ກົດຟັງສຽງ
ເຈົ້າຫນ້າທີ່ ສະພາກາຊາຕ ແຂວງຈຳປາສັກ ກ່າວວ່າ ໃນປັດຈຸບັນ ທີ່ແຂວງ ຈຳປາສັກ ພາກັນລົງພື້ນທີ່ ໃຫ້ຄວາມຮູ້ ແກ່ປະຊາຊົນ ໃນການປ້ອງກັນ ການຕິດເຊື້ອໂຣຄ, ໂດຍສະເພາະ ກຸ່ມທີ່ສ່ຽງ ເຊັ່ນ: ກຸ່ມວັຍລຸ້ນ ນັກສືກສາ ແລະ ກຸ່ມຜູ້ຍິງ ທີ່ເຮັດວຽກ ຕາມສຖານທີ່ ບັນເທີງຕ່າງໆ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ໂຄງການເອດ ກໍ່ແມ່ນວ່າ ໂຄສະນາ ເຜີຍແພ່ ກ່ຽວກັບ ຜົລກະທົບຂອງເອດສ ແລ້ວວິທີປ້ອງກັນ ຫລັກໆ ວີທີປ້ອງກັນເອດສ ໃຫ້ບັນດາ ມະຫາວິທຍາລັຍ ສະເພາະ ແຂວງຈຳປາສັກ".
ທ່ານວ່າ ປັດຈຸບັນ ອົງການຕ່າງໆ ທີ່ກ່ຽວພັນທາງ ດ້ານສຸຂພາບ ເຊັ່ນ ກະຊວງສາທາຣະນະສຸຂ, ອົງການ ອະນາມັຍໂລກ ແລະ ອົງການຊ່ວຍເຫລືອ ຕ່າງປະເທດ ກໍ່ພາກັນຫັນມາ ໃຫ້ຄວາມສຳຄັນ ໃນການປ້ອງກັນ ໂຣຄເອດສ ຫລາຍຂື້ນ ເພາະເປັນໂຣຄ ທີ່ຮ້າຍແຮງ ທີ່ຍັງບໍ່ສາມາດ ຮັກສາໃຫ້ຫາຍໄດ້. ດ່ັງນັ້ນ ສະພາກາຊາຕ ຈື່ງໃຫ້ຄວາມສຳຄັນ ໃນບັນຫາ ດ່ັງກ່າວເຊັ່ນກັນ. ໃນການ ປະຕິບັດງານ ສິດສອນ ປະຊາຊົນ ທາງອົງການ ຈະເນັ້ນໃສ່ອັນຕະຣາຍ ຈາກໂຣຄເອດສ ເປັນທີ່ສຳຄັນ ດ້ວຍການສີດສອນ ຄວາມຮູ້ ແລະ ຄວາມເຂົ້າໃຈ ທີ່ຖືກຕ້ອງ ໃນການ ຮ່ວມເພດສຳພັນ ຢ່າງປອດພັຍ ໂດຍການໃຊ້ຖົງອະນາມັຍ ທຸກຄັ້ງ.
ທ່ານກ່າວຕໍ່ໄປວ່າ ອົງການ ສະພາກາຊາຕ ແຂວງຈຳປາສັກ ໄດ້ດຳເນີນໂຄງການ ຕ້ານໂຣຄເອດສ ນີ້ ມາຫລາຍປີແລ້ວ ຊື່ງໃນປີນີ້ ຈະເປັນປີສຸດທ້າຍ ໃນການ ສລຸບຜົລ ຂອງການ ປະຕິບັດງານ ແຕ່ຈະມີການ ດຳເນີນງານ ຕໍ່ໄປຫລືບໍ່ ໃນປີຫນ້ານັ້ນ ຍັງບໍ່ເປັນທີ່ ແນ່ນອນເທື່ອ. ປັດຈຸບັນ ຄົນຕິດເຊື້ອເອດສ ໃນແຂວງ ຈຳປາສັກ ກໍມີໜ້ອຍ ຖ້າທຽບໃສ່ ແຂວງອື່ນໆ ຕາມສະຖິຕິ ຂອງ ຣັຖບານ ລາວ.
