ກົດຟັງສຽງ
ເຈົ້າໜ້າທີ່ ຫ້ອງການ ປົກຄອງ ເມືອງ ຍອດອູ ແຂວງ ຜົ້ງສາລີ ເວົ້າວ່າ:
"ແຕ່ວ່າ ມັນມີ ບ່ອນນຶ່ງ ແລ້ວ ທີ່ວ່າ ຄົນຈີນ ເຂົ້າມາເຮັດ ກາຊີໂນ ຢູ່ ຊາຍແດນ ແຕ່ວ່າ ໂຕນັ້ນ ມັນເຮັດ ບໍ່ຖືກຕ້ອງ ຕາມລະບຽບ ຫລັກການ ຊິຍຸບ ໂຕນັ້ນ ແລ້ວມາ ສ້າງໃໝ່ ໃນເຂດ ເສຖກິດ ພິເສດ".
ທ່ານເວົ້າ ຕື່ມອີກ ວ່າ ແຜນການສ້າງ ເຂດ ເສຖກິດ ພິເສດ ໃນເມືອງ ຍອດອູ ນັ້ນ ຈະຕັ້ງໃສ່ ເຂດບ້ານ ອູໃຕ້ ຊຶ່ງ ເປັນດິນ ຂອງ ທາງການ ບໍ່ມີ ບ້ານເຮືອນ ຫລື ພື້ນທີ່ ປູກຝັງ ຂອງ ຊາວບ້ານ ແຕ່ຢ່າງໃດ ຈື່ງໄດ້ ສັມປະທານ ໃຫ້ກຸ່ມນັກ ລົງທຶນຈີນ. ເຈົ້າໜ້າທີ່ ເວົ້າວ່າ:
"ອັນນີ້ ບໍ່ທັນ ລະອຽດ ເຂົາເຈົ້າ ໄດ້ມາສເນີ ວ່າຊິສ້າງ ເຂດ ເສຖກິດ ພິເສດ ພື້ນທີ່ ເປົ່າຫວ່າງ ຢູ່ອູໃຕ້ ແຕ່ວ່າ ເອກກະສານ ຍັງບໍ່ທັນ ໄດ້ຍື່ນ ເຂົ້າມາເທື່ອ".
ເຖິງຢ່າງໃດ ກໍຕາມ ແຜນການ ສ້າງເຂດ ເສຖກິດ ພິເສດ ຍອດອູ ດັ່ງກ່າວ ນີ້ນັ້ນ ເປົ້າໝາຍນຶ່ງ ກໍ່ເພື່ອ ໃຫ້ກຸ່ມ ນັກລົງທຶນ ຈີນ ເຂົ້າມາສ້າງ ກາຊີໂນ ໃນເຂດ ດັ່ງກ່າວ ຢ່າງຖືກຕ້ອງ ຕາມ ກົດໝາຍ.