ວຽດນາມສ້າງໂຮງແຮມ ສາມດາວໃນລາວ

ບໍຣິສັດ ອະສິງຫາ ຣິມມະຊັພ ທ້ອງຖີ່ນ ເລີ້ມກໍ່ສ້າງ ໂຮງແຮມ 3 ດາວ ຂອງວຽດນາມ ໃນລາວ.
ສິດນີ
2010.08.09

ກຸ່ມລົງທືນ ໄຊງ່ອນ ຜູ້ທີ່ມີ ຄວາມສົນໃຈ ໃນການລົງທືນ ຫລາຍຂແນງ ທຸຣະກິດ ໃນລາວ ຊື່ງໃນນັ້ນ ຮ່ວມດ້ວຍ ອະສິງຫາ ຣິມມະຊັບ ການພັທນາ ໂຄງຮ່າງພື້ນຖານ ການເງີນ ການທະນາຄານ ແລະ ພລັງງານ ໄດ້ເລີ້ມລົງມື ກໍ່ສ້າງໂຮງແຮມ ລາວຮົງ ທີ່ແຂວງຫົວພັນ. ນີ້ເປັນ ໂຄງການຂອງ ບໍຣິສັດ ອັນທີ 3 ທີ່ໄດ້ຮັບ ອະນຸຍາດ ໃນການກໍ່ສ້າງ ໃນລາວ.

ໂຮງແຮມ 3 ດາວ ທີ່ມີການ ລົງທືນ ປະມານ 3 ລ້ານໂດລາ ທີ່ແຂວງຫົວພັນ ຂອງກຸ່ມດ່ັງກ່າວ ຈະສ້າງໃຫ້ ໄດ້ມາຕຖານ ສາກົນ ຈະເປັນໂຮງແຮມ ຣະດັບໃຫຍ່ ໃນແຂວງ ເມື່ອສຳເຣັດ ໃນປີ 2013.  ໂຮງແຮມດັ່ງກ່າວ ຈະສ້າງເປັນ ສອງພາກສ່ວນ ທີ່ຈະ ປະກອບດ້ວຍ 3 ພື້ນທີ່ ເຊັ່ນ ຮ້ານອາຫານ ຫ້ອງນອນ ທັງສີ່ຊັ້ນ ແຕ່ລະຊັ້ນ ຈະມີ ຫ້ອງນອນ 28 ຫ້ອງ ຫ້ອງທຸຣະກິດ ການຄ້າ ຫ້ອງການໂຮງແຮມ ແລະ ຫ້ອງປະຊຸມ. ທາງບໍຣິສັດ ຍັງກະຕຽມ ການເລີ້ມລົງມື ກໍ່ສ້າງເຂື່ອນ ໄຟຟ້າ 2 ແຫ່ງ ໃນລາວ ທີ່ຈະສາມາດ ຜລີດກະແສ ໄຟຟ້າໄດ້ 1 ພັນ ເມກາວັດ ດ້ວຍການ ລົງທືນປະມານ 1 ພັນລ້ານໂດລາ ນຳອີກ.

ກຸ່ມບໍຣິສັດ ເຄືອຂ່າຍໂຮງແຮມ ບ້ານພັກ Alila ກໍ່ຈະສ້າງ ໂຮງແຮມບ້ານພັກ 2 ແຫ່ງໃນ ເດືອນຕຸລາ ໃນລາວ ແລະ ໃນອີນເດັຽ ໃນລາວ ຈະໃສ່ຊື່ວ່າ ໂຮງແຮມ ອາລີລາ ຫລວງພຣະບາງ ແລະ ທີ່ອີນເດັຽ ຊື່ວ່າ ອາລີລາ ບັງກາລໍ. ໂຮງແຮມ 2 ແຫ່ງດັ່ງກ່າວ ບັນຈຸເຂົ້າ ໃນເຄືອຂ່າຍ ໂຮງແຮມ 12 ແຫ່ງ ຂອງ ບໍຣິສັດ ແລະ ໂຮງແຮມ ອາລີລາ ຫລວງພຣະບາງ ຈະສ້າງແບບ ອານານິຄົມ ຝຣັ່ງເສດ ຈະປະກອບ ດ້ວຍ 23 suites ຫ້ອງ spa ແລະ ຫ້ອງຮຽນຄົວກີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.