ວຽດນາມຈະສ້າງເຂື່ອນ ຢູ່ອັດຕະປື

ບໍຣິສັດ ວຽດນາມ ຈະສ້າງເຂື່ອນ ຢູ່ອັດຕະປື ເມື່ອສ້າງແລ້ວ ຈະສົ່ງ ກະແສໄຟ ໄປວຽດນາມ ເປັນສ່ວນໃຫຍ່.

0:00 / 0:00

ກົດຟັງສຽງ

ເມື່ອສັປດາ ທີ່ຜ່ານມາ ທ່ານ ທອງມີ ພົມວິໄຊ ຮອງຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ຂອງລາວ ແລະ ທ່ານ ຫງຽນຊອນຮຽນ ຜູ້ອຳນວຍການ ບໍຣິສັດ ໄຟຟ້າ ເຊກະໝານນ່ຶງ ຊຶ່ງເປັນ ບໍຣິສັດ ຂອງວຽດນາມ ໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈກັນ ກ່ຽວກັບການສ້າງເຂື່ອນ ເຊກະໝານ 1 ຢູ່ໃນເຂດເມືອງ ຊານໄຊ ແຂວງອັດຕະປື ໃນພາກໃຕ້ຂອງລາວ. ເຂື່ອນເຊກະໝານ 1 ຈະມີໂຮງງານຜລິດ ໄຟຟ້າສອງແຫ່ງ ຄືໂຮງງານ ເຊກະໝານ 1 ແລະ ໂຮງງານເຊກະໝານ ຊານໄຊ. ໂຮງງານ ເຊກະໝານ 1 ຈະຜລິດໄຟຟ້າ ໄດ້ 290 ເມກາວັດ ແລະ ໂຮງງານເຊກະໝານ ຊານໄຊ ຈະຜລິດໄດ້ 32 ເມກາວັດ ຮວມທັງໝົດ 322 ເມກາວັດ.

ການກໍ່ສ້າງເຂື່ອນ ເຊກະໝານ 1 ຄາດວ່າຈະເລິ້ມ ໃນໄວໆນີ້ ແລະຄາດວ່າ ຈະສຳເຣັດພາຍ ໃນປີ 2015; ເມື່ອສ້າງແລ້ວ ຈະສົ່ງໄຟຟ້າ 80 ສ່ວນຮ້ອຍ ໄປຂາຍ ຢູ່ວຽດນາມ; ສ່ວນອີກ 20 ສ່ວນຮ້ອຍສຳຣັບ ໃຊ້ໃນເຂດ ທ້ອງຖິ່ນ ຂອງລາວ.

ອົງການຂ່າວສານ ທາງການຂອງວຽດນາມ ຣາຍງານວ່າ ເຂື່ອນເຊກະໝານ 1 ຕັ້ງຢູ່ໃກ້ເຂດ ຊາຍແດນວຽດນາມ ປະມານ 75 ກິໂລແມັດ. ບໍຣິສັດລົງທຶນ ກໍ່ສ້າງມີສາມ ບໍຣິສັດ ຄື ບໍຣິສັດຮ່ວມໄຟຟ້າ ວຽດ-ລາວ, ບໍຣິສັດ ເຊກະໝານ 1 ແລະ ຣັຖວິສາຫະກິດ ໄຟຟ້າລາວ. ສອງບໍຣິສັດ ທຳອິດ ຄື ບໍຣິສັດຮ່ວມໄຟຟ້າ ວຽດ-ລາວ ແລະ ບໍຣິສັດເຊກະໝານ ແມ່ນບໍຣິສັດ ຂອງວຽດນາມ ແລະ ຈະເປັນຜູ້ລົງທຶນ ສ່ວນຫລາຍ ໃນຈຳນວນເງິນທຶນ ທັງໝົດ 441 ລ້ານ ດອນລ່າ ສະຫະຣັຖ. ນອກຈາກເຂື່ອນ ເຊກະໝານ ແລ້ວ ວຽດນາມ ຍັງມີໂຄງການ ສ້າງເຂື່ອນ ຢູ່ລາວຫລາຍໆເຂື່ອນ ເຊັ່ນເຂື່ອນນໍ້າຫາ ແລະ ເຂື່ອນເຊກອງສອງ ແລະ ສາມດັ່ງນີ້ ເປັນຕົ້ນ.