ກົດຟັງສຽງ
ເຈົ້າໜ້າທີ່ ແຂວງ ບໍຣິຄໍາໄຊ ວ່າ ທາງແຂວງ ກໍາລັງ ດໍາເນີນ ການຊຸກຍູ້ ໃຫ້ ປະຊາຊົນ ໃນເຂດ ທຸກຍາກ ເຮັດ ໃບຕາດິນ ເພື່ອໃຫ້ ທີ່ດິນ ທີ່ ປະຊາຊົນ ອາສັຍ ຢູ່ນັ້ນ ເປັນກັມມະສິດ ຂອງ ເຂົາເຈົ້າ ຢ່າງ ສົມບູນ ແລະ ໃຊ້ທີ່ດິນ ຢ່າງຖືກຕ້ອງ ຕາມກົດໝາຍ. ນອກນັ້ນ ກໍເປັນການ ປ້ອງກັນ ບໍ່ໃຫ້ດິນ ຂອງ ປະຊາຊົນ ຖືກຜູ້ອື່ນ ໝາຍເອົາ ແບບຊະຊາຍ ດັ່ງທີ່ເຄີຽ ມີບັນຫາ ເກີດຂື້ນ. ຕາມເຈົ້າໜ້າທີ່ ອົງການ ຄຸ້ມຄອງ ທີ່ດິນ ປະຈໍາ ແຂວງ ໄດ້ກ່າວ:
"ປັດຈຸບັນນີ້ ທາງແຂວງ ພວກເຮົາ ກໍສືບຕໍ່ ໂດຍສະເພາະ ແມ່ນເພື່ອ ເຮັດໃຫ້ ປະຊາຊົນ ມີສິດທິ ນໍາໃຊ້ ທີ່ດິນ ທີ່ ເຂົາເຈົ້າ ມີຢູ່ ແລະ ທາງແຂວງ ກໍຍັງໄດ້ ສືບຕໍ່ ຈັດຕັ້ງ ປະຕິບັດ ຢູ່ ແລະ ກໍກໍາລັງ ເຮັດຢູ່ ໃນເມືອງ ທີ່ທຸກຍາກ ໂດຍສະເພາະ ໃນເມືອງ ຄໍາເກີດ ເຮັດທົດລອງ ຢູ່ ນື່ງບ້ານ ແລະ ຢູ່ເມືອງ ປາກກະດິງ ນື່ງບ້ານ. ດິນເປັນຂອງ ມີຄ່າ ໃຜໆ ກໍຢາກໄດ້ ໃນປະມານ 20 ກ່ວາປີ ມານີ້ ການຂັດແຍ້ງ ເຣື້ອງທີ່ດິນ ໃນລາວ ມີຫລາຍຂື້ນ ໂດຍສະເພາະ ທີ່ດິນຢູ່ ໃນເມືອງ ຈົນກາຍເປັນ ບັນຫາ ຫຍຸ້ງຍາກ ໃນສັງຄົມ ທາງການລາວ ວ່າ ສ່ວນນື່ງ ກໍຍ້ອນວ່າ ທີ່ດິນ ໝົດຫລາຍຕອນ ທີ່ຢູ່ໃນ ການຄອບຄອງ ຂອງ ປະຊາຊົນ ບໍ່ມີ ໃບຕາດິນ ຢ່າງ ຖືກຕ້ອງ.
ກົດໝາຍ ທີ່ດິນ ຂອງລາວ ລະບຸ ວ່າ ມັນມີຄວາມ ຈໍາເປັນ ທີ່ພົລເມືອງ ລາວ ຕ້ອງເອົາ ທີ່ດິນ ຂອງຕົນ ໄປ ຂື້ນທະບຽນ ເພື່ອເຮັດ ໃບຕາດິນ. ອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດ ວາງເປົ້າໝາຍ ໄວ້ວ່າ ພາຍໃນປີ 2015 ຈະຮັບ ປະກັນ ໃຫ້ ປະຊາຊົນ ໃນທົ່ວ ປະເທດ ມີ ໃບຕາດິນ, ແຕ່ໃນທາງ ເປັນຈິງນັ້ນ ຄົງເປັນ ໄປບໍ່ໄດ້ ເພາະວ່າ ໃນເຂດ ຊົນນະບົດ ນັ້ນ ຕ້ອງໄດ້ໃຊ້ ເວລາຕື່ມອີກ ຫລາຍປີ ເພາະຍັງມີ ການສໍາຣວດ ໃຫ້ຖືກຕ້ອງ ຕາມຫລັກ ສາກົນ ຊື່ງ ທະນາຄານ ໂລກ ແລະ ບາງອົງການ ຕ່າງປະເທດ ໄດ້ຍື່ນມື ເຂົ້າມາຊ່ອຍ ຢູ່.
