ລັກລອບເຂົ້າໄທ ກາຍເປັນສົບຍ້ອນ
2009.06.09
ເກີດ ອຸບັຕຕິເຫຕ ຣົຖບັນທຸກ ຄົນງານຊາວລາວ 17ຄົນ ທີ່ແລ່ນໜີ ເຈົ້າໜ້າທີ່ ຕຳຣວຈ ໃນຖ້າມກາງຝົນ ຕົກໜັກ ຈົນເສັຽຫລັກໄປ ຕຳກັບຕົ້ນໄມ້ ແຄມທາງ ຢູ່ເຂຕເມືອງ ພະຍຸແຂວງ ສີສະເກຕ ໃນຕອນເຊົ້າເດິກ ຂອງມື້ວັນ ອັງຄານ ນີ້ເຮັດໃຫ້ມີ ຜູ້ເສັຽຊີວີຕ ຄາທີ່ 2ຄົນ ແລະໄດ້ຮັບ ບາດເຈັບສາຫັຕ 13ຄົນ ສ່ວນອີກ 2ຄົນ ເອົາຕົວຫລົບໜີ ໄປໄດ້ ອີງຕາມກາຣ ຣາຍງານຂອງ ໜັງສືພີມ ຜູ້ຈັດກາຣ ຣາຍວັນອອນໄລນ໌ ໃນວັນທີ່ 9 ມີຖຸນາ ນີ້.
ທາງໜັງສືພີມ ໄດ້ແຈ້ງເພີ່ມວ່າ: ຈາກກາຣກວດສອບ ໃນຂັ້ນຕົ້ນ ໂດຽມີນາງສາວ ຂັນທອງ ອິນທະໂສມ ຈາກເມືອງ ສາຣະວັນ ທີ່ໄດ້ຮັບບາດ ເຈັບເລັກນ້ອຍ ໄດ້ໃຫ້ກາຣແກ່ ທາງເຈົ້າໜ້າທີ່ ວ່າຊາວລາວທັງ 17ຄົນດັ່ງກ່າວ ໄປຈາກຫລາຍ ໝູ່ບ້ານ ໃນເຂຕເມືອງ ສາຣະວັນ ໄດ້ຈ່າຍເງີນ ຜູ້ລະ 2,000ບາທ ໃຫ້ແກ່ຜູ້ເປັນ ນາຍໜ້າ ເພື່ອຈະເດີນທາງ ໄປຊອກຫາວຽກ ເຮັດງານທຳ ທີ່ບາງກອກ ຊື່ງທັງໝົດມີ ອາຍຸແຕ່ ຣະຫວ່າງ 16ປີຫາ 30ປີ ແລະໃນນັ້ນ ກໍມີເດັກນ້ອຍ ຜູ້ຊາຍອາຍຸ 4ປີ ຜູ້ໜື່ງ ແລະເດັກຍີງ ອາຍຸ 7ປີ ໜື່ງ ຄົນ ແຕ່ກໍບໍ່ໄດ້ ແຈ້ງເຖີງຈຳນວນ ຂອງແມ່ຍີງ ຫລືຜູ້ຊາຍ ຢ່າງລະອຽດ ແຕ່ປະກາຣໃດ.
ສ່ວນສອງຄົນທີ່ ເສັຽຊີວີຕນັ້ນ ຜູ້ໜື່ງຊື່ວ່າ ທ້າວກາດ ເປັນຊາວ ບ້ານໜອງຄຽງ ແລະທ້າວໂຕ້ຽ ຊາວບ້ານ ຄົງເຊໂດນ ແຂວງສາຣະວັນ ແລະພວກທີ່ໄດ້ ຮັບບາດເຈັບນັ້ນ ກໍຖືກນຳສົ່ງ ໂຮງພະຍາບາລ ຊື່ງປັຈຈຸບັນ ທາງເຈົ້າໜ້າທີ່ ກໍກຳລັງ ປະສານງານກັບ ທາງ ກາຣກ່ຽວຂ້ອງ ຝ່າຍລາວ ເພື່ອແຈ້ງກາຣ ແລະຕິດຕາມຫາ ພວກທີ່ກ່ຽວພັນ ກັບກາຣລັກລອບ ນຳຄົນລາວ ເຂົ້າໄປ ຫາເຮັດວຽກ ໃນເມືອງໄທຽ ດັ່ງກ່າວນີ້.









