ ທີ່ຖືກລັກລອບ ໜີພາສີນັ້ນ ສ່ວນຫລາຍຈະເປັນ ສິນຄ້າປະເພທ ເຄື່ອງໃຊ້ໄຟຟ້າ ອຸປກອນ ໃນກາຣກະເສຕ ແລະ ອື່ນໆຫລາຍໆຢ່າງ:

“ກາຣຊຸກເຊື່ອງ ໃນຫີບຫໍ່ ເຄື່ອງຕົວໃດທີ່ວ່າ ເຂົາຈະລັກລອບ ເຂົ້າມາ ມັນຈະເຊື່ອງໄວ້ ໃນກ່ອງ ໃນແກ໊ປມາ ມັນຈະໄປ ເຮັດຖົງໃຫຍ່ໆ ເຂົ້າມາ ແຕ່ວ່າໃນຖົງນັ້ນ ໃນແກ໊ປນັ້ນ ມັນຈະມີຫລາຍໆ ປະເພທສິນຄ້າ ເຂົ້າມາ ເຮັດໃຫ້ກາຣກວດກາ ພວກເຮົານີ້ຍາກຂຶ້ນ ບໍ່ສາມາດທີ່ ຈະກວດລະອຽດໄດ້”.

ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວຢ້ຳວ່າ ເພື່ອຈະໃຫ້ສາມາດ ແກ້ໄຂບັນຫາ ດັ່ງກ່າວນີ້ໄດ້ ຈະຕ້ອງມີກາຣ ກວດກາຢ່າງໜັກ ໃນບ່ອນທີ່ສິນຄ້າ ລົງໄປເຖິງຕາມ ຈຸດຕ່າງໆ ທີ່ວ່າຈະສະດວກ ຫລາຍກວ່າ ແທນທີ່ຈະກວດ ສິນຄ້າຢູ່ຕາມດ່ານ ທີ່ນຳເຂົ້ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.