ກົດຟັງສຽງ
ຫົວໜ້າຫ້ອງການ ທ່ອງທ່ຽວ ແຂວງຈຳປາສັກ ເປີດເຜີຍວ່າ ສຳລັບ ບຸນສເລີມສລອງ ມໍຣະດົກໂລກ ປາສາດຫີນ ວັດພູ ຈຳປາສັກ ຄົບຮອບ 10 ປີ ທີ່ຈະຈັດຂຶ້ນ ລະຫວ່າງ ວັນທີ 14 ຫາ 18 ກຸມພາ 2011 ນີ້ ຈະດຶງດູດ ນັກທ່ອງທ່ຽວ ຈາກທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ງານບຸນ ຫລາຍກວ່າທຸກໆປີ ທີ່ຜ່ານມາ. ຍານາງ ມາລາ ຈັນທະລາມ ຫົວໜ້າຫ້ອງການ ທ່ອງທ່ຽວ ແຂວງ ຈຳປາສັກ ເວົ້າວ່າ:
"ເຮົາກໍຄາດຄະເນ ຄິດວ່າປີນີ ອາດຈະໄດ້ເຖິງ 300,000 ຄົນ ທັງພາຍໃນແລະ ຕ່າງປະເທດ ຮວມ ເພາະວ່າຜ່ານມາ ເຮົາກໍໄດ້ເປັນ 100,000 ຄົນ ໃນຄົບຮອບປີ ທັມມະດາ ແຕ່ວ່າປີນີມັນ 10 ປີ ພວກເຮົາກໍໂຄສະນາ ຕາມສື່ຕ່າງໆ ພາຍໃນນີ້ພວກເຮົາ ຄິດວ່າ ບໍ່ຫລຸດຜູ້ນຶ່ງ 20 ໂດລາ ຖ້າວ່າແຂກຕ່າງ ປະເທດນີ້ ກໍແມ່ນຣາວ 60 ໂດລາ".
ຍານາງ ມາລາ ເວົ້າຕໍ່ໄປວ່າ ພາຍໃນບຸນດັ່ງກ່າວ ຈະມີຫລາຍກິຈກັມ ຫລາຍຢ່າງ ໂດຍຈະເນັ້ນເຖິງ ຄວາມເປັນເອກກະລັກ ແລະການສື່ສານ ດ້ານວັທນະທັມ ເປັນຫລັກ. ກິຈກັມຈະຮວມ ທັງການຍ່າງຂຶ້ນ ຈອມພູເກົ້າ, ການປະກວດເພງ ທີ່ເວົ້າເຖິງປວັດສາດ ຂອງວັດພູ ມໍຣະດົກໂລກ, ການຈັດ ຕລາດນັດສິນຄ້າ ພື້ນເມືອງ, ການຈັດຂະບວນແຫ່ ແລະການແຂ່ງຂັນ ກິລາ ພື້ນເມືອງປະເພດ ຕ່າງໆ.
ນອກຈາກນີ້ ກໍຈະມີການຈັດກອງ ປະຊຸມ ວິຊາການ ກ່ຽວກັບ ມື້ຄົບຮອບ 10 ປີ ວັດພູຈຳປາສັກ ເປັນມໍຣະດົກໂລກ, ແລະ ພິທີທາງສາສນາ ຕາມຮີດຄອງປະເພນີ ທີ່ເຄີຍໄດ້ ປະຕິບັດມາ. ຍານາງ ມາລາ ເວົ້າອີກວ່າ ນອກຈາກການມ່ວນຊື່ນ ລື້ນເລີງ ແລ້ວ ທາງຫ້ອງການທ່ອງທ່ຽວ ແຂວງຈຳປາສັກ ຍັງໄດ້ເຂັ້ມງວດ ກ່ຽວກັບ ການຮັກສາ ຄວາມປອດພັຍ ໃຫ້ແກ່ນັກທ່ອງທ່ຽວ ແລະ ແຂກຜູ້ມາໃນ ງານບຸນ ແລະຍັງເນັ້ນໃສ່ການ ກະຕຽມຈັດຫາ ບ້ານພັກ ແລະ ການຂົນສົ່ງເດີນ ທາງໃຫ້ພຽງພໍ ກັບຄວາມຕ້ອງການ ແລະ ການອຳນວຍຄວາມ ສະດວກອື່ນໆ ທີ່ຈຳເປັນອີກດ້ວຍ.
ໃນໂອກາດນີ້ ທາງການແຂວງ ຈຳປາສັກ ກໍໄດ້ເປີດໃຊ້ ເສັ້ນທາງສາຍໃໝ່ ຈາກເມືອງໂພນທອງ ຫາວັດພູ ຈຳປາສັກ ເພື່ອໃຫ້ນັກທ່ອງທ່ຽວ ສາມາດ ເດີນທາງເຖິງ ປາສາດຫິນວັດພູ ໄດ້ໄວຂຶ້ນ.
