ຈີນ-ສິງກະໂປ ຮ່ວມສ້າງສູນການຄ້າ

ບໍຣິສັດ ກຸ່ມ ລົງທຶນ ພັທນາ ດ້ານ ອະສັງຫາ ຣິມມະຊັພ ຂນາດໃຫຍ່ ຈາກ ຈີນ ແລະ ສິງກະໂປ ເລີ້ມ ໂຄງການ ກໍ່ສ້າງ ສູນການ ຄ້າໃຫຍ່ ທາງ ຕອນເໜືອ ຂອງ ນະຄອນຫລວງ ວຽງຈັນ.

0:00 / 0:00

ກົດຟັງສຽງ

ສູນການຄ້າ ຂນາດໃຫຍ່ ຈະຕັ້ງຢູ່ ໃກ້ກັບ ສນາມບິນ ນາໆຊາດ ວັດໄຕ ຢູ່ໃນຄຸ້ມ ສີໃຄ, ເປັນອາຄານສູງ 5 ຊັ້ນ ຈະໃຊ້ ເວລາ ໃນການ ກໍ່ສ້າງ 2 ປີ ຊຶ່ງມີ ກໍານົດ ສ້າງໃຫ້ແລ້ວ ພາຍໃນ ປີ 2013. ອີງຕາມ ການເປີດເຜີຍ ຜ່ານທາງ ເວບໄຊ ຂອງ ກັມມະການ ຜູ້ຈັດການ ທ່ານ ເຮມ ອົນຮອງ.

ຖແລງການ ທາງເວບໄຊ ລະບຸວ່າ ກຸ່ມ ຜູ້ລົງທຶນ ຈະໃຊ້ ງົບປະມານ 50 ລ້ານ ໂດລາ ສະຫະຣັຖ ໃນການ ກໍ່ສ້າງ ພາຍໃຕ້ ການສໍາປະທານ ຈາກ ທາງການ ລາວ ເປັນເວລາ 50 ປີ ໂດຍບໍ່ ໄລ່ເງິນ ໃນການ ລົງທຶນ ໃນຂັ້ນ ຕໍ່ໄປ. ສູນການຄ້າ ດັ່ງກ່າວ ຈະມີ ຮ້ານຄ້າ ທີ່ ທັນສມັຍ ປະມານ 1,000 ຮ້ານ, ຈະຂາຍ ສິນຄ້າ ທຸກຊນິດ, ມີບ່ອນ ເດັກນ້ອຍ ຫລິ້ນ, ຮ້ານອາຫານ ຊັ້ນນໍາ, ຮວມທັງ ໂຮງພາພຍົນ ແລະ ບ່ອນ ຈອດຣົຖ ພື້ນດິນ.

ພາຍໃນ ນະຫລວງຄອນ ວຽງຈັນ ມີການ ແຂ່ງຂັນ ກໍ່ສ້າງ ສູນການຄ້າ shopping mall ຂຶ້ນຢ່າງ ຫລວງຫລາຍ ເຖິງວ່າ ນະຄອນຫລວງ ວຽງຈັນ ຈະມີ ພົລເມືອງ ບໍ່ເທົ່າໃດ ແສນຄົນ ກໍຕາມ. ຢູ່ ນະຄອນຫລວງ ວຽງຈັນ ມີ ສູນການຄ້າ ຂນາດ ດຽວກັນນີ້ 2-3 ບ່ອນ, ໂດຍມີ ນັກລົງທຶນ ຈາກຈີນ ແລະ ຄົນລາວ ຮ່ວມກັນ ສ້າງຂຶ້ນ. ເປັນຕົ້ນ ສູນການຄ້າ ມິຕພາບ ລາວ-ຈີນ ແລະ ສູນການຄ້າ ອາຊຽນ.

ນອກຈາກນັ້ນ ຍັງມີ ນັກລົງທຶນ ອີກກຸ່ມນຶ່ງ ທີ່ກໍາລັງ ສ້າງສູນ ການຄ້າ ພຣະທາດຫລວງ ຕັ້ງຢູ່ ທາງທິດ ຕາເວັນອອກ ຂອງ ໂຕເມືອງ ແລະ ມີກໍານົດ ຈະເປີດ ບໍຣິການ ພາຍໃນປີ 2013. ໃນເວລາ ດຽວກັນ ບິກຊີ ສຸບເປີ້ ຊະຕໍຣ ຂອງໄທ ກໍກໍາລັງ ຈະເປີດ ສາຂາ ທໍາອິດ ໃນລາວ ຢູ່ ຕລາດເຊົ້າ ນະຄອນຫລວງ ວຽງຈັນ ໃນໄວໆນີ້.