ເງິນເຟີ້ຄ່າຄອງຊີພສູງ

ເງິນເຟີ້ ໃນລາວ ເພີ່ມສູງຂຶ້ນ ເກືອບຮອດ 8 ສ່ວນຮ້ອຍ ແລະ ຄ່າອາຫາຣ ກາຣກິນ ກໍທະວີ ສູງຂຶ້ນ.

ເງີນໃໝ່ ສປປລ ຣາຄາ ນຶ່ງແສນກີບ RFA

ກົດຟັງສຽງ

ຜົລກະທົບ ຈາກພັຍນໍ້າຖ້ວມ ໃນຣະຍະ ຜ່ານມາ ເປັນສາເຫຕ ສໍາຄັນທີ່ ເຮັດໃຫ້ ຄ່າອາຫາຣ ກາຣກິນ ໃນເມືອງລາວ ແພງຂຶ້ນກວ່າເກົ່າ ທີ່ເຮັດໃຫ້ ເກີດມີບັນຫາ ເງິນເຟີ້ ເພີ່ມຂຶ້ນເຖິງ 7.87% ໃນເດືອນ ຕຸລາ ຜ່ານມານີ້.

ກົມສະຖີຕິ ຂອງກະຊວງ ແຜນກາຣ ແລະ ກາຣລົງທຶນ ສປປລາວ ໄດ້ເຜີຽແຜ່ ຂໍ້ມູລ ໃນມື້ ວັນອັງຄາຣ ນີ້ວ່າ ຄ່າອາຫາຣ ກາຣກິນ ເພີ່ມທະວີ ສູງຂຶ້ນເຖິງ 13.19% ໃນທ້າຍເດືອນ ຕຸລາ ຜ່ານມານີ້ ທຽບໃສ່ໃນ ຣະຍະດຽວກັນ ຂອງປີ 2009 ທີ່ຜ່ານມາ ແລະວ່າ ເຂຕທີ່ ປະສົບກັບ ຄ່າອາຫາຣ ແພງຫລາຍ ທີ່ສຸດນັ້ນ ແມ່ນຢູ່ທາງ ເຂຕແຂວງ ພາຄໃຕ້ຂອງ ປະເທສ ຍ້ອນໄດ້ຮັບ ຜົລກະທົບ ຈາກພັຍນໍ້າຖ້ວມ ທີ່ໄດ້ສ້າງ ຄວາມເສັຽຫາຍ ຕໍ່ພືຊຜົລ ປູກຢ່າງ ຫລວງຫລາຍ ໄປນັ້ນ.

ກ່ຽວກັບບັນຫາ ເງິນເຟີ້ ດັ່ງກ່າວນີ້ ທາງກາຣ ກ່ຽວຂ້ອງ ຂອງລາວ ໄດ້ອາສັຍ ພາຄສ່ວນ ໂພຄພັນ ແລະ ກາຣຮັບໃຊ້ ບໍຣິກາຣຕ່າງໆ ຮວມເປັນທັງໝົດ ບໍ່ກວ່າ 10 ໝວດ ມາເປັນກາຣ ຊີ້ນຳເຊັ່ນ: ດ້ານກາຣຮັກສາ ປິ່ນປົວ ສຸຂພາບ ຂອງປະຊາຊົນ ທີ່ວ່າໄດ້ເພີ່ມ ຂຶ້ນກວ່າ 3%.

ເຖິງຢ່າງໃດ ກໍຕາມ ທາງກາຣກ່ຽວຂ້ອງ ຂອງລາວ ກໍວ່າ ໄດ້ພຍາຍາມ ເພື່ອຄວບຄຸມ ຣາຄາ ສິນຄ້າເຄື່ອງ ອຸປໂພຄ-ບໍຣິໂພຄ ຕ່າງໆ ແລະ ບໍ່ໃຫ້ເກີດມີ ບັນຫາເງິນເຟີ້ ມີຄວາມ ຮຸນແຮງຮ້າຍ ໄປຕື່ມອີກ ແຕ່ຢ່າງໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org