ກົດຟັງສຽງ
ສປປລາວ ແລະ 3 ປະເທດ ລຸ່ມແມ່ນ້ຳຂອງ ກຳລັງ ພິຈາຣະນາ ບົດສລູບ ຂອງ ກອງປະຊຸມກ່ຽວກັບ ໂຄງການສ້າງເຂຶ່ອນ ໄຊຍະບຸຣີ ທີ່ຄນະກັມມະທິການ ແມ່ນ້ຳຂອງ ສເນີ ທາງເລືອກໃຫ້ເລືຶ່ອນ ເວລາອອກໄປ ແຕ່ກໍ່ຂື້ນຢູ່ກັບ ແຕ່ລະປະເທດ ວ່າຈະຕັດສິນໃຈ ຢ່າງໃດ ເພາະວ່າມູມມອງ ໃນການພັທນາ ຂອງແຕ່ລະປະເທດນັ້ນ ແຕກຕ່າງກັນ. ດັ່ງທ່ານ ດຣ ວິເທດ ສີເນດ ນັກວິຊາການ ຄນະກັມມະທິການ ແມ່ນ້ຳຂອງ ທີ່ນະຄອນຫລວງ ວຽງຈັນ ໄດ້ກ່າວ ໃນກອງປະຊຸມ ການໃຫ້ຂໍ້ມູນ ກ່ຽວກັບ ໂຄງການສ້າງເຂຶ່ອນ ໄຟຟ້າ ໄຊຍະບູຣີ ທີ່ຈັດຂື້ນ ໃນມື້ວັນທີ 10 ກຸມພາ ທີ່ເມືອງຊຽງຄານ ແຂວງເລີຍວ່າ:
"ຜົລການສຶກສາ ຜົລລາຍງານ ສີ່ງແວດລ້ອມ ເຊີງຍຸທສາດ ຕອນນີ້ແຕ່ລະປະເທດ ກຳລັງພິຈາຣະນາ ຢູ່ ແຕ່ລະປະເທດ ຍັງບໍໄດ້ບອກວ່າ ຈະເຫັນດ້ວຍ ວ່າເລືອກທາງໃດແທ້ ຂ້າພະເຈົ້າເຂົ້າໃຈ ວ່າ ສປປລາວ ກຳລັງ ພິຈາຣະນາຢູ່ ອາດຈະບໍ່ເຫັນ ກົງກັນ ອາດຈະຂັດແຍ່ງກັນ ຂື້ນຢູ່ກັບວ່າ ບົດບາດຂອງແຕ່ລະ ປະເທດ ເຂົາເບີ່ງເລື້ອງນີ້ ຢ່າງໃດ".
ດຣ. ວິເທດ ກ່າວຕໍ່ໄປວ່າ ທາງຄນະກັມມະທິການ ແມ່ນ້ຳຂອງ ຫລື MRC ແນະນຳໃຫ້ ແຕ່ລະປະເທດເລື່ອນ ເວລາການສ້າງເຂື່ອນ ອອກໄປຢ່າງນ້ອຍ 10 ປີ ເນື່ອງຈາກການສ້າງເຂື່ອນ ດ່ັງກ່າວ ຈະສົ່ງຜົລກະທົບ ຕໍ່ວິຖີຊິວິດ ແລະ ການເປັນຢູ່ ຂອງປະຊາຊົນ ຕາມລຳແມ່ນ້ຳຂອງ ຜູ້ທີ່ອາສັຍ ແມ່ນ້ຳສາຍນີ້ ໃນການ ດຳຣົງຊີພ ໃນແຕ່ລະມື້. ແຕ່ຖ້າມີການເລື່ອນ ເວລາອອກໄປ 10 ປີ ປະຊາຊົນໃນເຂດ ລຸ່ມແມ່ນ້ຳຂອງ ກໍ່ຈະສາມາດ ປັບຕົວໄດ້ ຖ້າມີເຫດ ການດັ່ງກ່າວ ເກິດຂື້ນ.
ໃນຂນະດຽວກັນ ໃນຊ່ວງທີ່ມີການ ກະຕຽມການສ້າງເຂື່ອນ ຢູ່ນັ້ນ ກຸ່ມຊາວບ້ານ ຜູ້ທີ່ຈະຖືກໂຍກຍ້າຍ ກໍ່ຕ້ອງມີການ ຝຶກອົບຮົມວິຊາຊີພ ໃຫມ່ໃຫ້ແກ່ພວກ ຂະເຈົ້າ.
