ກົດຟັງສຽງ
ລາວ, ວຽດນາມ ແລະ ກັມພູຊາ ໄດ້ຮັບຮອງເອົາ ການສ້າງເຂື່ອນ ພາຍໃຕ້ ຄນະກັມມາທິການ ແມ່ນ້ຳຂອງ MRC ແຕ່ຝ່າຍໄທ ຍັງຫລ້າຊ້າ ໃນການຈັດ ອະພິປາຍ ຮັບຟັງ ຄວາມຄິດເຫັນ ຂອງ ປະຊາຊົນ ຊຶ່ງຫາກໍ່ ສີ້ນສຸດລົງ ເມື່ອວັນເສົາທີ 12 ກຸມພາ 2011 ນີ້.
ເຂື່ອນໄຟຟ້າ ພລັງນໍ້າ ຈະສ້າງຂຶ້ນຢູ່ ແຂວງ ໄຊຍະບຸຣີ ສປປລາວ ໂດຍຈະກັ້ນຕັນ ພາກສ່ວນທີ່ໃຫຍ່ ໃນແມ່ນ້ຳຂອງ ຊຶ່ງຣັຖບານລາວ ໄດ້ຕັ້ງກຳນົດ ເວລາ ໃສ່ເດືອນ ເມສາ 2011 ເພື່ອເປັນເວລາ ໃນການຮັບຮູ້ ແລະ ຍອມຮັບ ໂຄງການ ສ້າງເຂື່ອນ ດັ່ງກ່າວ ຂອງ ສະມາຊິກ MRC.
ກອງປະຊຸມ ໃນມື້ວັນພຸດ ທີ 16 ກຸມພາ 2011 ຢູ່ກະຊວງ ຊັພຍາກອນນ້ຳ ຂອງໄທ ເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ອົງການ ທີ່ບໍ່ສັງກັດ ຣັຖບານ ໄດ້ຮັບຮູ້ວ່າ ສປປລາວ ຈະບໍ່ຍືດເວລາ ທີ່ກຳນົດ ໃນການຮັບຮູ້ ອອກໄປກາຍ ເດືອນເມສາ 2011.
ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ທີ່ຈັດການ ອະພິປາຍ ຮັບຟັງຄວາມຄິດເຫັນ ຂອງ ປະຊາຊົນ ໄດ້ກ່າວວ່າ ມີບັນຫາ ທາງດ້ານເທັກນິກ ຫລາຍຢ່າງ ພາໃຫ້ການຈັດ ກອງປະຊຸມ ຊັກຊ້າ ແຕ່ບໍ່ໄດ້ ອະທິບາຍວ່າ ເປັນຫຍັງ ຈຶ່ງບໍ່ຈັດກອງປະຊຸມ ອະພິປາຍ ຟັງຄວາມຄິດເຫັນ ຂອງ ປະຊາຊົນ ຕັ້ງແຕ່ 6 ເດືອນກ່ອນພູ້ນ.
ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄທ ເຫັນວ່ານັບແຕ່ນີ້ໄປ ໄທຕ້ອງໄດ້ເລັ່ງ ຕັດສິນໃຈ ແລະ ສະແດງຈຸດຢືນ ຂອງໄທ ກ່ຽວກັບ ໂຄງການສ້າງເຂື່ອນ ດັ່ງກ່າວ ຊຶ່ງຈະສົ່ງ ຜົນກະທົບຮຸນແຮງ ຕໍ່ຊີວິດການ ເປັນຢູ່ ຂອງປະຊາຊົນ ແລະ ຊີວະນາໆພັນ ໃນພູມີພາຄ.
ທາງກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມໄທ ຍັງເຫັນວ່າ ເຖິງຈະໄດ້ຮັບ ການສນັບສນູນ ຫລືຄັດຄ້ານ ຈາກ ປະເທດສະມາຊິກ MRC ກໍຕາມ ສປປລາວ ກໍຢາກໃຫ້ ໂຄງການດັ່ງກ່າວ ໄດ້ຖືກສ້າງຂຶ້ນ.
